ເກີດເຫດຟ້າຜ່າໃນອິນເດຍ ມີຜູ້ເສຍຊີວິດ 20ຄົນ
.ຕາມຂ່າວຈາກ ໜັງສືພິມ Times of India, ວັນທີ27ກໍລະກົດນີ້,
ເກີດເຫດ ຟ້າຜ່າ ໃນພື້ນທີ່ 8 ເຂດ ຂອງລັດພິຫານ ໃນອິນເດຍ ເຮັດໃຫ້ມີ ຜູ້ເສຍຊີວິດ 20ຄົນ ໃນວັນທີ27 ກໍລະກົດນີ້.
ປັດຈຸບັນ ເຈົ້າໜ້າທີ່ ໜ່ວຍງານ ພາກລັດ ປະກາດ ມອບເງິນ ຊ່ວຍເຫລືອ ໃຫ້ແກ່ ຄອບຄົວ ຜູ້ເສຍຊີວິດ ຈາກເຫດການນີ້ 400.000 ຣູປີ ຕໍ່ຄອບຄົວ.ຂະນະນີ້ ລັດພິຫານ ຂອງອິນເດຍ ຜະເຊີນກັບ
ພາຍຸຝົນຕົກ ຮຸນແຮງ ຢ່າງຕໍ່ເນື່ອງ ເຮັດໃຫ້ເກີດ ໄພພິບັດ ທາງທຳມະຊາດ ຫລາຍຄັ້ງ./.
(ພາກຂ່າວ: ຕ່າງປະເທດ)
ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວ.!ຂປລ