ຂ່າວດ່ວນ

ຣັດເຊຍຄົ້ນພົບແຫຼ່ງນ້ຳມັນ

ບໍລິສັດ Rosneft ເປັນບໍລິສັດອັນນ້ຳມັນລາຍໃຫຍ່ຂອງຣັດເຊຍ ໄດ້ປະກາດຄົ້ນພົບແຫຼ່ງນ້ຳມັນຂະໜາດໃຫຍ່ໃນທະເລເປໂຈລາ (Pechora) ເຊິ່ງມີນ້ຳມັນປະມານ 82 ລ້ານໂຕນ ເຊິ່ງເປັນການຄົ້ນພົບແຫຼ່ງນ້ຳມັນທີ່ໃຫຍ່ທີ່ສຸດໃນຣັດເຊຍ.

ອ້າງອີງຈາກທາງການຣັດເຊຍ ໄດ້ລາຍງານວ່າ: ໃນວັນພຸດທີ່ຜ່ານມານີ້ ທາງບໍລິສັດໄດ້ຖະແຫຼງການວ່າ ແຫຼ່ງນ້ຳມັນນີ້ ຖືກຄົ້ນພົບດ້ວຍການຂຸດເຈາະໃນເຂດ Medynsko-Varandeysky, ໃນລະຫວ່າງການທົດລອງເຈາະ ໄດ້ມີນ້ຳມັນໄຫຼອອກມາຫຼາຍເຖິງ 220 ແມັດກ້ອນຕໍ່ມື້.

ວຽກງານຂຸດຄົ້ນ ຢູ່ໃນນ້ຳຂອງທະເລ Pechora ເປັນທ່າແຮງນ້ຳມັນທີ່ສໍາຄັນຂອງແຂວງ Timan-Pechora ຈະກາຍເປັນພື້ນຖານສໍາລັບການສືບຕໍ່ການສຶກສາ ແລະ ການພັດທະນາຂອງພາກພື້ນ.

ມີລາຍງານວ່າບໍລິສັດທີ່ໄດ້ຮັບອະນຸຍາດໃນການຂຸດເຈາະນ້ຳມັນໃນແຖບອາກຕິກ ມີທັງໝັດ 28 ບໍລິສັດ, ໃນນັ້ນມີ 8 ບໍລິສັດຢູ່ໃນທະເລເປໂຈລາ (Pechora).

Related Articles

Leave a Reply

Your email address will not be published. Required fields are marked *

Back to top button