ໝາກຖົ່ວພູ ມີສັບພະຄຸນ ແລະ ປະໂຫຍດຫຼາກຫຼາຍອີຫລິ


ປະໂຫຍດ ແລະ ສັບພະຄຸນຂອງໝາກຖົ່ວພູມີຫລາກຫລາຍເຊັ່ນ:


1. ໝາກຖົ່ວພູອ່ອນຊ່ວຍບຳລຸງຮ່າງກາຍ ຫຼື ຈະໃຊ້ແກ່ນແກ່ຕາກແຫ້ງແລ້ວນຳມາບົດເປັນຜົງມາປະສົມນຳ້ອຸ່ນດື່ມກ່ອນອາຫານ ມື້ລະ 3 ຄັ້ງ.


2. ຫົວໃຕ້ດີນ ຫຼື ຮາກ ນຳມາເຜົາ ຫຼື ໜືງກີນຊ່ວຍບຳລຸງກຳລັງ ຫຼື ຈະໃຊ້ຮາກຖົ່ວພູກັບສະໝູນໄພ ແລະ ນຳ້ດອກໄມ້ໃຊ້ເປັນຢາຊູກຳລັງກໍ່ໄດ້ເຊັ່ນກັນ ແລະ ອີກຕຳລາບວອກວ່າໃຫ້ໃຊ້ແກ່ນແກ່ນຳມາຕົ້ມໃຫ້ສຸກແລ້ວຮັບປະທານ ຫຼື ຈະນຳແກ່ນທີ່ຕົ້ມສຸກມາບົດໃຫ້ລະອຽດປະສົມກັບນຳ້ສຸກໃຊ້ດື່ມກ່ອນອາຫານ ມື້ລະ 3 ຄັ້ງກໍ່ຈະຊ່ວຍໃຫ້ສຸຂະພາບແຂງແຮງເພີ່ມກຳລັງວັງຊາໄດ້ເຊັ່ນກັນ.


3. ຫົວຖົ່ວພູ ເມື່ອນຳມາຕາກແດດແລ້ວຄັ້ນໃຫ້ເຫລືອງ, ໃຊ້ຊົງກັບນຳ້ດື່ມ, ຊ່ວຍແກ້ອາການອ່ອນເພຍໄດ້, ສ່ວນໝາກອ່ອນກໍ່ຊ່ວຍໄດ້ເຊັ່ນກັນ.
4. ຖົ່ວພູອຸດົມໄປດ້ວຍວິຕາມີນ ແລະ ແຮ່ທາດຕ່າງໆ ເຊັ່ນ: ວິຕາມີນເອ, ຊີ, ອີ ແລະ ຍັງເປັນຜັກທີ່ມີໂປຣຕີນສູງ ເຊີ່ງເປັນໂຕຊ່ວຍເສີມສ້າງພູມຄຸ້ມກັນແກ່ຮ່າງກາຍ ແລະ ເຮັດໃຫ້ຮ່າງກາຍແຂງແຮງ ( ຫມາກອ່ອນ).


5. ຫົວມີລົດຊຸ່ມເຢັນ ຊ່ວຍເຮັດໃຫ້ດວງໃຈຊຸ່ມຊື່ນ ການຮັບປະທານຖົ່ວພູເປັນປະຈຳຈະຊ່ວຍບຳລຸງກະດູກ ແລະ ແຂ້ວໄດ້ເປັນຢ່າງດີ ເພາະຖົ່ວພູມີແຄລຊ່ຽມ ແລະ ຟໍຟອຣັດສູງ.
6. ຊ່ວຍແກ້ອາການໂຕຮ້ອນ, ຫຼຸດໄຂ້ໃນເດັກ ( ໝາກອ່ອນ)
7. ໃບຖົ່ວພູຊ່ວຍແກ້ອາການປວດຮາກ.
8. ຫົວຊ່ວຍແກ້ອາການຮ້ອນໃນ, ກະຫາຍນຳ້.


9. ຖົ່ວພູເປັນຜັກທີ່ມີເສັ້ນໃຍອາຫານສູງ ຈື່ງຊ່ວຍລະບົບຂັບຖ່າຍໃຫ້ເຮັດວຽກຢ່າງເປັນປົກກະຕິ.
10. ຊ່ວຍປ້ອງກັນອາການທ້ອງຜູກໄດ້ ( ໝາກອ່ອນ).
11. ຊ່ວຍບັນເທົາອາການປວດເມື່ອຍຕາມຮ່າງກາຍ ( ຫມາກອ່ອນ).

