ຢູ່ ສປປ ລາວ ຈະມີນາຂັ້ນໃດແລ້ວ


ຢູ່ ສປປ ລາວ ຈະມີນາຂັ້ນໃດແລ້ວ !!!ນາຂັ້ນໃດສ່ວນໃຫຍ່ ແມ່ນໃຊ້ຫລາຍລຸ້ນຄົນ ຄ່ອຍໆເຮັດໄປເທື່ອລະຫນ້ອຍ ຕາມເຫື່ອແຮງ ກັບພູມສັນຖານທີ່ຍາກລຳບາກ, ເພື່ອໄດ້ມາ ເມັດເຂົ້າ ທີ່ເປັນສະບຽງຫລັກ.


ຂອງ ຄົນສ່ວນໃຫຍ່ໃນເຂດອາຊີ, ມາເຖີງຍຸກທີ່ຄົນເລີ່ມມາສົນໃຈການທ່ອງທ່ຽວ, ນາຂັ້ນໃດກາຍເປັນຈຸດດືງດູດອັນສຳຄັນ ເຊີ່ງພວກເຮົາຈະເຫັນໄດ້ ບໍ່ວ່າຈະແມ່ນຢູ່ ບາຫລີ ປະເທດອິນໂດເນເຊຍ, ສປ ຈີນ, ຟິລິປີນ, ຊາປ້າ -ຫວຽດນາມ.


ທ່ານ ທອງໄລ ຈັນມາວົງ ຜູ້ເຊີ່ງມີທຸລະກິດຫລັກແມ່ນການກໍ່ສ້າງ ຂົວທາງ ແຕ່ຕອນນີ້ຫັນໂຕເອງມາເຮັດສິ່ງທີ່ ຕົນເອງໄຝ່ຝັນ ຄື ນາຂັ້ນໃດ. ລາວຊື້ດິນບໍລິເວນກ້ວາງ ຊຶ່ງກວາມເອົາພູຫົວໂລ້ນຫລາຍຫນ່ວຍທີ່ມີຄວາມອຸດົມສົມບູນຂອງສາຍນຳ້ຫ້ວຍ.


ຢູ່ເຂດຊາຍແດນຕໍ່ລະຫວ່າງເມືອງສັງທອງ ແລະຫີນເຫີບ ແຂວງວຽງຈັນ, ໃຊ້ເຄືອງມືກົນຈັກຫນັກທີ່ຜູ້ກ່ຽວມີມາເນລະມິດເປັນເຂດກະສິກຳ ເຮັດນາຂັ້ນໃດ, ປູກຜັກປອດສານພິດ, ຕົ້ນໄມ້ກິນຫມາກ ລ້ຽງ ງົວ, ແບ້, ເປັດ ໄກ່ ໃນເວລາພຽງສອງປີ, ແລະຄິດວ່າຈະສຳເລັດໃນເວລາອີກບໍ່ທໍ່ໃດປີ (ໄວໆນີ້).


ສະຖານທີ່ດັ່ງກ່າວຈະກາຍເປັນອີກທາງເລືອກທີ່ສຳຄັນຂອງການທອ່ງທ່ຽວ ໃນເຂດນະຄອນຫລວງ ກໍ່ຄືຂອງລາວເຮົາແລະ ມີຄວາມເປັນໄປໄດ້ສູງ ຈະກາຍເປັນໂຄງການຫນຶ່ງທີ່ເພີ່ມສີສັນໃຫ້ວົງການທ່ອງທ່ຽວກະສິກຳ, ການສ້າງວຽກເຮັດງານທຳໃຫ້ແກ່ຊຸມຊົນເປັນບໍລິເວນກ້ວາງແນ່ນອນ.


Cr. ທ່ານອິນທີ ເດືອນສະຫວັນ