ການນອກໃຈຜິດຜົວ ຜິດເມຍ ທີ່ຫຼາຍຄົນບໍ່ຮູ້ວ່າບາບໜັກຫຼາຍປານໃດ

ການນອກໃຈຜິດຜົວ ຜິດເມຍ ທີ່ຫຼາຍຄົນບໍ່ຮູ້ວ່າບາບໜັກຫຼາຍປານໃດການນອກໃຈຜິດຜົວ ຜິດເມຍ ທີ່ຫຼາຍຄົນບໍ່ຮູ້ວ່າບາບໜັກຫຼາຍປານໃດຫຼາຍຄົນໜ້າຈະເຄີຍໄດ້ຍິນກັນວ່າຖ້າຜິດສິນຂໍ້ 3

ທີ່ວ່າດ້ວຍເລື່ອງການຫ້າມປະພຶດຜິດໃນກາມ ຫຼື ກາເມສຸມິດສາຈາລາ ເວລະມະນີ ສິກຂາປະທັງ ສະມາທິຍາມິ ຈະຕ້ອງຕົກນາລົກ ໂດຍຊົດໃຊ້ກໍາດ້ວຍການປີນຕົ້ນງີ້ວທີ່ມີໜາມເປັນເຫຼັກແຫຼມພຸ້ງອອກມາຖິ້ມແທງໂຕ ມີໂຕກາປາກເຫຼັກຄອຍໄລ່ຈິກຈາກດ້ານເທິງ ແລະ ມີໝາໂຕໃຫ່ຍໄລ່ກັດຈາກດ້ານລຸ່ມ ເຊິ່ງເປັນໂທດທັນທີ່ເກີດຈາກການຜິດຜົວ ຜິດເມຍ ເປັນກິກ ເປັນມືທີສາມນັ້ນເອງ.

ປະເດັນເລື່ອງສິນຂໍ້ 3 ເປັນເລື່ອງທີ່ຂ້ອນຂ້າງລະອຽດອ່ອນ ເຊິ່ງຖ້າຕົກເປັນທາດຂອງກິເລດກໍ່ມີໂອກາດຜິດສິນຂໍ້ 3 ໄດ້ສູງຫຼາຍ ແລະ ການຈະຖືວ່າຜິດສິນຂໍ້ນີ້ ຫຼື ບໍ່ນັ້ນ ຕ້ອງເກີດຈາກການມີເພດສໍາພັນກັນເທົ່ານັ້ນ ທີ່ສໍາຄັນຕ້ອງກະທໍາລະຫວ່າງເພດຊາຍ ແລະ ເພດຍິງເທົ່ານັ້ນ ຄວາມສໍາພັນລະຫວ່າງຜູ້ຊາຍກັບຜູ້ຊາຍ ເຖິງວ່າຈະມີເຈົ້າຂອງແລ້ວກໍ່ຕາມທັງສອງ ຫຼື ຜູ້ຍິງກັບຜູ້ຍິງບໍ່ຖືວ່າຜິດສິນຂໍ້.

ສ່ວນຜູ້ຊາຍກໍ່ມີໂອກາດທີ່ຈະຜິດສິນຂໍ້ 3 ໄດ້ງ່າຍກວ່າຜູ້ຍິງ ເພາະຖ້າຜູ້ຊາຍໄປມີຄວາມສໍາພັນເລິກເຊິ່ງກັບຝ່າຍຍິງ ໂດຍທີ່ຜູ້ປົກຄອງ ບິດາ ມານດາ ຜົວ ບໍ່ອະນຸຍາດກໍ່ຈະຖືວ່າຜິດສິນຂໍ້ 3 ທັນທີ ແຕ່ສໍາລັບຜູ້ຍິງຖ້າບໍ່ມີຜົວ ແລ້ວໄປມີຄວາມສໍາພັນເລິກເຊິ່ງກັບຜູ້ຊາຍທີ່ມີ ຫຼື ບໍ່ມີເມຍກໍ່ຕາມ ຈະບໍ່ຖືວ່າຜິດສິນຂໍ້ 3 ເພາະຜູ້ຍິງເປັນເຈົ້າຂອງຮ່າງກາຍໂຕເອງ ແລະ ຖ້າເປັນຜູ້ຍິງທີ່ມີຜົວແລ້ວ ໄປມີຄວາມສໍາພັນກັບຊາຍອື່ນທີ່ບໍ່ແມ່ນຜົວຂອງໂຕເອງ ໂດຍທີ່ຜົວບໍ່ໄດ້ອະນຸຍາດ ກໍ່ຈະຖືວ່າຜູ້ຍິງທີ່ມີຜົວນັ້ນຜິດສິນຂໍ້ 3 ແລະ ຜູ້ຊາຍມາຫຍຸ້ງກ່ຽວນໍາກໍ່ຜິດສິນຂໍ້ 3 ເຊັ່ນກັນ ແຕ່ຖ້າຜົວອະນຸຍາດກໍ່ຈະຖືວ່າທັງຍິງ ແລະ ຊາຍຜູ້ນັ້ນບໍ່ຜິດສິນຂໍ້ 3

.ສະໄໝກ່ອນໂອກາດຂອງການຜິດສິນຂໍ້ 3 ມີໜ້ອຍກວ່າສະໄໝນີ້ ແຕ່ດຽວນີ້ຄົນເຮົາຜິດສິນຂໍ້ 3 ກັນງ່າຍຂື້ນ ໂດຍບໍ່ສົນໃຈວ່າຄົນນັ້ນຈະມີຜົວ ຫຼື ມີເມຍເປັນໂຕເປັນຕົນຫຼືບໍ່ ບາງຄົນໃຊ້ຂໍ້ອ້າງວ່າ ກະເຂົາຍັງບໍ່ໄດ້ແຕ່ງງານຈະເອີ້ນວ່າເປັນຜົວ-ເມຍກັນໄດ້ແນວໃດ ຢ່າລືມວ່າໃນທາງປະຕິບັດແລ້ວຄົນສອງຄົນທີ່ຢູ່ກິນກັນ ໃຊ້ຊີວິດຮ່ວມກັນ ມີອະນາຄົດຮ່ວມກັນກໍ່ຄືຜົວ-ເມຍກັນນັ້ນເອງ ຫຼື ບາງຄົນເຖິງມີຄອບຄົວແລ້ວກໍ່ຢາກປົດປ່ອຍ ຢາກລອງຂອງໃໝ່ ຂອງແປກດ້ວຍການໄປທ່ຽວຊື້ກິນ ກໍ່ຖືວ່າຜິດສິນຂໍ້ 3 ທັງນັ້ນ.

ເມື່ອຜິດສິນຂໍ້ 3 ຈະຕ້ອງໄດ້ຮັບຜົນກໍາທັງໃນຊາດນີ້ ແລະ ຊາດໜ້າ ລວມເຖິງເມື່ອຕາຍໄປແລ້ວກໍ່ຍັງຕ້ອງຊົດໃຊ້ກໍາກ່ອນທີ່ຈະໄປເກີດໃໝ່ໃນຊາດໜ້າອີກດ້ວຍ ກໍາທີ່ເກີດຂື້ນໃນຊາດນີ້ກໍ່ໄດ້ແກ່ການເປັນໂລກຕິດຕໍ່ທາງເພດສໍາພັນ ການຕ້ອງພັດພາກຈາກຄົນທີ່ຮັກ ຖືກປອງຮ້າຍຈາກຜູ້ອື່ນ ຖ້າມີລູກ ລູກກໍ່ຈະບໍ່ຮັກ ລວມໄປເຖິງຊີວິດໃນອະນາຄົດກໍ່ຈະພົບແຕ່ປັນຫາ ບໍ່ຈະເລີນຮຸ່ງເຮືອງ.ເມື່ອຕາຍໄປແລ້ວກໍ່ຈະຕ້ອງຊົດໃຊ້ກໍາ ໄປນາລົກຂຸມທີ 3 ຖືກລົງໂທດຕ່າງໆໄປຕາມກໍາໜັກ ຫຼື ເບົາທີ່ເຮັດໄວ້ເຊັ່ນ: ພວກທີ່ມີກໍາເປັນຊູ້ກໍ່ຈະໄປເກີດເປັນສັດນາລົກ ຖືກໂຍນລົງໄປໃນຫຼຸມນໍ້າກາມກົດ ແລະ ຖືກກັດກິນຈົນຕາຍໄປໃນທີ່ສຸດ ເມື່ອເກີດຂື້ນມາໃໝ່ກໍ່ຈະຖືກເຈາະ ສັບ ເຊືອດອຸປະກອນເຮັດຄວາມຊົ່ວຂາດແລ້ວຂາດອີກ ໄປຖືກທໍລະມານໃນທະເລນໍ້າກາມກົດ ແລະ ຈະມີໜອນຄ້າຍສະເປີມ ມີປາທີ່ມີລັກສະນະຄ້າຍອະໄວຍະວະເພດຄອຍໄລ່ສັບ ພໍຂື້ນເທິງບົກກໍ່ຖືກໝາທີ່ມີລັກສະນະຄ້າຍອະໄວຍະວະເພດຍິງແດ່ຊາຍແດ່ ຄອຍໄລ່ສັບເປັນຕົ້ນ.

ແລະ ຖ້າໄດ້ກັບມາເກີດເປັນຄົນກໍ່ຈະຕ້ອງໄດ້ຮັບຜົນແຫ່ງກໍາທີ່ຕິດຕາມມາ ເຮັດໃຫ້ບໍ່ມີໃຜຮັກ ມີແຕ່ຄົນຄິດປອງຮ້າຍ ອົດຢາກ ຍາກຈົນ ໄດ້ຮັບຄວາມອັບອາຍ ຮ່າງກາຍບໍ່ສົມປະກອບ ພັດພາດຈາກຄົນຮັກ ຕ້ອງຊົດໃຊ້ກໍາໄປຕະຫຼອດຊາດ ດັ່ງນັ້ນ ຖ້າບໍ່ຢາກມີຊີວິດທີ່ບໍ່ສົມຫວັງທັງໃນຊາດນີ້ ແລະ ຊາດໜ້າ ກໍ່ຕ້ອງຍຶດໝັ້ນໃນສິນຂໍ້ 3 ບໍ່ຕົກເປັນເຄື່ອງມີຂອງກິເລດ ຢັບຢັ້ງຊັ່ງໃຈ ມີສະຕິຮູ້ຖືກ ຮູ້ຄວນ ເຊິ່ງຈະເຮັດໃຫ້ເຮົາດໍາລົງຕົນ ຍຶດໝັ້ນໃນສິນ 5 ໄດ້ຢ່າງຜູ້ຈະເລີນແລ້ວນັ້ນເອງ.

ຢ່າລືມແບ່ງປັນໃຫ້ຄົນທີ່ທ່ານຮັກ ສຳລັບທ່ານໃດມີຂໍ້ມູນດີໆ ກໍ່ສາມາດແບ່ງປັນກັນ ຄອມເມັ້ນມາຂ້າງລຸ່ມນີ້ໄດ້ເລີຍເດີ້, ຝາກຕິດຕາມເຮົາແນ່ເດີ້ ບົດຄວາມດີໆມີໃຫ້ຕິດຕາມທຸກໆມື້, ຂໍຂອບໃຈທີ່ຕິດຕາມເຮົາສະເໝີມາ.

Related Posts

Leave a Reply

Your email address will not be published. Required fields are marked *