ສັບພະຄຸນພຶດ

ທ່ານຍີງຄວນແຊຣ.! ຮັກສາສິວດ້ວຍໝາກເລັ່ນ ຫນ້າຂາວຫນ້າໃສແບບທຳມະຊາດ

ວິທີຮັກສາສິວດ້ວຍວິທີທຳມະຊາດໃນການໃຊ້ຫມາກເລັ່ນຮັກສາສິວ ເຊິ່ງຫມາກເລັ່ນເປັນສິ່ງທີ່ສາມາດຊື້ໄດ້ງ່າຍ ຕາມທ້ອງຕະຫລາດທົ່ວໄປ ການຮັກສາສິວດ້ວຍຫມາກເລັ່ນສາມາດ ເຮັດເອງໄດ້ງ່າຍໆຢູ່ບ້ານ ບໍ່ເປັນອະຕະລາຍ

ເນື່ອງຈາກໃຊ້ວັດຖຸດິບທີ່ໄດ້ຈາກທຳມະຊາດລ້ວນໆ ໃນໝາກເລັ່ນນັ້ນຈະມີສານຕໍ່ຕ້ານອະນູມູນອິດສະຫຼະຢູ່ ນອກຈາກນັ້ນໝາກເລັ່ນຍັງອຸດົມໄປດ້ວຍ ວິຕາມິນຊີ ແລະ ວິຕາມິນເອ ຮວມໄປເຖິງຫມາກເລັ່ນຈະມີລິດເປັນກົດ ອ່ອນໆເຮັດໃຫ້ສາມາດຊ່ອຍ ຮັກສາສິວໄດ້.

ການຮັກສິວດ້ວຍຫມາກເລັ່ນມີຂັ້ນຕອນຄື:

ນຳໝາກເລັ່ນມາຮັກສາສິວແມ່ນບົດຫມາກເລັ່ນ 1 ຫນ່ອຍໃຫ້ຫມຸ່ນ ຈາກນັ້ນນໍາຫມາກເລັ່ນທີ່ບົດແລ້ວມາພອກຫນ້າທົ່ວບໍລິເວນໃບໜ້າ ຈາກນັ້ນປະໄວ້ປະມານ 1 ຊົ່ວໂມງ ແລ້ວລ້າງອອກດ້ວຍນ້ຳອຸ່ນ

ຈາກນັ້ນເຊັດຫນ້າໃຫ້ແຫ້ງເຮັດແບບນີ້ຕໍ່ເນື່ອງກັນປະມານ 1 ອາທິດ ຈະຊ່ອຍແກ້ສິວໄດ້. ອີກວິທີໜຶ່ງແມ່ນນໍາເອົານໍ້າຫມາກເລັ່ນປະມານ 1 ບ່ວງແກງ ປະສົມກັບນໍ້າຫມາກນາວປະມານ 2–4 ຢອດ ຈາກນັ້ນໃຊ້ສໍາລີກ້ອນຈຸບສ່ວນປະສົມດັ່ງກ່າວແລ້ວທາ ແລະຂັດໄປທົ່ວທັງໃບຫນ້າ ປະໄວ້ປະມານ 15 ນາທີ

ຈາກນັ້ນໃຫ້ລ້າງອອກດ້ວຍນໍ້າອຸ່ນ, ວິທີນີ້ແມ່ນການກະຊັບຮູຂຸມຂົນໃຫ້ນ້ອຍລົງ.

ສຳລັບສູດພອກຫນ້າດ້ວຍຫມາກເລັ່ນ ແລະອາໂວກາໂດ້ ວິທີເຮັດແມ່ນ ບົດຫມາກເລັ່ນກັບອາໂວກາໂດ້ໃຫ້ເຂົ້າກັນ ຈາກນັ້ນນຳໄປທາ ໃຫ້ທົ່ວໃບຫນ້າ ປະໄວ້ປະມານ 20 ນາທີ ຈາກນັ້ນລ້າງອອກດ້ວຍນ້ຳອຸ່ນ ຫລືນ້ຳເຢັນກໍໄດ້ ເຊັດຫນ້າໃຫ້ແຫ້ງເປັນອັນສຳເລັດຮຽບຮ້ອຍ.

ລົດຄວາມມັນຂອງໃບຫນ້າ ໂດຍການຜ່າຫມາກເລັ່ນເຄິ່ງຫນ່ວຍ ຈາກນັ້ນນຳຫມາກເລັ່ນສົດໆທາໃຫ້ທົ່ວຫນ້າ ໂດຍສະເພາະບໍລິເວນທີ່ເກີດສິວ ຫລືບໍລິເວນທີ່ຫນ້າມັນໆ ຈາກນັ້ນລ້າງຫນ້າໃຫ້ສະອາດດ້ວຍນ້ຳອຸ່ນ ແລະເຊັດຫນ້າໃຫ້ແຫ້ງ.

ສູດຮັກສາສິວດ້ວຍຫມາກເລັ່ນ ແລະ ຫມາກແຕງ ນຳຫມາກແຕງມາ 1 ຫນ່ວຍ ຈາກນັ້ນນຳໄປຊອຍບາງໆ ແລະຝັກໃຫ້ຫມຸ່ນ ຄັ້ນເອົາແຕ່ນ້ຳຫມາກແຕງແລ້ວກໍຕອງແຍກໃສ່ຖ້ວຍເອົາໄວ້ ຈາກນັ້ນນຳຫມາກເລັ່ນມາ 1 ຫນ່ວຍຊອຍໃຫ່ຫມຸ່ນ ແລ້້້ວຄັ້ນເອົາແຕ່ນ້ຳເຊັ່ນກັນ ນຳນ້ຳຫມາກແຕງ ແລະນໍ້າຫມາກເລັ່ນມາປະສົມໃຫ້ເຂົ້າກັນ ຈາກ

ນັ້ນໃຊ້ສຳລີກ້ອນຈຸ່ມທາ ແລະ ຂັດໃຫ້ທົ່ວໃບຫນ້າ ແລ້ວລ້າງອອກເຊັດຫນ້າໃຫ້ແຫ້ງ ສູດພອກຫນ້າດ້ວຍຫມາກເລັ່ນ ແລະໂຍເກິດ ຊອຍຫມາກເລັ່ນມາເຄິ່ງຫນ່ວຍ ຈາກນັ້ນຝັກໃຫ້ຫມຸ່ນແລ້ວນຳໄປປະສົມກັບໂຍເກິດປະມານ 2 ບ່ວງແກງ ທາໃຫ້ທົ່ວໃບຫນ້າປະໄວ້ປະມານ 20 ນາທີ ຈາກນັ້ນລ້າງອອກດ້ວຍນ້ຳອຸ່ນ.

ການຮັກສາສິວທຳມະຊາດ ນອກຈາກຫມາກເລັ່ນທີ່ສາມາດຊ່ອຍຮັກສາສິວໄດ້ແລ້ວ ຍັງມີພືດສະຫມຸນໄພຫຼາຍຊະນິດ ທີ່ສາມາດນຳມາແກ້ສິວ, ຫລຸດສິວໄດ້ເຊັ່ນ: ກະທຽມ, ຫົວຜັກບົ່ວແດງ ຂີ້ໝິ້ນຮັກສາສິວ ແລະຫມາກແຕງຮັກສາສິວ ກໍເປັນອີກທາງເລືອກໜຶ່ງໃນການຮັກສາສິວ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button