ມີລູກຍາກບໍ່ແມ່ນເປັນນຳແມ່ຍິງຝ່າຍດຽວ…ຜູ້ຊາຍ ຄວນຮູ້ 7 ສິ່ງນີ້ ເພື່ອເຮັດໃຫ້ນໍ້າເຊື້ອແຂງແຮງ


ໃນປັດຈຸບັນມີຜູ້ຊາຍຫຼາຍຄົນທີ່ມີບັນຫາກ່ຽວກັບການມີລູກຍາກ ບໍ່່ວ່າຈະລອງວິທີໃດມາແລ້ວກໍຕາມກໍບໍ່ໄດ້ຜົນ ເຊິ່ງບາງຄັ້ງ ບັນຫາທີ່ແທ້ຈິງ ອາດເກີດຈາກພຶດຕິກຳບາງຢ່າງຂອງເຈົ້າໂດຍບໍ່ຮູ້ໂຕ, ແຕ່ມັນຈະສົ່ງຜົນກະທົບຕໍ່ການມີລູກຍາກກໍເປັນໄດ້, ມື້ນີ້ ແອັດມິນ ມີວິທີຊ່ວຍໃຫ້ອະສຸຈິຂອງຜູ້ຊາຍແຂງແຮງມາຝາກ


1. ກິນໝາກເລັ່ນຫຼາຍໆ: ອະສຸຈິຫຼາຍກວ່າ 90% ຂອງຜູ້ຊາຍຈະມີຮູບຮ່າງທີ່ແຕກຕ່າງກັນ ຈຶ່ງມັກບໍ່ສາມາດເຂົ້າປະຕິສົນທິກັບໄຂ່ຂອງຜູ້ຍິງໄດ້ ແລະເຮັດໃຫ້ຜູ້ຍິງມີລູກຍາກ, ຈຶ່ງແນະນຳໃຫ້ກິນໝາກເລັ່ນຕະຫຼອດ ເພາະອຸດົມດ້ວຍສານຕ້ານອະນຸມູນອິດສະລະທີ່ເອີ້ນວ່າ ໄລໂຄປີນ ຊ່ວຍໃຫ້ອະສຸຈິສົມບູນ ແລະ ເພີ່ມໂອກາດໃຫ້ມີລູກງ່າຍ


2. ການອອກກຳລັງກາຍ: ເພາະເຮັດໃຫ້ຮ່າງກາຍຜະລິດອະສຸຈິທີ່ແຂງແຮງໄດ້ຫຼາຍຂຶ້ນ ແລະມີອະສຸຈິຫຼາຍຂຶ້ນກວ່າຄົນບໍ່ອອກກຳລັງກາຍເຖິງ 33%


3. ຫຼິ້ນມືຖືໃຫ້ໜ້ອຍລົງ: ເພາະປັດໄຈສຳຄັນທີ່ເຮັດໃຫ້ອະສຸຈິເຄື່ອນໂຕຊ້າ ເພາະຄື້ນແມ່ເຫຼັກໄຟຟ້າຈາກມືຖື ເຊິ່ງເກີດຈາກພຶດຕິກຳການໃຊ້ໂທລະສັບ ແລະເອົາຕິດໂຕໃສ່ຖົງໂສ້ງຕະຫຼອດ ທາງອອກທີ່ດີຄວນຫຼຸດການໃຊ້ມືຖື ຫຼື ຫຼີກລຽງການເອົາໂທລະສັບໃສ່ຖົງໂສ້ງ


4. ຫຼີກລຽງການໃຊ້ສານຫຼໍ່ລື່ນ: ຫາກຕ້ອງການມີລູກ ຄວນຢຸດໃຊ້ສານຫຼໍ່ລື່ນໃນຂະນະມີເຊັກສ໌ ເພາະມີສານເຄມີໃນປະລິມານຫຼາຍທີ່ຈະຂ້າອະສຸຈິໄດ້


5. ຢ່າຫຼິ້ນຄອມພິວເຕີເທິງຕັກ: ເພາະການທີ່ເອົາຄອມພິວເຕີໄວ້ເທິງຕັກດົນໆ ຈະເປັນອັນຕະລາຍຕໍ່ເຊື້ອອະສຸຈິ ເພາະຄວາມຮ້ອນຈາກໂຕເຄື່ອງ ຈະເຮັດໃຫ້ໜ່ວຍອັນທະຜະລິດອະສຸຈິໄດ້ໜ້ອຍລົງ


6. ຫຼຸດເຄື່ອງດື່ມທີ່ມີຄາເຟອິນ: ຜູ້ຊາຍຕ້ອງກິນເຄື່ອງດື່ມທີ່ມີຄາເຟອິນບໍ່ໃຫ້ເກີນ 300 ມີລີກລາມຕໍ່ມື້ ເພາະຄາເຟອິນ ຈະເຮັດໃຫ້ຈຳນວນອະສຸຈິຫຼຸດລົງ


7. ຫຼຸດເຄື່ອງດື່ມແອວກໍຮໍ: ບາງຄົນຢາກມີລູກ ແຕ່ເຮັດແນວໃດເມຍກໍບໍ່ມີລູກຈັກເທື່ອ ເຊິ່ງອາດເປັນຕົ້ນເຫດມາຈາກການດື່ມທາດແອວກໍຮໍຂອງເຈົ້ານັ້ນເອງ ໂດຍສະເພາະຄົນທີ່ກິນຫຼາຍ, ຖ້າຢາກກິນແທ້ໆ ຄວນກິນມື້ລະ 2 ຈອກຕໍ່ມື້

