

ຊຶ້ງໃນນ້ຳໃຈ ແລະ ຄວາມອົດທົນຂອງນ້ອງທີ່ອາສາມາໄດ້ 10 ປີ,ບໍມີວີແວວວ່າຈະໄດ້ບັນຈຸລັດຖະກອນ ຈຳເປັນຕ້ອງລາ,ໃນນາມໂຮງຮຽນຂໍເປັນກຳລັງໃຈ,ຊຸກຍູ້ໃຫ້ນ້ອງໄດ້ສ່ຳນີ້ລະ,ຈົ່ງນຳໃຊ້ເວລາທີ່ເຫຼືອຢູ່ກັບຄອບຄົວເດີນ້ອງ ສູ້,ສູ້,ສູ້.
ໝາຍເຫດ: ອັນແມ່ນເລື່ອງຈິງເດີບໍໄດ້ສ້າງກະແສ,ຄອບຄົວລາວທຸກຍາກແທ້ໆໃນນາມສ່ວນຕົວຂອງລາວແມ່ນບໍຂໍຫຍັງຫຼາຍຈາກຂັ້ນເທິງ ແລະ ພາກສ່ວນທີ່ກ່ຽວຂ້ອງ.


ຜູ້ກ່ຽວສະເໜີຂໍສັງກະສີເພື່ອມຸງເຮືອນໃຫ້ລູກ,ໃຫ້ເມຍຢູ່ຕາມຄວາມສາມາດ 1ແຜ່ນ2ກະຍັງດີ,ທ່ານໃດທີ່ຢາກຊ່ວຍເຫຼືອສາມາດເບິ່ງທີ່ຢູ່ຕາມເອກະສານໄດ້ເດີ.(ຂໍຂອບໃຈ).
ຫນັງສືຢັ້ງຢືນຜົນງານ ອ່ານວຍການໂຮງຮຽນ ມັດທະຍົມສົມບູນ ບ້ານຊ່ວາງ ເມືອງ ວັງວຽງ ແຂວງ ວຽງຈັນ. ຂໍຢັ້ງຢືນວ່າ : ທ. ສົມດີ ໄມສາລາ ວັນ,ເດືອນ,ປີ ເກີດ 1, 1. 1989,ອາຍຸ 33 ປີ, ຊົນຊາດ ລາວ ຊົນເຜົ່າ ກຶມມຸ , ສາສະຫນາ ຜີ. ບ້ານຢູ່ປະຈຸບັນ ບ້ານ ນໍ້າປາດ ເມືອງ ວັງວຽງ ແຂວງ ວຽງຈັນ.


ລະດັບການສຶກສາ ຈົບ ມ.6 ລະດັບວິຊາສະເພາະຈົບ ຊັ້ນສູງ ສາຍວິທະຍາສາດທໍາມະຊາດ ລະບົບ (11+3) ຈົບຈາກ ວິທະຍາໄລຄູບ້ານເກິນ ສົກຮຽນ : 2011-2012 ວັນ,ເດືອນ,ປີ ອາສາ 1 , 9 , 2012 ຈົນເຖິງປະຈຸບັນຜູ້ກ່ຽວແມ່ນໄດ້ເປັນຄອງສາ ຢູ່ໂຮງຮຽນ ມສ ບ້ານຊວ່າງ ລວມ 10 ປີ.
ໃນໄລຍະຜ່ານມາຜູ້ກ່ຽວເຄື່ອນໄຫວວຽກງານຕ່າງໆດັ່ງນີ້ :
ດ້ານດີ: ເລີ່ມເປັນຄູສອນແຕ່ ວັນທີ 1 ເດືອນ 9 ປີ 2012 ເປັນຕົ້ນມາ ເຊິ່ງໄດ້ປະກອບສ່ວນເຂົ້າໃນວຽກງານການ ຮຽນ-ການສອນ ແລະ ວຽກງານການເຄື່ອນໄຫວອື່ນທທີ່ທາງໂຮງຮຽນມອບຫມາຍໃຫ້ພ້ອມທັງມີຜົນສໍາເລັດເປັນຢ່າງດີ.
–ມີຄວາມຮັບຜິດຊອບສູງຕໍ່ຫນ້າທີ່ວິຊາສະເພາະເຊັ່ນ : ການວາງແຜນການສອນ,ການແຕ່ງບົດສອນ,ຄົ້ນຄ້ວາບົດຮຽນ ກ່ອນຂຶ້ນຫ້ອງສິດສອນ, ມີຄວາມຕັ້ງໃຈ,ຫ້າວຫັນຕໍ່ວຽກງານ,ເຮັດແທ້ທໍາຈິງ,ເປັນແບບຢ່າງທີ່ດີໃຫ້ແກ່ຄູທຸກຄົນ ແລະ ອື່ນໆເຫັນວ່າເຮັດໄດ້ດີ.
ດ້ານອ່ອນ: ເປັນຄົນຈົ່ງຈຽມບໍ່ກ້າຕໍານິຄົນອື່ນ.
ດັ່ງນັ້ນ,ຈຶ່ງເຮັດຫນັງສືຢັ້ງຢືນສະບັບນີ້ໃຫ້ຜູ້ກ່ຽວ ໄວ້ເປັນຫຼັກຖານ ແລະ ນໍາໃຊ້ ເຂົ້າໃນການປະກອບເອກະສານຕ່າງໆ…

