ສັບພະຄຸນພຶດ

ໝາກໝັ້ນຊ່ວຍຫລຸດນ້ຳຫນັກ, ຕ້ານມະເຣັງ, ປ້ອງກັນເລືອດຈາງ

ໝາກໝັ້ນ ເປັນໄມ້ຢືນຕົ້ນຕະກຸນດຽວກັນກັບໝາກຄາຍ, ເປັນໄມ້ທີ່ປູກຢູ່ໃນເຂດໜາວ ລັກສະນະຂອງໃບເປັນຮູບຫອກ, ປາຍໃບ ແລະ ກົກໃບແຫຼມ, ແຜ່ນໃບສີຂຽວ, ຂອບໃບເປັນຈັກຄ້າຍຄືແຂ້ວເລື່ອຍແບບຖີ່ໆ.

ອອກດອກຈໍານວນຫຼາຍ, ດອກມີຂະໜາດນ້ອຍ ແລະ ມີສີຂາວ, ດອກເປັນດອກແບບສົມບູນເພດ, ດອກຈະອອກໃນຊ່ວງເດືອນມັງກອນຫາເດືອນກຸມພາ ຫຼັງຈາກໄດ້ຮັບຄວາມໜາວພຽງພໍ.

ໝາກເປັນແບບດ່ຽວ, ຈຶ່ງຈັດເປັນພວກ Stone Fruit ໝາກຈະມີຄວາມຫຼາກຫຼາຍທັງໃນເລື່ອງຂອງລົດຊາດ, ສີຂອງໝາກ ແລະ ເນື້ອຂອງໝາກ, ເມື່ອໝາກໃຫຍ່ເຕັມທີ່ຈະມີສີນວນສີຂາວປົກຄຸມຊຶງເອີ້ນວ່າສານເຄືອບ, ເນື້ອມີລົດຫວານ ຫຼື ຫວານອົມສົ້ມດ້ານໃນໝາກມີແກ່ນແຂງຢູ່ 1 ແກ່ນ.

ເຊິ່ງໝາກໝັ້ນມີປະໂຫຍດ ແລະ ສັບພະຄຸນຫຼວງຫຼາຍຕໍ່ຮ່າງກາຍເຮົາ ຊ່ວຍໃນການປັບປຸງຮ່າງກາຍ ແລະ ຄວາມແກ່, ປ້ອງກັນພະຍາດເລື້ອລັງບໍ່ຕິດຕໍ່ ເພາະໝາກໝັ້ນເປັນໝາກໄມ້ທີ່ມີໄຂມັນຕໍ່າ ແລະ ສານອາຫານຫຼາຍຊະນິດສໍາຄັນສູງເຊັ່ນ: ວິຕາມິນ, ເກືອແຮ່, ຄາໂບໄຮເດດ ແລະ ອື່ນໆ.

ຊ່ວຍເສີມສ້າງພູມຄຸ້ມກັນໃຫ້ກັບຮ່າງກາຍ, ຊ່ວຍປ້ອງກັນ ແລະ ຕໍ່ຕ້ານພະຍາດມະເຮັງ, ຫຼຸດຄວາມສ່ຽງຂອງການເກີດພະຍາດມະເຮັງ.ຊ່ວຍສົ່ງເສີມສຸຂະພາບຂອງຫົວໃຈ, ຫຼຸດຄວາມສ່ຽງການເກີດພະຍາດຫົວໃຈ.

ໝາກໝັ້ນອຸດົມໄປດ້ວຍທາດເຫຼັກທີ່ມີຄວາມສໍາຄັນໃນການສ້າງເມັດເລືອດ, ຊ່ວຍບໍາລຸງເລືອດ, ປ້ອງກັນພະຍາດເລືອດຈາງ, ຖ້າຮັບປະທານໝາກໝັ້ນປະຈໍາໃນປະລິມານຫຼາຍຈະຊ່ວຍຫຼຸດນໍ້າໜັກໄດ້.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button