ບັງກລາເທດ ນ້ຳຖ້ວມຄັ້ງໃຫຍ່ ມີຜູ້ເສຍຊີວິດ 100ກວ່າຄົນ

ຂປລ.ສຳນັກ​ຂ່າວ ​ຊິນ​ຮວາ,ວັນ​ທີ4 ​ກໍລະກົດ​ນີ້,​ເກີດ​ນ້ຳ​ຖ້ວມ ​ຄັ້ງ​ໃຫຍ່​ຢູ່ ບັງ​ກລາ​ເທດ ​ເຮັດ​ໃຫ້​ມີ​ ຜູ້​​ເສຍຊີວິດ 102ຄົນ ​ກວມ​ເອົາ 27​ເຂດຈາກ 64​ເຂດ

ທີ່​ໄດ້​ຮັບ​ ຜົນ​ກະທົບ​ຈາກ​ນ້ຳ​ຖ້ວມ ຕັ້ງ​ແຕ່​ ກາງ​ເດືອນ​ພຶດສະພາ ຈົນ​ຮອດ ​ວັນ​ທີ28 ​ມິຖຸນາ ​ທີ່​ຜ່ານ​ມາ ​ໂດຍ​ຜູ້​ເຄາະ​ຮ້າຍ ສ່ວນ​ໃຫຍ່ ​ເສຍ​ຊີວິດ ​ຈາກ​ການ​ຈົມ​ນ້ຳ,ງູ​ກັດ ​ແລະ ຟ້າຜ່າ ​ໃນ​ພື້ນ​ທີ່​ ປະສົບ​ໄພ.

ປັດຈຸບັນ ໜ່ວຍ​ງານ ​ໃນ​ບັງ​ກລາ​ເທດ ຍັງ​ຄົງ​ຜະ​ເຊີນ​ກັບ​ ອຸປະສັກ ​ໃນ​ການຈັດ​ສົ່ງ ​ສະບຽງ​ ອາຫານ ​ເຂົ້າສູ່​ຫລາຍ​ເຂດ ທາງ​ຕາ​ເວັນ​ອອກ​ ສ່ຽງ​ເໜືອ ​ແລະ ພາກ​ເໜືອ ​ເນື່ອງ​ຈາກ ​ຖະໜົນ​ ຫລາຍ​ສາຍ​ ຈົມ​ຢູ່​ໃຕ້​ນ້ຳ ທີ່​ເກີດ​ຈາກ​ ຝົນຕົກ​ໜັກ ​ແລະ ​ນ້ຳ​ໄຫລ​ແຮງ​ ຈາກ​​ເນີນພູ.

ນອກຈາກ​ນີ້ ຍັງ​ເຮັດ​ໃຫ້ ​ເຮືອນ​ປະຊາຊົນ ​ແລະ ພື້ນ​ທີ່​ ຜະລິດ ​ກະສິກຳ​ ໄດ້​ຮັບ​ຄວາມ​ເສຍ​ຫາຍ ​ຢ່າງ​ໜັກ.ຂະນະ​ນີ້ ທັງ​ໜ່ວຍ​ງານ​ ພາກ​ລັດ ​ແລະ ​ເອກະ​ຊົນ ​ເລັ່ງ​ໃຫ້ການ​ຊ່ວຍ​ເຫລືອ​ ຜູ້​ປະສົບ​ ໄພພິບັດ​ ທາງ​ທຳ​ມະ​ຊາດ ​ໃນ​ຄັ້ງນີ້.

/. (ພາກ​ຂ່າວ: ​ຕ່າງປະ​ເທດ)

.

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

Related Posts

Leave a Reply

Your email address will not be published. Required fields are marked *