ສັບພະຄຸນພຶດ

ແຊຣເກັບໄວ້.! ດອກມະລິ ເປັນຢາດີ ເຈັບຕາແດງ ຫລື ເນື້ອເຫຍື້ອຕາອັກເສບ

ລັກສະນະພືດສາດ: ຈັດເປັນໄມ້ຟຸ່ມ. ລຳຕົ້ນປະມານ 3 ມ, ກິ່ງມີຂົນກະຈາຍຢູ່ທົ່ວ. ໃບດ່ຽວ, ອອກຮຽງກົງກັນຂ້າມສອງແຜ່ນພຽງສະຫຼັບຕັ້ງສາກ, ຮູບຮີ, ຮູບໄຂ່ປີ້ນ ຫຼື ຮູບເກືອບກົມ, ຍາວ 4-10 ຊມ, ໂຄນໃບຮຽວແຫຼມ, ຂອບລຽບ, ປາຍແຫຼມ, ຜິວໃບດ້ານເທິງສີຂຽວເຂັ້ມ, ກ້ຽງ, ຜິວໃບດ້ານລຸ່ມສີຂຽວອ່ອນ, ມີຂົນກະຈາຍຢູ່ຕາມເສັ້ນກາງໃບ. ກ້ານໃບຮູບກົມ, ຍາວ 2-6 ມມ, ມີຂົນສັ້ນນຸ່ມ.

ຊໍ່ດອກແບບກະຈຸກສັ້ນ, ອອກຕາມປາຍກິ່ງ ຫຼື ປາຍຍອດ. ດອກຍ່ອຍມີ 1-5 ດອກ, ກ້ານດອກຍາວ 0.3-2 ຊມ. ມີໃບປະດັບດອກຮູບຫຼິ່ມ, ຍາວ 4-8 ມມ. ກາບດອກມີ 8-9 ກາບ, ຮູບແຖບ, ຍາວ 5-7 ມມ. ກີບດອກເຊື່ອມຕິດກັນເປັນຫຼອດສັ້ນ, ມີເຖິງ 16 ກີບ, ຮູບຮີ ຫຼື ເກືອບກົມ, ຍາວ 5-9 ມມ. ໝາກຮູບກົມ, ເສັ້ນຜ່າສູນກາງປະມານ 1 ຊມ, ໝາກສຸກເປັນສີມ່ວງດຳ.

ການນຳໃຊ້ສັບພະຄຸນ:

ຮາກ: ໃຊ້ເປັນຢາຢອດຕາ (ຕົ້ມລ້າງ), ຝົນດື່ມແກ້ອາການຮ້ອນໃນ, ແສບທ້ອງ, ຮັກສາຫຼອດລົມອັກເສບ, ເປັນຢາຮັກສາພະຍາດກ່ຽວກັບຊ່ວງເອິກ, ຊ່ວຍຂັບປະຈຳເດືອນ, ແກ້ອາການເຈັບກະດູກ, ເຈັບກ້າມ, ເຮັດໃຫ້ຊາ (ຮາກມະລິສົດທຸບໃຫ້ລະອຽດນຳໄປຂົ້ວກັບເຫຼົ້າຈົນຮ້ອນ ແລ້ວປະໃຫ້ອູ່ນຫຼັງຈາກນັ້ນນຳມາພອກບໍລິເວນທີ່ເຈັບ)

ຮັກສາແຂ້ວແມງ (ຕາກແຫ້ງບົດໃຫ້ເປັນຜົງນຳມາປະສົມກັບໄຂ່ແດງທີ່ຕົ້ມສຸກແລ້ວໃສ້ໃນຮູແຂ້ວແມງ), ຟົກຊ້ຳ, ຮັກສາເບົາຫວານ, ແກ້ອາການເຈັບຫົວ (ຕົ້ມດື່ມ), ແກ້ຮ້ອນໃນ, ເລືອດອອກຕາມຫວ່າງແຂ້ວ ແລະ ນອນບໍ່ຫຼັບ (ຮາກຝົນກັບນ້ຳດື່ມ).

ໝາຍເຫດ: ຮາກມີພິດບໍ່ຄວນໃຊ້ໃນປະລິມານຫຼາຍເກີນ.

ໃບ: ໃຊ້ເປັນຢາຢອດຕາ, ຕຳໃຫ້ລະອຽດປະສົມກັບນ້ຳໝາກພ້າວນຳໄປລົນໄຟຮັກສາແຜ, ຝີໜອງ, ແກ້ໄຂ້, ແກ້ອາການເຈັບຫູ, ຊ່ວຍຂັບນ້ຳນົມ, ຊ່ວຍດັບພິດຮ້ອນ, ຖອນພິດໄຂ້, ແກ້ຮ້ອນໃນ, ຂັບເຫື່ອ, ຮັກສາອາການໄຂ້ຫວັດແດດ, ນຳມາຕົ້ມດື່ມແກ້ອາການເຈັບທ້ອງ, ຖອກທ້ອງ ແລະ ທ້ອງອືດ. ໃບອ່ອນແຊ່ນ້ຳດື່ມແກ້ນິ້ວໃນຖົງນ້ຳບີ, ຮັກສາພະຍາດຜິວໜັງເຮື້ອຮັງ ແລະ ຜື່ນຄັນ.

ດອກ: ໃຊ້ເປັນຢາຫອມ ແກ້ຫືດ, ຊ່ວຍບຳລຸງຫົວໃຈ ເຮັດໃຫ້ຫົວໃຈສົດຊື່ນ, ແກ້ອາການອ່ອນເພຍ, ບຳລຸງກຳລັງ, ແກ້ອາການຖອກທ້ອງ, ດອກສົດນຳມາບົດແລ້ວໃຊ້ພອກຂະມັບຫົວແກ້ອາການເຈັບຫົວ ແລະ ຕາແດງ ຫຼື ເນື້ອເຫຍື້ອຕາອັກເສບ (ໃຊ້ດອກຕົ້ມນ້ຳໃຫ້ຟົດ ປະໃຫ້ເຢັນແລ້ວນຳມາລ້າງຕາ), ນຳດອກມາຕົ້ມດື່ມບຳລຸງເດັກໃນທ້ອງ.

ນ້ຳມັນຫອມ: ດອກໃຊ້ສະກັດເປັນເຄື່ອງສຳອາງຫຼາຍຢ່າງເຊັນ: ນ້ຳມັນບຳລຸງຜົມ ແລະ ນ້ຳຫອມ.

ສິນຄ້າ: ຕົ້ນນຳໄປປູກຂາຍ, ດອກຍັງບໍ່ທັນບານຖືກນຳໄປຫ້ອຍພວງມາໄລຂາຍ ແລະ ນ້ຳສະກັດຈາກດອກທີ່ເປັນ ຜະລິດຕະພັນຍັງຖືກວາງຂາຍຢູ່ຕາມ ຕະຫຼາດທົ່ວໄປ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button