ຢູ 19 ລາວ ຊຸດນີ້ໂຫດສຸດສ້າງປະຫວັດສາດ ຊະນະລວດຫຼາຍສຸດ-ລົ້ມ ໄທ ຄັ້ງທໍາອິດ-ເຂົ້າຊີງຄັ້ງທໍາອິດ

ຈາກຜົນງານສຸດຮ້ອນແຮງຂອງ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ຫຼ້າສຸດເອົາຊະນະ ໄທ 2-0 ໃນຮອບ 4 ທີມສຸດທ້າຍປະຈໍາວັນທີ 13 ກໍລະກົດ ເຊິ່ງເປັນໄຊຊະນະຄັ້ງທໍາອິດ

ໃນການແຂ່ງຂັນບານເຕະຊີງແຊັມອາຊຽນ ໃນຮຸ່ນອາຍຸບໍ່ເກີນ 19 ປີ ຈາກການພົບກັນມາ 6 ຄັ້ງໃນລາຍການ ເພາະທີ່ຜ່ານມາ ຢູ 19 ລາວ ເສຍໃຫ້ ໄທ ທັງໝົດ 5 ຄັ້ງ

ນັດດັ່ງກ່າວ ປີເຕີ ພັນທະວົງ ກັບ ດາໝົດ ທອງຄໍາສະຫວັດ ຮັບບົດບາດເປັນພະເອກຍິງຄົນລະປະຕູຊ່ວຍໃຫ້ ຢູ 19 ລາວ ເອົາຊະນະ ໄທ 2-0 ຜ່ານເຂົ້າຮອບຊີງລາຍການນີ້ເປັນຄັ້ງປະຫວັດສາດ ເຊິ່ງກໍເປັນໄຊຊະນະຄັ້ງທໍາອິດ ໂດຍຈະໄປພົບກັບ ມາເລເຊຍ

ນອກນັ້ນ, ໄຊຊະນະນັດນີ້ຍັງເຮັດໃຫ້ ຢູ 19 ລາວ ສ້າງປະຫວັດສາດຊະນະລວດຫຼາຍທີ່ສຸດໃນລາຍການນີ້ຄືຊະນະ 5 ນັດລວດ,

ຍັງບໍພໍ ການເຂົ້າຮອບຊີງຄັ້ງນີ້ກໍຍັງເປັນຄັ້ງປະຫວັດສາດທີ່ ທີມຊາດລາວ ເຂົ້າຮອບຊີງ ເພາະກ່ອນໜ້ານີ້ ທີມຊາດລາວ ເຄີຍຜ່ານເຂົ້າມາຮອບ 4 ທີມສຸດທ້າຍໄດ້ເຖິງ 4 ຄັ້ງຄື:

ປີ 2002, 2005 ແລະ 2015 ກ່ອນຍາດໄດ້ອັນດັບ 3 ທັງໝົດ, ສ່ວນອີກ 1 ປີແມ່ນເຮັດໄດ້ໃນປີ 2013 ຍາດໄດ້ອັນດັບ 4

.

Related Posts

Leave a Reply

Your email address will not be published. Required fields are marked *