ຕາມຂ່າວຈາກ ອົດສະຕຣາລີ, ເມື່ອບໍ່ດົນມານີ້ ໄຟປ່າ ທີ່ລຸກໄໝ້ລາມໄປ ໃນເຂດ ຊົນນະບົດ ຂອງນະຄອນເພີຣດ ຂອງອົດສະຕຣາລີ ໄດ້ສ້າງຄວາມເສຍຫາຍ ຕໍ່ເຮືອນປະຊາຊົນ 81 ຫລັງ.

ຖືກໄຟໄໝ້ ທັງໝົດ ແຕ່ຍັງບໍ່ມີລາຍງານຜູ້ເສຍຊີວິດ. ຂະນະທີ່ ສະພາບອາກາດ ຍັງມີລົມພັດແຮງ ຂະໜາດ 70 ກິໂລແມັດ ຕໍ່ຊົ່ວໂມງ.

ສ້າງຄວາມຫຍຸ້ງຍາກ ຕໍ່ການດັບໄຟປ່າ. ປັດຈຸບັນ ເຈົ້າໜ້າທີ່ດັບເພີງ ພວມລະດົມກຳລັງ ເຂົ້າປະຕິບັດ ໜ້າທີ່ ດັບໄຟປ່າ ຢ່າງຮີບດ່ວນ ແລະ ຍົກຍ້າຍ ປະຊາຊົນ ທີ່ຢູ່ໃນເຂດໃກ້ຄຽງ ເພື່ອຄວາມປອດໄພ.

ຮຽບຮຽງຂ່າວໂດຍ ສະໄຫວ | ຂປລ