ງານວາງສະແດງສິນຄ້າເຄື່ອງເຮືອນລາວ ຄັ້ງທີ 5ໄດ້ເລີ່ມຈັດຂຶ້ນໃນລະຫວ່າງວັນທີ 9-17 ກໍລະກົດ 2022 ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ນະຄອນຫຼວງວຽງຈັນ ໂດຍມີຜູ້ປະກອບການນັບແຕ່ຂະໜາດນ້ອຍຫາໃຫຍ່ ໃນຂອບເຂດທົ່ວປະເທດ 50 ຫົວໜ່ວຍ ເຂົ້າຮ່ວມວາງສະແດງ 120 ຫ້ອງ ເຊິ່ງຄາດວ່າຕະຫຼອດງານຈະມີການຈໍລະຈອນຊື້-ຂາຍສິນຄ້າປະມານ 5 ຕື້ກີບ ແລະ ຈະມີຜູ້ເຂົ້າທ່ຽວຊົມປະມານ 1 ແສນຄົນ.
ພາຍໃນງານຍັງມີການສາທິດຜະລິດເຟີນີເຈີໄມ້, ແຂ່ງຂັນຫຼິ້ນເກມ, ສະແດງສິລະປະດົນຕີລາວ, ມິນິຄອນເສີດ ແລະ ອື່ນໆອີກຫຼາກຫຼາຍກິດຈະກຳ.
ວັນທີ 11 ກໍລະກົດທີ່ຜ່ານມາ, ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະໄດ້ໃຫ້ກຽດຢ້ຽມຊົມ ແລະ ຊຸກຍູ້ສິນຄ້າໃນງານ ເຊິ່ງໃຫ້ການຕ້ອນຮັບໂດຍທ່ານ ທອງດຳ ສີຫາມາຍາ ຮັກສາການປະທານສະມາຄົມເຟີນີເຈີລາວ.
ໃນໂອກາດຢ້ຽມຊົມຄັ້ງນີ້, ຄະນະສະມາຄົມເຟີນີເຈີລາວ ໄດ້ນໍາພາທ່ານລັດຖະມົນຕີ ທ່ຽວຊົມບັນດາສິນຄ້າເຟີນີເຈີ ທີ່ເປັນສີໄມ້ລາຍມືຂອງຄົນລາວຜະລິດ ໂດຍສະເພາະແມ່ນຜະລິດຕະພັນເຄື່ອງເຟີນີເຈີທີ່ຜະລິດດ້ວຍໄມ້, ຫວາຍ, ໄມ້ປ່ອງ ແລະຈາກວັດສະດຸເສດເຫຼືອຕ່າງໆ; ຜະລິດຕະພັນຫັດຖະກຳ, ເຄື່ອງແກະສະຫຼັກ, ເຄື່ອງປະດັບແຕ່ງເອ້ຢ້ອງພາຍໃນເຮືອນ ຕະຫຼອດຮອດອຸປະກອນ, ເຄື່ອງມື, ເຄື່ອງຈັກຕ່າງໆທີ່ກ່ຽວຂ້ອງກັບຂະບວນການຜະລິດເຄື່ອງເຟີນີເຈີໄມ້, ເຄື່ອງນຸ່ງຫົ່ມ ແລະ ເຄື່ອງຮັບໃຊ້ໃນຄົວເຮືອນ.
ຄະນະຈັດງານໃຫ້ຮູ້ວ່າ: ຈຸດປະສົງການຈັດງານແມ່ນເພື່ອຊຸກຍູ້ ແລະ ສົ່ງເສີມຜະລິດຕະພັນພາຍໃນ, ໃຫ້ຄົນລາວນຳໃຊ້ຜະລິດຕະພັນເຟີນີເຈີລາວຫຼາຍຂຶ້ນ ຄຽງຄູ່ກັບການຟື້ນຟູເສດຖະກິດ ກໍຄືຫົວໜ່ວຍທຸລະກິດ ພາຍຫຼັງທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ເພື່ອພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນຂອງປະເທດ.
ໃນໂອກາດນີ້, ທ່ານລັດຖະມົນຕີກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະສະມາຄົມ ທີ່ໄດ້ເຕົ້າໂຮມເອົາບັນດາສິນຄ້າພາຍໃນ ທີ່ເປັນສືມີຂອງຄົນລາວ ເຂົ້າມາຮ່ວມວາງສະແດງໃນຄັ້ງນີ້ ແລະໄດ້ແນະນຳຕື່ມເລື່ອງການຜະລິດສິນຄ້າພາຍໃນ ໃຫ້ຮັກສາໄດ້ສີໄມ້ລາຍມືທີ່ເປັນເອກະລັກຂອງລາວ, ຍົກສູງຄຸນນະພາບຫຼາຍຂຶ້ນ ເພື່ອໃຫ້ສາມາດສົ່ງອອກຂາຍພາຍໃນ ແລະ ຕ່າງປະເທດໃຫ້ໄດ້ຫຼາຍຂຶ້ນກວ່າເກົ່າ.
ຂ່າວ: ກະຊວງກະສິກຳ