ຂ່າວດ່ວນ

ຊົມເຊີຍກູ້ໄພຊ່ວຍທຳຄອ ດ ປອດໄພທັງແມ່ທັງລູກ

ວັນທີ 08/02/2021 ເວລາ 04:20 ໜ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ຮັບແຈ້ງເຫດຜ່ານເບີ 1623 ວ່າມີເຫດເກີດລູກສຸກເສີນ, ຈຸດເກີດເຫດແມ່ນບ້ານວຽງຈະເລີນ.

ພໍໜ່ວຍກູ້ໄພອອກກວດສອບໄດ້ພົບແມ່ຍິງ 1 ຄົນ ອາຍຸ 23 ປີ, ບ້ານວຽງຈະເລີນ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ, ເຫດການເບື້ອງຕົ້ນແມ່ນແມ່ໄດ້ເກີດລູກກ່ອນເເລ້ວ, ເປັນເພດຊາຍ, ສຸຂະພາບແຂງແຮງດີ , ສ່ວນແມ່ຫຼັງຈາກຄອດລູກແລ້ວແມ່ນບໍ່ມີອາການວິນຫົວ ແລະ ອິດເມື່ອຍໃດໆ.

ດັ່ງນັ້ນ, ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ຈຶ່ງໄດ້ປະຖົມພະຍາບານຂັ້ນຕົ້ນໃຫ້ແກ່ແມ່ແລະ ເບິ່ງແຍງລູກ ແລ້ວນຳສົ່ງໄປທີ່ໂຮງໝໍເຊດຖາທິລາດ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button