ຝາກໄວ້ໃຫ້ຄິດ….ຂ້ອຍກະລູກໂຊເຟີລົດໂດຍສານຄືກັນ

ເບິ່ງເອົາເດນີ້ພວກເຈົ້າເອີຍລົດຄັນນີ້ຄົນເກັບເງິນກັບແອັດລົດ….ຂ້ອຍມາແຕ່ສະຫວັນນະເຂດມື້ວານນີ້ຕອນ 10.00 ເຊົ້າຢາກໄດ້ເຮົາຂີ່ລົດເພີ່ນ…

ຍາດເຄື່ອງຍາດຂອງເທັກເຄດີຂ້ອຍກະໄປຊື້ປີ້ລົດ…ຢູ່ຫ້ອງການຄີວສະຫວັນ….ເພີ່ນບໍ່ໄລ່ລູກຂ້ອຍຍັງນ້ອຍນັ່ງບ່ອນດຽວກັບແມ່……..

ທີ່ປີ້ລົດສີແດງໆແມ່ນຊື້ຢູ່ຄີວ……..ຊື້ແລ້ວກະມາຂື້ນລົດເຂົາກະກວດປີ້ຈົບດີຈັ່ງອອກລົດ……ພໍມານຳທາງລົດແລ່ນກາຍເຊໂນມາແຖບນອກໆແລ້ວ……

ມາຂາຍປີ້ໂຕໜັງສືສີຟ້າຂາດໃຫ້ວ່າລູກຂ້ອຍຕ້ອງໄດ້ຊື້ປີ້ລົດ……ຂ້ອຍກະບອກວ່າຊື້ລະເດ້ມາແຕ່ຄີວເພີ່ນບໍ່ໄລ່ລູກຂ້ອຍ……ແຕ່ເຂົາບໍ່ຍອມຂ້ອຍເລີຍຖາມວ່າຊິໄລ່ນຳທໍ່ໃດຜູ້ນ້ອຍເຄີ່ງຄ່າໄດ້ບໍ່…..

ທີ່ແລກຜູ້ຍິງຄົນເກັບເງິນວ່າ 110 000. ແຕ່ບາດແອັດລົດມາເກັບພັດວ່າ. 130 000 ລາຄາດຽວຜູ້ໃຫ່ຍ….ຂ້ອຍກະຈ່າຍຕາມນັ້ນມານຳທາງບໍ່ເຄີຍຮູ້ເຄີຍເຫັນເດີ້ແອັດລົດໄລ່ຂ້ອຍເກັບຂີ້ເຫຍື່ອເອງມ້ຽນລົງໄປຖີ້ມເອງບາດລົງລົດ…..ຄັນຂອງຂ້ອຍຈະບໍ່ວ່າດອກຂອງຄົນອື່ນຮາກໃສ່ມາໄລ່ຂ້ອຍເກັບ…..

ລົງລົດມາແລ້ວເພີ່ນຍັງມາຖາມຄ່າເຂົ້າຂ້ອຍເຄີ່ງເປົາປຸຍ…50 000…..

ລວມແລ້ວເສຍ 310 000ຄັນບໍ່ມີເສຍເຂົາໄລ່ລົງລົດແທ້ໆເວົ້ານຳຄົນໂດຍສານກະບໍ່ມ່ວນຄົນເປັນລົມເປັນວີນບັກຫລາຍໆຍັດຄົນເຕັມຕັ່ງເສີມທໍ່ໃດກະບໍ່ພໍປານຂັງໝູຄັນຕັ່ງໃຜຕັ່ງມັນກະບໍ່ວ່າດອກເສຍເງີນຈ່າຍຊື້ປີ້ກະຢາກນັ່ງບ່ອນດີລະໃຜກະດາຍ…..

ຝາກໄວ້ໃຫ້ຄິດ….ຂ້ອຍກະລູກໂຊເຟີລົດໂດຍສານຄືກັນ

Related Posts

Leave a Reply

Your email address will not be published. Required fields are marked *