

ຄະນະຜູ້ແທນຂັ້ນສູງຂອງລາວ ເດີນທາງໄປເຂົ້າຮ່ວມ ພິທີສະຫລອງ ສອງວັນປະຫວັດສາດ ທີ່ ສສ ຫວຽດນາມ
ຂປລ. ໃນວັນທີ 17 ກໍລະກົດ 2022 ນີ້, ຄະນະຜູ້ແທນຂັ້ນສູງ ສປປ ລາວ ນຳໂດຍ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ຕາງໜ້າ ໃຫ້ແກ່ ພັກ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ໄດ້ ເດີນທາງໄປເຂົ້າຮ່ວມພິທີສະເຫລີມສະຫລອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ກໍຄື ສອງວັນປະຫວັດສາດ ລາວ-ຫວຽດນາມ ຄື: ວັນສ້າງຕັ້ງສາຍພົວ ພັນການທູດ ຄົບຮອບ 60 ປີ(5/9/1962-5/9/2022) ແລະ ວັນເຊັນສົນທິສັນຍາມິດຕະ ພາບ ແລະ ການຮ່ວມມືຮອບດ້ານ ຄົບຮອບ 45 ປີ(18/7/1977-18/7/2022)
ເຊິ່ງຈະຈັດຂຶ້ນ ທີ່ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ແລະ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 17-19 ກໍລະກົດ 2022.
ພິທີສົ່ງຄະນະຜູ້ແທນດັ່ງກ່າວ, ຈັດຂຶ້ນໃນວັນທີ 10 ກໍລະກົດ 2022 ທີ່ສະໜາມບິນສາກົນວັດໄຕ ໂດຍມີ ສະຫາຍ ທອງສະຫລິດ ມັງໜໍ່ເມກ ຫົວໜ້າຫ້ອງວ່າການສູນກາງພັກ, ສະຫາຍ ຫງວຽນ ບາ ຮຸ່ງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ເຂົ້າຮ່ວມ.
ຂ່າວ-ພາບ: ອ່າຍຄຳ.

