ສາລະໜ້າຮູ້

ເຫດຜົນທີ່ຄວນຢຸດດື່ມນ້ຳອັດລົມ !

ນ້ຳອັດລົມເປັນເຄື່ອງດື່ມທີ່ແຊບດື່ມແລ້ວສົດຊື່ນຖ້າດື່ທແບບພໍປະມານແຕ່ດື່ມຫຼາຍມັນກໍ່ມີຜົນຂ້າງຄຽງຄືກັນ ມາອ່ານເບິ່ງເຫດຜົນວ່າເປັນຍ້ອນຫຍັງເຮົາຈຶ່ງຄວນຢຸດດື່ມ

• ມີຄວາມສຸກໃນການກິນຫຼາຍຂຶ້ນ

ເພາະປະສາດຮັບລົດດີນ້ຳອັດລົມທີ່ມີນ້ຳຕານຫຼວງຫຼາຍ ທີ່ເຮັດໃຫ້ລົດຂອງອາຫານປ່ຽນແປງໄປໄດ້ຍິ່ງເຈົ້າດື່ມນ້ຳອັດລົມດຸຊ້ຳໃດ ປະສາດການຮັບລົດຊາດຂອງເຈົ້າກໍຈະປ່ຽນໄປຫຼາຍເທົ່ານັ້ນ

ດັ່ງນັ້ນທັນທີ່ທີ່ເຈົ້າຢຸດດື່ມນ້ຳອັດລົມ ຜົນທີ່ໄດ້ຄື ປະສາດຮັບລົດຂອງເຈົ້າກໍຈະເປັນປົກກະຕິ ໄດ້ ຮັບລົດຊາດອາຫານແບບຂອງແທ້.

• ລຸດຄວາມສ່ຽງການເປັນເບົາຫວານໄດ້ເຖິງ 2 ປະເພດ.

ຈາກການສຶກສາຂອງ Diabetes Care ໃນປີ 2010 ຫາກເຈົ້າດື່ມນ້ຳອັດລົມເປັນປະຈຳ ຈະເຮັດໃຫ້ເຈົ້າມີໂອກາດສ່ຽງເປັນເບົາຫວານ 2 ປະເພດໄດ້ເຖິງ 26%ເຖິງຈະດື່ມນ້ຳອັດລົມແບບສຸຂະພາບ ກໍບໍ່ໄດ້ຊ່ວຍໃຫ້ດີຂຶ້ນ ທາງທີ່ດີເຈົ້າຄວນຈະເຊົາດື່ມເລີຍຈຶ່ງດີທີ່ສຸດ

• ໄດເອດ ຫຼຸດນ້ຳໜັກໄດ້ງ່າຍຂຶ້ນ

ຖ້າຢາກຫຼຸດນ້ຳໜັກໄດ້ງ່າຍຂຶ້ນ ເຈົ້າຕ້ອງຕັດນ້ຳອັດລົມອອກໄປຈາກຊີວິດ ນ້ຳໜັກເຈົ້າເຖິງຈະລົງໄດ້ໄວຂຶ້ນເພາະນ້ຳອັດລົມພຽງ 12 ອອນ ມີນ້ຳຕານກວ່າ 39 ກຮາມ ແລະ ມີພະລັງງານກວ່າ 90 ແຄລໍຮີ.

• ໝາກໄຂ່ຫຼັງເຮັດວຽກໄດ້ດີຂຶ້ນ.

ການເຊົາດື່ມນ້ຳອັດລົມເຮັດໃຫ້ໄຕຂອງເຈົ້າເຮັດວຽກໄດ້ດີ ແຂງແຮງ ແລະ ບໍ່ເສຍງ່າຍຍິ່ງເຈົ້າດື່ມຫຼາຍຊ້ຳໃດ ໝາກໄຂຫຼັງຂອງເຈົ້າກໍເຮັດວຽກໜັກຫຼາຍເທົ່ານັ້ນ

• ຫົວໃຈແຂງແຮງຂຶ້ນ

ຕາມຜົນການສຶກສາຂອງມະຫາວິທະຍາໄລ Harvard ພົບວ່າ ໃນບັນດາເຄື່ອງດື່ມທັງໝົດ ນ້ຳອັດລົມຈະເຮັດໃຫ້ຫົວໃຈຂອງເຈົ້າປ່ວຍໄດ້ຫຼາຍທີ່ສຸດເພາະນ້ຳອັດລົມຈະເພີ່ມຄວາມດັນເລືອດໃນຮ່າງກາຍ

• ແຂ້ວຂາວ ຍິ້ມງາມ.

ເພາະກົດຊິດິກນັ້ນຈະທຳລາຍເຄືອບແຂ້ວ ເພີ່ມຄວາມເປັນຫຼຸມໃຫ້ແຂ້ວ ແຖມແຂ້ວເຫຼືອງອີກຖ້າເຈົ້າສາມາດເຊົາດື່ມນ້ຳອັດລົມໄດ້ ນອກຈາກຈະເຮັດໃຫ້ແຂ້ວຂາວຂຶ້ນ ຍິ້ມກໍ່ງາມຂຶ້ນແລ້ວ ເຈົ້າຍັງບໍ່ມີແຂ້ວແມງອີກດ້ວຍ.

• ເຈົ້າຈະສະຫຼາດຂຶ້ນ ຄວາມຈຳດີ

ນ້ຳຕານສົ່ງຜົນໂດຍກົງກັບສະໝອງຂອງເຈົ້າ ຖ້າເຈົ້າຍິ່ງດື່ມນ້ຳອັດລົມມາດົນເທົ່າໃດກໍຍິ່ງທຳລາຍສະໝອງຂອງເຈົ້າຫຼາຍເທົ່ານັ້ນທັນທີທີ່ເຊົາດື່ມຈະເຮັດໃຫ້ເຈົ້າໂຟກັດຫຍັງໄດ້ຊັດເຈນຫຼາຍຂຶ້ນ ຈົດຈຳໄດ້ດີຂຶ້ນ.

• ເຂົ້າຫ້ອງນ້ຳນ້ອຍລົງ.

ນ້ຳອັດລົມ ນັ້ນບໍ່ແມ່ນນ້ຳລ້າໆ ເຮັດໃຫ້ຮ່າງກາຍເຮົາຕ້ອງໝັ່ນນຳຂອງເສຍອອກຈາກຮ່າງກາຍ

ເອີ້ນໄດ້ວ່າ ຍິ່ງເຈົ້າດື່ມນ້ຳອັດລົມຫຼາຍເທົ່າໃດ ເຈົ້າຍິ່ງທຳລາຍກະເພາະຍ່ຽວຂອງເຈົ້າຫຼາຍເທົ່ານັ້ນ

• ພູມຄຸ້ມກັນດີຂຶ້ນ.

ນ້ຳອັດລົມ ເຮັດໃຫ້ຄວາມດັນຂອງເຈົ້າສູງຂຶ້ນ ນ້ຳໜັກຂຶ້ນ ປ່ວຍງ່າຍຂຶ້ນ

ຖ້າບໍ່ດື່ມຈະເກີດຫຍັງຂຶ້ນ ກະບໍ່ມີຄວາມດັນ ນ້ຳໜັກລົງ ແຂງແຮງບໍ່ເຈັບປວຍງ່່າຍ

• ມີພະລັງງານເພີ່ມຂຶ້ນ.

ຄືກັນກັບກາເຟ ນ້ຳອັດລົມມີກາເຟອີນຄືກັນ ແລະ ກາເຟອີນເຮັດໃຫ້ເຈົ້າເມື່ອຍຫຼາຍຂຶ້ນເຖີງວ່າຈະເຮັດໃຫ້ເຈົ້າຕື່ນຕົວຕະຫຼອດເວລາກໍ່ຕາມ ສູ້ເຈົ້າມາໃຊ້ພະລັງງານຕາມຮ່າງກາຍແບບບໍ່ຕ້ອງຝືນຈະດີກວ່າ

• ກະດູກແຂງແຮງ ບໍ່ຜຸ.

ນ້ຳອັດລົມເຮັດໃຫ້ເປັນພະຍາດກະດູກຜຸໄດ້ເພາະ ຜົນການສຶກສາໃນປີ 2104 ພົບວ່າ ການດື່ມນ້ຳອັດລົມນັ້ນມີແນວໂນ້ມສົ່ງຜົນໃຫ້ຜູ້ຍິງໃນໄວໝົດປະຈຳເດືອນມີການແຕກຂອງກະດູກບໍລິເວນແອວເພີ່ມຂຶ້ນເຖິງ 14%ຍິ່ງອາຍຸຫຼາຍຍິ່ງຕ້ອງລະວັງ ກິນແຄລຊຽມເສີມດ້ວຍຈະດີກວ່າ.

• ອາຍຸຍືນຂຶ້ນ.

ຂໍ້​ດີ​ທີ່ສຸດ​ຂອງ​ການ​ບໍ່​ດື່ມ​ນ້ຳ​ອັດ​ລົມ​ຄື​ ການ​ມີ​ອາຍຸ​ຍືນ​ຍາວ​ຂຶ້ນ​ເມື່ອ​ບັນຫາ​ເລື່ອງ​ພະຍາດ​ຫຼຸດລົງ​ ເຈົ້າ​ກໍ​ຈະ​ມີ​ເວລາ​ຢູ່ໃນ​ໂລກ​ນີ້​ໄດ້​ດົນຫຼາຍຂຶ້ນ​ຫຼັງ​ຈາກ​ທີ່​ໄດ້​ອ່ານ​ແລ້ວ​ ໃຜ​ທີ່​ມັກ​ດື່ມ​ນ້ຳ​ອັດ​ລົມ​ເປັນ​ຊີວິດ​ຈິດ​ໃຈ​​ ເຈົ້າ​ຄວນ​ຈະ​ດື່ມ​ໃຫ້​ນ້ອຍ​ລົງ​ ຫຼື ຖ້າ​ເປັນ​ໄປ​ໄດ້​ຖ້າ​ເຈົ້າ​ເຊົາດື່ມ​ໄດ້​​ຈະ​ເປັນ​ປະໂຫຍດ​ຕໍ່​ຮ່າງ ກາຍ​ຂອງ​ເຈົ້າ​ເອງ​

Related Articles

Leave a Reply

Your email address will not be published. Required fields are marked *

Back to top button