ເລື່ອງນີ້ເກີດຂຶ້ນທີ່ປະເທດອິນໂດເນເຊຍຄືມີຝົນຕົກໜັກນໍ້າຖ້ວມເຂົ້າເຂດບ້ານເຮືອນປະຊາຊົນ ແລະກາຍເປັນສີແດງເລືອດເຫຼົ່າຜູ້ນຳດ້ານຄວາມເຊື່ອຕ້ອງກໍພາກັນອອກມາເຕືອນປະຊາຊົນວ່າ ປະເທດຊາດຈະເກີດອາເພດ ຊາວເມືອງກໍພາກັນເຊື່ອ.

ຈາກນັ້ນຈຶ່ງພາກັນຈັດຕັ້ງພິທີກຳຈະຂໍຂະມາຟ້າດິນ ຜູ້ຄົນຕ່າງກໍເຂົ້າມາຮ່ວມພໍດີເຈົ້າຂອງໂຮງຍ້ອມຜ້າອອກມາຂໍໂທດວ່າ ຕອນຝົນຕົກໜັກມ້ຽນຖັງສີບໍ່ທັນ ນໍ້າຖ້ວມຈຶ່ງອອກມາເປັນດັ່ງທີ່ເຫັນ.

Cr.Ekkawit Sudanich