ສະມຸນໄພຮັກສາຕົກຂາວ ສຳລັບຜູ້ຍິງທີ່ຕົກຂາວຄັນກວນໃຈ ລອງນຳໄປໃຊ້ເດີ


ມີສາວໆ ຈຳນວນບໍ່ນ້ອຍທີ່ກຳລັງມອງຫາວິທີແກ້ອາການຕົກຂາວດ້ວຍຕົວເອງ ບໍ່ວ່າຈະເປັນການກິນຢາ ສອດຢາ ທັງຫມົດເຖິງການໃຊ້ສະມຸນໄພຣ.
ເພື່ອຊ່ວຍບັນເທົາກລິ່ນ ອາການຄັນ ແລະ ແກ້ໄຂຕົກຂາວທີ່ເກີດເຊື້ອຣາໃນຊ່ອງຄອດໃຫ້ກັບມາເປັນປົກກະຕິ ແຕ່ສຳລັບໃຜທີ່ຍັງບໍ່ຮູ້ວ່າຈະຕ້ອງເລືອກຫາສະມຸນໄພຣຊະນິດໃດມາຮັບປະທານຄອບຄູ່ໄປກັບການຮັກສາປົວຕົກຂາວຢູ່ ໃຫ້ຫັນເວລາມາອ່ານ ແລະ ຮຽນຮູ້ ເພາະມື້ນີ້ແອດ.
ຈະນຳສະມຸນໄພຣທີ່ມີລິດຕ້ານເຊື້ອແລະຢັບຢັ້ງການຈະເລີນເຕີບໂຕຂອງແບກທີເຣຍໃນຊ່ອງຄອດມາຝາກກັນ ດັ່ງຕໍ່ໄປນີ້


ຫວານຊັກມົດລູກ : ນັບເປັນຢາສະມຸນໄພສຳລັບສະຕີມາແຕ່ໂບຣ່ຳບູຮານ ແລະ ເປັນທີ່ນິຍົມແພ່ຫຼາຍໃນປະຈຸບັນ ເນື່ອງຈາກໃນວ່ານຊັກມົດລູກມີລິດຄ້າຍກັບຮໍໂມນເພດຍີງ (ເອດໂຕນເຈນ)
ສຳລັບວິທີການອາດເລືອກຮັບປະທານແບບສຳເຣັດຮູບ ຫລື ນຳວ່ານຊັກມົດລູກຕົວຜູ້ມາຫັ່ນເປັນແວ່ນ ນຳໄປຕາກແດດແລ້ວຈຶ່ງນຳມາຕົ້ມກິນເປັນປະຈຳ ຈະຊ່ວຍບຳຣຸງຮັກສາແລະປັບສົມດຸນກ່ຽວກັບລະບົບພາຍໃນຂອງຜູ້ຍິງ.
ບໍ່ວ່າຈະເປັນການເຮັດວຽກງານຂອງມົດລູກ ຮວຍໄຂ່ ທັງຍັງຊ່ວຍຮັກສາອາການອັກເສບແລະ ຄວາມຜິດປົກກະຕິໃນຊ່ອງຄອດໄດ້ອີກດ້ວຍ


ຢ່ານາງ ຫຼາຍຄົນອາດຄຸ້ນເຄີຍກັບການນຳມາໃສ່ແກງເພື່ອຊ່ວຍເພີ່ມຄວາມເຂັ້ມຂົ້ນ ແລະ ແຊບ ແຕ່ວ່າຢ່ານາງຍັງເປັນສະມຸນໄພລິດເຢັນທີ່ມີສັບພະຄຸນເດັ່ນໃນດ້ານການຂັບພິດ ລຸດອາການຕົກຂາວ ແລະ ຊ່ວຍລຸດອາການອັກເສບພາຍໃນຊ່ອງຄອດໄດ້ເປັນຢ່າງດີ..
ພຽງແຕ່ນຳໃບຢ່ານາງສົດໂຂລົກຫລື ຂະຢີ້ໃນນ້ຳດື່ມ ແລ້ວກຣອງກາກອອກ ດື່ມຕອນທ້ອງວ່າງ(ຢາກເຂົ້າ) ຫລື ກ່ອນອາຫານ ມື້ລະ 2-3 ເທື່ອ ອາດເຕີມນ້ຳໄດ້ເພື່ອເຈືອຈາງຄວາມເຂັ້ມຂົ້ນໄດ້ເຊັ່ນກັນ


ຂອບໃຈທີ່ມາ: www.1000kip.com