ຕ້ອງສູນເລຍລູກຊາຍລູກ ໄປກະທັນຫັນໃນຄັ້ງນີ້ຄົງເປັນບົດຮຽນສອນພໍ່ແມ່ອີກຫຼາຍຄົນໄປນຳ
ທ້າວ ນ້ອຍ ອາຍຸ 38 ປີ ເມຍຊື່ ນາງບີ້ ອາຍຸ 34ປີ ເປັນຄອບຄົວຂ້ອນຂ້າງທຸກຍາກຂາດເຂີນ ຜົວເປັນກຳມະກອນ ເມຍຫາກໍ່ລົງທືນເປີດຮ້ານຂາຍຂະຫນົມຂາຍເຄື່ອງ ຢູ່ຫຼັກ16 ປົກກະຕິກະເບີ່ງລູກຢ່າງດີເພາະຫາກະມີລູກຄົນດຽວ ເລຍບໍ່ຢາກປະໄວ້ບ້ານນຳແມ່ ເລີຍເອົາລູກມາຂາຍເຄື່ອງນຳຢູ່ຮ້ານທີ່ຫາກະລົງທືນເປີດ.

ໃນຄະນະທີ່ ລູກໄດ້ຍ່າງຫຼີ້ນແຖວຮ້ານຫຼັງຮ້ານແມ່ກະເຄີຍປ່ອຍລາວຫຼີ້ນປົກກະຕິ ພໍດັງໄຟແລ້ວ ໄດ້ຊອກລູກກໍ່ບໍ່ເຫັນລູກຊາຍແນມໄປເຫັນຮ່ອງນ້ຳຫລັງຮ້ານ
ແມ່ນລູກຊາຍໄດ້ນອນເສຍຊີວີດໃນນຳ້ແລ້ວ ຕອນນີ້ຜູ້ເປັນພໍ່ມາຮູ້ຂ່າວໄດ້ຂາດສະຕິໄປແລ້ວ ແລະ ແມ່ກໍ່ບໍ່ມີເງີນຊື້ໂລງເຮັດພິທິງານສົບລູກເພາະຕົນກໍ່ຫາກະລົງທືນເປີດຮ້ານ ແລະຢູ່ໃນພາວະໂສກເສົ້າຈະຫາໃຜຊ່ວຍກໍ່ບໍ່ຮູ້ທາງເລີຍຂໍມອບສົບລູກໃຫ້ທາງສະມາຄົມເຮົາຊ່ວຍຈັດງານສົບໃຫ້ດ້ວຍເທີດເພາະຕົນກັບຜົວຕອນນີ້ຄືຊີວີດມືດ8ດ້ານທັງເສຍໃຈທັງບໍ່ຮູ້ແນວເຮັດຈື່ງໄດ້ໃຫ້ທາງເຮົາເປັນເຈົ້າພາບໃນງານນີ້.

ສະຖານທີ່ຈັດງານສົບ ແມ່ນວັດໄຊສົມບູນ ຫຼັກ21 ສູດສົມແລະເຮັດພິທີຈູດເລຍດັ່ງນັ້ນຈື່ງຂໍວານຜູ້ມີຈິດໃຈດີເມດຕາຮ່ວມກີນທານບໍລິຈາກຄ່າໂລງຊ່ວຍນ້ອງສອນໃດ້