ວັນທີ 10 ກຸມພາ 2021ນີ້ ທ່ານ ທອງສະຫວັນ ພົມວິຫານ ກຳມະ ການສູນກາງພັກ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ຄະນະກຳມະການໂຄສະນາ, ປຸກລະດົມຂະບວນການແລະ ຍ້ອງຍໍ, ຄະນະກຳມະການເລືອກຕັ້ງລະດັບຊາດ ພ້ອມຄະນະ ໄດ້ລົງຕິດຕາມຊຸກຍູ້ຂະບວນການເລືອກຕັ້ງສສຊ, ສສຂຢູ່ແຂວງ ບໍ່ແກ້ວ, ມີຫົວໜ້າກົມ, ຮອງກົມການນຳ, ຄະນະຮັບຜິດຊອບການເລືອກຕັ້ງຂອງແຂວງສະພາປະຊາຊົນ, ອົງການປົກຄອງແຂວງບໍ່ແກ້ວ.

ທ່ານ ສຸກຂະ ຫຼຽນທອງຄຳ ຄະນະປະຈຳພັກແຂວງ ປະທານກວດກາພັກ-ລັດແຂວງ ບໍ່ແກ້ວ ໄດ້ຕາງໜ້າຄະນະບໍລິຫານງານພັກແຂວງ, ສະພາປະຊາຊົນແຂວງ, ຄະນະກຳມະການໂຄສະນາ, ປຸກລະດົມຂະບວນການ ແລະ ຍ້ອງຍໍ, ຄະນະກຳມະການເລືອກຕັ້ງລາຍງານສະພາບການກະກຽມຄວາມພ້ອມຕໍ່ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ຢູ່ແຂວງບໍ່ແກ້ວວ່າ: ໄດ້ອອກມະຕິ, ຂໍ້ຕົກລົງ, ແຈ້ງການ, ຄຳແນະນຳທີ່ກ່ຽວພັນເຖິງການກະກຽມ ແລະ ດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາ ຊິກສະພາປະຊາຊົນແຂວງ ຊຸດທີ II, ພ້ອມທັງໄດ້ແຕ່ງຕັ້ງຄະນະກໍາມະການເລືອກຕັ້ງຂັ້ນແຂວງ.

ຂັ້ນເມືອງ ຕິດພັນກັບການຈັດກອງປະຊຸມຝຶກອົບຮົມການກະກຽມແກ່ການເລືອກຕັ້ງ ທັງຈັດຕັ້ງການເຊື່ອມຊຶມ 8 ເອກະສານອື່ນໆ ທີ່ກ່ຽວຂ້ອງຈຳນວນໜື່ງ ມີການແບ່ງຄວາມຮັບຜິດຊອບໃຫ້ຄະນະຮັບຜິດຊອບຂັ້ນເອກະສານ ແລະ ແຂວງ ແລະ ຂັ້ນເມືອງ ເປັນເຈົ້າການໃນການເຜີຍແຜ່ເອກະສານຕ່າງໆໃຫ້ພະນັກງານ, ທະຫານ, ຕໍາຫຼວດຕະຫຼອດຮອດປະຊາຊົນບັນດາເຜົ່າທົ່ວແຂວງຮັບຮູ້ເຂົ້າໃຈຢ່າງກວ້າງຂວາງ.
ແຕ່ງຕັ້ງບັນດາອານຸກຳມະການຮັບຜິດຊອບແຕ່ລະວຽກງານໃນການເຄື່ອນໄຫວ ແລະ ກະກຽມການເລືອກຕັ້ງປະກອບມີ 5 ອານຸກໍາມະການ: ( ອານຸກຳມະການເລຂາ ນຸການ, ອານຸກຳມະການໂຄງປະກອບການຈັດຕັ້ງ ແລະ ບຸກຄະລາກອນ, ອານຸກຳມະການໂຄສະນາ, ປຸກລະດົມຂະບວນການ ແລະ ຍ້ອງຍໍ, ອານຸກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ອານຸກໍາມະການເສດຖະ ກິດ). ໃນ 5 ເມືອງທົ່ວແຂວງນັບທັງເຂດເສດຖະກິດພິເສດແຂວງບໍ່ແກ້ວ ມີທັງໝົດ 201.263 ຄົນ, ຍິງ 98.615 ຄົນ.

ໃນນັ້ນ, ຜູ້ມີສິດປ່ອນບັດເລືອກຕັ້ງໃນທົ່ວແຂວງມີທັງໝົດ 122.061 ຄົນ, ຍິງ 61.083 ຄົນ ມີຈໍານວນໜ່ວຍປ່ອນບັດທັງໝົດ 193 ໜ່ວຍ, ໜ່ວຍປ່ອນບັດເຄື່ອນທີ່ມີ 9 ໜ່ວຍ, ສອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຈະໄດ້ຈັດຕັ້ງການປ່ອນບັດ ໃນວັນທີ 13 ກຸມພາປີ 2021, ພາຍຫຼັງປ່ອນບັດແລ້ວຈະໄດ້ອອກໄປປະຕິບັດໜ້າທີ່ໃນການຮັກສາຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍ, ດ້ານບຸກຄະລາກອນ: ໄດ້ປຶກສາຫາລື ແລະ ຄົ້ນຄວ້າເລືອກເຟັ້ນເອົາຜູ້ທີ່ມີມາດຖານເງື່ອນໄຂເຂົ້າສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ທັງໝົດຈໍານວນ 9 ທ່ານ, ຍິງ 3 ທ່ານ, ໃນນັ້ນ ສູນກາງລົງສະໝັກ 2 ທ່ານ, ຍິງ 1 ທ່ານ.

ຜູ້ຮັບສະໝັກສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II ຈຳນວນ 31 ທ່ານ, ຍິງ 10 ທ່ານ ມີທັງຜູ້ເກົ່າ ແລະ ຜູ້ໃໝ່. ໃນນີ້ ມີພະ ນັກງານຂັ້ນແຂວງ ລົງສະໝັກຢູ່ບັນດາເມືອງມີ 11 ທ່ານ, ຍິງ 3 ທ່ານ. ສຳເລັດການສ້າງສະປອດໂຄສະນາກ່ຽວກັບບັ້ນເລືອກຕັ້ງ ແລະ ໂຄສະນາຜ່ານສື່ມວນຊົນຢ່າງກວ້າງຂວາງ. ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ: ໄດ້ລົງຊຸກຍູ້ຊີ້ນໍາການຈັດຕັ້ງຂັ້ນຮາກຖານ ແລະ ອົງການປົກຄອງບ້ານເພີ່ມທະວີການປ້ອງກັນເວນຍາມຢ່າງເຂັ້ມງວດ.
ຂໍ້ຫຍຸ້ງຍາກໃນການລົງເກັບກໍາສະຖິຕິພົນລະເມືອງ ແລະ ຜູ້ມີສິດປ່ອນບັດເລືອກຕັ້ງຢູ່ບັນດາເມືອງຍັງບໍ່ທັນລະອຽດ, ຊັດເຈນເນື່ອງຈາກວ່າປະຊາຊົນຈໍານວນໜຶ່ງເຄື່ອນໄຫວເຂົ້າ-ອອກບໍ່ປົກກະຕິ ບວກໃສ່ຊ່ວງໄລຍະການປະຕິບັດມາດຕະການຜ່ອນຜັນ ແລະ ປ້ອງກັນ, ຄວບຄຸມ, ສະກັດກັ້ນການລະບາດຂອງພະຍາດໂຄວິດ-19. ປະຊາຊົນບາງທ້ອງຖິ່ນມີການຕໍ່ລອງຖ້າບໍ່ແກ້ໄຂຄວາມຫຍຸ້ງຍາກ ແມ່ນຈະບໍ່ໄປໃຊ້ສິດການເລືອກຕັ້ງເຊັ່ນ: ການສ້າງຂົວ, ສ້າງເສັ້ນທາງໄປບ້ານຕູບເມືອງຫ້ວຍຊາຍ, ແກ້ໄຂຄະດີລົດຕໍານາຍບ້ານບ້ານນໍ້າສະໝອກ, ການແກ້ໄຂຜົນກະ ທົບຈາກການກໍ່ສ້າງສະໜາມບິນ, ການຕອບສະໜອງງົບປະມານບໍ່ພຽງພໍກັບຄວາມຕ້ອງ.

ທ່ານ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ, ຮອງລັດ ຖະມົນຕີ ກະຊວງການຕ່າງປະເທດ, ຄະນະກຳມະການໂຄສະນາ, ປຸກລະດົມຂະບວນການ ແລະ ຍ້ອງຍໍ, ຄະນະກຳມະ ການເລືອກຕັ້ງລະດັບຊາດ ໄດ້ມີຄຳເຫັນຊີ້ນຳໃຫ້ທິດເຍື່ອງທາງໃຫ້ອະນຸກຳມະການເລທອກຕັ້ງທຸກຂັ້ນ ຈົ່ງສືບຕໍ່ລົງເກັບກັບຂໍ້ໃນສະຖິຕິໃຫ້ລະອຽດ, ສຶກສາອົບຮົມການເມືອງແນວຄິດໃຫ້ປະຊາຊົນແລະ ຜູ້ມີມີສິດປ່ອນບັດໃຫ້ຮັບຮູ້ເຂົ້າໃຈ ໂດຍສະເພາະແມ່ນວີທີການ, ຂັ້ນຕອນການປ່ອນບັດ, ຮັບປະກັນໃຫ້ປ່ອນບັດໃຫ້ຄົບຖ້ວນ, ຮັບ ປະກັນບໍ່ໃຫ້ມີບັດຕາຍ, ຮັບປະກັນຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍ, ພ້ອມກັນແກ້ໄຂບັນຫາປະກົດການຍໍ້ທໍ້ທຸກຮູບແບບ ໂດຍສະເພາະບັນຫາຢາເສບຕິດຢ່າງເດັດຂາດ.

ສືບຕໍ່ຮັບປະກັນການຄວບຄຸມປ້ອງກັນສະກັດກັ້ນ ແລະ ແກ້ໄຂພະຍາດCoVid-19. ຖືໂອກາດບັ້ນເລືອກຕັ້ງຕິດພັນກັບກວດສຸຂະພາບຂອງປະຊາຊົນໃຫ້ເຂັ້ມງວດ, ທົ່ວເຖິງແນໃສ່ເຮັດໃຫ້ບັ້ນເລືອກໃນວັນທ 21 ກຸມພາ 2021 ໃຫ້ມີຄວາມຮັບປະກັນຕາມຄາດໝາຍ 3 ຮ້ອຍສ່ວນຮ້ອຍ.ຂ່າວ: ຄຳພັນ ແກ້ວມະນີ