ສັບພະຄຸນພຶດ

ດື່ມ 1 ຈອກຕອນເຊົ້າ ຫມາກນັດກັບໂຫລະພາປັ້ນ ລົດຊາດແຊບແຖມຍັງມີຊັບພະຄຸນຊັ້ນເລີດ

ສູດນີ້ເປັນເຄື່ອງດື່ມສະມຸນໄພທີ່ເປັນຕົວຊ່ວຍທີ່ດີໃຫ້ແກ່ສຸຂະພາບຮ່າງກາຍຂອງເຮົາປ່ຽນແປງໄປຈາກເດີມເຫມາະທີສຸດກັບຄົນທີເຮັດວຽກຫນັກ ເຫນືອຍ ຜີວພັນບໍ່ສົດໃສ ຮ່າງກາຍອ່ອນເພຍ ພັກຜ່ອນບໍ່ເຕັມທີ ໃຫ້ດືມເຄື່ອງດື່ມນີ້ 1 ແກ້ວຕອນເຊົ້າ ຢ່າງສະຫມ່ຳສະເຫມີຈະຊ່ວຍໃຫ້ຮ່າງກາຍແຂງແຮງຂື້ນຢ່ສງບໍ່ຫນ້າເຊື່ອ

ວິທີເຮັດ: ໃຫ້ປອກເປືອກຫມາກນັດ1ຫນ່ວຍຈາກນັ້ນຕັດເປັນຕອນນ້ອຍໆ ໃຫ້ໃຊ້ແກນກາງຂອງຫມາກນັດນຳ, ເອົາຜັກໂຫລະພາປະມານ 1ກຳມືນຳໄປລ້າງນ້ຳໃຫ້ສະອາດ ແລ້ວເດັດເອົາໃບແລະຍອດອ່ອນ ນຳໄປປັ່ນໃນໂຖປັ່ນໃສ່ນ້ຳລົງໄປໃສ່ຫມາກນັດລົງໄປປັ່ນໃຫ້ລະອຽດແລ້ວຕ່ອງດ້ວຍຜ້າຂາວ ຈະເພີ່ມຄວາມຫວານດ້ວຍນ້ຳເຜີ້ງ ຫລື ຕັດລົດສົ້ມດ້ວຍນ້ຳຫມາກຫນາວກໍ່ໄດ້

ຊັບພະຄຸນທີໄດ້: ການດື່ມເຄື່ອງດື່ມນີ້1ແກ້ວຕອນເຊົ້າຈະຊ່ວຍໃຫ້ ໂລຫິດໄປລ້ຽງສະຫມອງສ່ວນຫນ້າໄດ້ຂື້ນ ແກ້ອາການໂລຫິດຂຸ້ນ ແລະຊ່ວຍຫລຸດຄວາມດັນໂລຫິດສູງ,ບຳລຸງຫົວໃຈເຮັດໃຫ້ມີການສູບສີດໄດ້ດີລະບົບການເຮັດວຽກຂອງຮ່າງກາຍດີ ຜີວພັນເປັ່ງປັ່ງຂື້ນ ງາມຂື້ນ

Cr. ສະມຸນໄພລາວກາປີເຊີຍ @ແຊສອອກໄປໃຫ້ຫລາຍໆຄົນຮູ້ຈັກ ເພື່ອໄດ້ບຸນນຳກັນ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button