ຖ້ຽວບິນທີ່ສັ້ນທີ່ສຸດໃນໂລກ… ໃຊ້ເວລາບິນ 53 ວິນາທີ


ນັ້ນຄື… ຖ້ຽວບິນ LM709 ຂອງສາຍການບິນ Loganair ເຊິ່ງເປັນສາຍການບິນຈາກປະເທດສະກ໋ອດແລນ Westray (WRY) ໄປຍັງ Papa Westray (PPW) ທາງຕອນເໜືອຂອງສະກ໋ອດແລນ ເຊິ່ງທັງສອງສະໜາມບິນ ຕັ້ງຢູ່ຄົນລະເກາະ ມີໄລຍະທາງຫ່າງຈາກກັນ ປະມານ 3 ກິໂລແມັດ.


ປົກກະຕິແລ້ວ, ຈະໃຊ້ເວລາບິນປະມານ 1 ນາທີ ແລະຕາມສະຖິຕິເຄີຍບິນໄວທີ່ສຸດໃນເວລາ 53 ວິນາທີເທົ່ານັ້ນ, ແຕ່ຖ້າຈະໂດຍສານທາງອື່ນ ເຊັ່ນ: ລົດຍົນ ຈະຕ້ອງຂັບລົດອ້ອມເກາະລົງໄປ ໃຊ້ເວລາຫຼາຍກວ່າ 3 ຊົ່ວໂມງ.


ຖ້ຽວບິນນີ້, ບິນດ້ວຍເຄື່ອງບິນແບບ BN2B-26 Islander ຜະລິດໂດຍ Britten-Norman ເຊິ່ງເປັນເຄື່ອງບິນທີ່ສາມາດຂຶ້ນລົງດ້ວຍໄລຍະທາງແລ່ນທີ່ສັ້ນ ແລະທີ່ສຳຄັນ ສາມາດບິນໄດ້ດ້ວຍນັກບິນພຽງ 1 ຄົນເທົ່ານັ້ນ, ເຮັດໃຫ້ຫຼາຍສາຍການບິນນິຍົມໃຊ້ເຄື່ອງບິນລຸ່ນນີ້ ໃນໄລຍະທາງສັ້ນໆລະຫວ່າງເກາະນັ້ນເອງ.


ປັດຈຸບັນນີ້ Loganair ຍັງຄົງໃຫ້ບໍລິການເສັ້ນທາງນີ້ທຸກມື້ ໂດຍຄ່າໂດຍສານຂອງຖ້ຽວບິນນີ້ ເລີ່ມຕົ້ນທີ່ 17 ປອນ ຫຼືປະມານ 216.000 ກີບ.


ເຄືອຂ່າຍການບິນໃນປັດຈຸບັນຂອງສາຍການບິນ Loganair ເຊິ່ງຈະເນັ້ນເສັ້ນທາງຍ່ອຍໃນສະຫະລາຊະອານາຈັກເປັນຫຼັກ ສຳລັບເມືອງໃນເອີລົບອື່ນໆ ຈະມີເຊັ່ນກັນ ເຊັ່ນ: ບັດເຊວ, ດຸດເຊວດອບ, ຮັນໂນເວີ (ບິນບາງຊ່ວງ) ເປັນຕົ້ນ.


ສຳລັບຝູງບິນ ນອກຈາກ BN2B-26 Islander ຍັງມີເຄື່ອງໃບພັດອື່ນໆແບບ ATR 72-600/500, SAAB340, Viking Twin Otter ແລະເຄື່ອງບິນໄອພົ່ນແບບ Embraer 135/145.


REF: https://bit.ly/36PxCKo