ຖ້າເວົ້າເຖິງຫຼາຍຄົນຄົງຮູ້ດີ ເພາະຜັກກູດ ຖືເປັນພືດຊະນິດໜຶ່ງ ເຊິ່ງສາມາດນຳມາປຸງເປັນອາຫານໄດ້ ແລະ ຍັງເປັນຜັກພື້ນບ້ານທີ່ມີປະໂຫຍດອີກດ້ວຍ ນິຍົມນຳຍອດອ່ອນ ແລະ ໃບອ່ອນມາປຸງອາຫານຫລື ລວກກັບແຈ່ວ ພືດຊະນິດນີ້ ມັກຂຶ້ນຢູ່ຕາມບໍລິເວນທີ່ຊຸ່ມນ້ຳ ແຄມຫ້ວຍ ໜອງ ບຶງ ໃນພື້ນທີ່ເປີດໂລ່ງ ຍິ່ງໃນຊ່ວງໜ້າແລ້ງ

ຜັກກູດຈະມີຣົດຊາດແຊບກວ່າລະດູອື່ນໆ ຜັກກູດຈະມີຣົດຈືດອົມຫວານ ກອບ ເປັນຜັກທີ່ມີເສັ້ນໃຍກາກຫລາຍ ເຮັດໃຫ້ລະບົບຂັບຖ່າຍດີ ນອກຈາກນີ້ຍັງມີ ວິຕາມິນເອ ວິຕາມິນບີ1 ວິຕາມິນບີ2 ວິຕາມິນຊີ ແລະ ໄນອາຊິນ ຂ້ອນຂ້າງສູງ ນຳມາລວກຫລືຕົ້ມໃຫ້ສຸກ ໃຊ້ເປັນຜັກກິນກັບແຈ່ວປະເພດຕ່າງໆ ຫລື ນຳໄປຸປງອາຫານໄດ້ຫຼາຍຢ່າງ.

ສັບພະຄຸນຂອງຜັກກູດມີຄື:
- ຊ່ວຍເພີ່ມພູມຄຸ້ມກັນ ແລະ ຊ່ວຍຕໍ່ຕ້ານອະນຸມູນອິດສະຫລະ
- ໃບຜັກກູດນຳມາຕົ້ມດື່ມ ຊ່ວຍແກ້ໄຂ້ຕັວຮ້ອນ
- ເປັນຜັກທີ່ມີຄຸນສົມບັດຊ່ວຍດັບຮ້ອນ
- ຊ່ວຍຫລຸດລະດັບຄໍເລດເຕີຣອນໃນເມັດເລືອດ
- ອຸດົມໄປດ້ວຍທາດເຫຼັກ ແລະ ບີຕາແຄໂຣທີນ
- ຊ່ວຍແກ້ພະຍາດເລືອດຈາງ
- ຊ່ວຍບຳຣຸງສາຍຕາ
- ຊ່ວຍລະບົບຂັບຖ່າຍ ເພາະເປັນຜັກທີ່ມີເສັ້ນໃຍສູງຫລາຍ

ຂໍ້ຄວນລະວັງ : ບໍ່ຄວນຮັບປະທານຜັກກູດແບບດິບໆ ຫລື ແບບສົດໆ ໃນປະລິມານທີ່ຫຼາຍເກີນໄປ ເນື່ອງຈາກຜັກກູດມີສານອອກຊາເລດໃນປະລິມານທີ່ສູງ
ທີ່ມາ: laoshealth