ກະຊວງພະລັງງານ ແລະ ບໍ່ແຮ່ ສະເໜີ ຮ່າງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ

ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 5 ກໍລະກົດ 2022 ພາຍໃຕ້ການເປັນປະທານຂອງທ່ານ ຈະເລີນ ເຢຍປ່າວເຮີ ຮອງປະທານສະພາແຫ່ງຊາດ, ທ່ານ ນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນ ຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ສະເໜີຮ່າງກົດໝາຍ ວ່າດ້ວຍຄວາມປອດໄພຂອງເຂື່ອນ ເຊິ່ງເປັນກົດໝາຍສ້າງໃໝ່ ທີ່ປະກອບດ້ວຍ 10 ພາກ, 9 ໝວດ ແລະ 72 ມາດຕາ. ຫລັງຈາກນັ້ນ ບັນດາສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຕ່າງໆ ກໍໄດ້ສຸມໃສ່ປະກອບຄຳຄິດຄຳເຫັນ ໃສ່ຮ່າງກົດໝາຍດັ່ງກ່າວ ເພື່ອໃຫ້ມີເນື້ອໃນຄົບຖ້ວນ, ຖືກຕ້ອງ, ຊັດເຈນ, ສອດຄ່ອງກັບສະພາວາຄວາມເປັນຈິງ ແລະ ສາມາດປະຕິບັດໄດ້.

ໂອກາດນີ້, ທ່ານ ນາງ ຈັນສະຫວາດ ບຸບຜາ ໄດ້ໃຫ້ຮູ້ເຖິງເຫດຜົນ ແລະ ຄວາມຈຳເປັນ ໃນການສະເໜີສ້າງກົດໝາຍສະບັບດັ່ງກ່າວວ່າ: ໃນໄລຍະຜ່ານມາ ການຄຸ້ມຄອງດ້ານຄວາມປອດໄພຂອງເຂື່ອນ ເລີ່ມແຕ່ຂັ້ນຕອນການສໍາຫລວດ, ອອກແບບ, ກໍ່ສ້າງ ແລະ ດໍາເນີນການ ຍັງບໍ່ທັນມີກົດໝາຍໃດເພື່ອມາຄຸ້ມຄອງເປັນອັນສະເພາະ, ສ່ວນໃຫຍ່ຈະເນັ້ນໃສ່ແຕ່ເຕັກນິກຂອງການກໍ່ສ້າງ, ບໍ່ໄດ້ເນັ້ນສະເພາະຄວາມປອດໄພຈາກການພັດທະ ນາ ແລະ ການນໍາໃຊ້ເຂື່ອນ, ຜ່ານມາແມ່ນ ອີງໃສ່ກົດໝາຍວ່າດ້ວຍໄຟຟ້າ, ກົດໝາຍວ່າດ້ວຍການກໍ່ສ້າງ ແລະ ກົດໝາຍດ້ານສິ່ງແວດລ້ອມ ແລະ ອື່ນໆທີ່ ກ່ຽວຂ້ອງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ, ແຕ່ສັງເກດເຫັນວ່າ ຍັງມີເນື້ອໃນບໍ່ຄົບຖ້ວນ, ບໍ່ຈະແຈ້ງ, ບໍ່ ຮັດກຸມ. ສະນັ້ນ, ຈຶ່ງມີຄວາມຫຍຸ້ງຍາກໃນການຄຸ້ມຄອງ ເຮັດໃຫ້ຜູ້ລົງທຶນສວຍໃຊ້ຊ່ອງວ່າງ ມີລັກສະນະເມີດ ຫລື ເມີນເສີຍ, ປ່ອຍປະລະເລີຍ, ບໍ່ເອົາໃຈໃສ່ຕໍ່ກັບມາດຕະການຮັກສາຄວາມປອດໄພຂອງເຂື່ອນ ຈຶ່ງເປັນສາເຫດເຮັດ ໃຫ້ເຂື່ອນຂະໜາດນ້ອຍແຕກພັງ ຢູ່ແຂວງຊຽງຂວາງ ໃນໄລຍະຜ່ານມາ ແລະ ທີ່ຮ້າຍແຮງກວ່ານັ້ນແມ່ນການແຕກພັງຂອງຄູກັນນໍ້າ D (Saddle Dam D) ຂອງໂຄງການເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ທີ່ເກີດຂຶ້ນໃນປີ 2018 ເຊິ່ງໄດ້ສ້າງຜົນກະທົບໃຫ້ແກ່ຊີວິດ, ຈິດໃຈ, ສຸຂະພາບ, ຊັບສິນຂອງພົນລະເມືອງ ແລະ ສິ່ງແວດລ້ອມ ຫລາຍພໍສົມຄວນ. ຕໍ່ບັນຫາດັ່ງກ່າວ, ໂດຍໄດ້ຮັບການຊີ້ນໍາຈາກຂັ້ນເທິງ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງເຂົ້າຊ່ວຍເຫລືອ, ແກ້ໄຂ ແລະ ຟື້ນຟູປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການ. ພ້ອມນີ້, ກະຊວງພະລັງງານ ແລະ ບໍ່ແຮ່ ຍັງໄດ້ດໍາເນີນການລົງກວດກາ ຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 1815/ຫສນຍ, ລົງວັນທີ 10 ພະຈິກ 2010 ເປັນຕົ້ນ ບັນດາເຂື່ອນໄຟຟ້າທັງຂະໜາດນ້ອຍ ແລະ ໃຫຍ່ ທີ່ຢູ່ໃນໄລຍະການກໍ່ສ້າງ ແລະ ດໍາເນີນງານ ເພື່ອໃຫ້ປະຕິບັດຕາມມາດຕະຖານເຕັກນິກ ຂອງການອອກແບບໃຫ້ມີຄວາມປອດໄພ ແລະ ໝັ້ນຄົງ.

ທ່ານ ນາງ ຈັນສະຫວາດ ບຸບຜາ ຍັງໃຫ້ຮູ້ອີກວ່າ: ຍ້ອນເຫັນໄດ້ບັນຫາດັ່ງກ່າວ ພັກ ແລະ ລັດຖະບານ ໄດ້ມີທິດຊີ້ນໍາໃຫ້ສ້າງກົດໝາຍ ເພື່ອຄຸ້ມຄອງວຽກງານຄວາມປອດໄພຂອງເຂື່ອນ ແລະ ອະນຸມັດໃຫ້ ກະຊວງພະລັງງານ ແລະ ບໍ່ແຮ່ ສ້າງຕັ້ງກົມໜຶ່ງຂຶ້ນມາໂດຍໃສ່ຊື່ວ່າ ກົມຄຸ້ມຄອງຄວາມປອດໄພອຸດສາຫະກໍາພະລັງງານ ເພື່ອຄຸ້ມຄອງ, ຕິດຕາມ ກວດກາ ຄວາມປອດໄພຂອງເຂື່ອນ. ເຊິ່ງມາຮອດປັດຈຸບັນ ສປປ ລາວ ມີແຫລ່ງຜະລິດໄຟຟ້າທັງໝົດ 90 ແຫ່ງ, ມີກໍາລັງຕິດຕັ້ງທັງຫມົດ 10.956,14 ເມກາວັດ, ສາມາດຜະລິດພະລັງງານໄຟຟ້າໄດ້ເຖິງ 56.027,07 ລ້ານກິໂລວັດໂມງ/ປີ, ສາມາດສ້າງລາຍຮັບເຂົ້າງົບປະມານແຫ່ງລັດ ແລະ ພັດທະນາພື້ນຖານໂຄງລ່າງ, ສ້າງວຽກເຮັດງານທໍາໃຫ້ແກ່ຊຸມຊົນ, ທ້ອງຖິ່ນ ແລະ ສັງຄົມ ໄດ້ຫລາຍພໍສົມຄວນ.

ຂ່າວ: ສົມຫວັງ, ພາບ: ອ່າຍຄໍາ

Related Posts

Leave a Reply

Your email address will not be published. Required fields are marked *