

ຕົ້ນຂາຂຽດມີສັບພະຄຸນທີ່ຫລາກຫລາຍເຊັ່ນ: ທັງຕົ້ນ ໃຊ້ຕົ້ມດື່ມເພື່ອຊ່ວຍຂັບປັດສະວະ, ແກ້ພິດຮ້ອນ, ຖອນພິດໄຂ້, ນຳມາຄັ້ນນ້ຳດື່ມເປັນຢາແກ້ໄອ, ຕົ້ມກັບຜັກກະເສດກິນແກ້ອາການເມົາຈາກພິດຂອງເຫັດ ແລະ ນຳມານຳໃຫ້ລະອຽດໃຊ້ພອກຮັກສາຝີ. ໃບ: ກິນສົດເພື່ອລົດອາການຮ້ອນໃນ.


ການນຳໃຊ້ເປັນອາຫານ: ຍອດກິນສົດ, ກິນກັບແຈ່ວ, ລາບ, ກ້ອຍ, ຍຳ, ຕຳສົ້ມ,ໃຊ້ປຸງປະກອບອາຫານ ຫຼື ໃສ່ແກງ.


ລັກສະນະພືດສາດຜັກຂາຂຽດ: ຈັດເປັນພືດລົ້ມລຸກ. ລຳຕົ້ນສັ້ນຢູ່ໃຕ້ດິນ, ສີນ້ຳຕານ. ໃບດ່ຽວ, ອອກແບບຮຽງສະຫຼັບ, ຮູບຫົວໃຈ, ກ້ວາງ 2-3 ຊມ, ຍາວ 4-5 ຊມ, ໂຄນໃບວ້ຳເຂົ້າ, ຂອບລຽບ, ປາຍແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ສີຂຽວເຂັ້ມ, ຜິວລຽບ. ກ້ານໃບກົມ, ອົມນ້ຳ, ດ້ານໃນມີຊ່ອງຫວ່າງ, ຍາວ 10-25 ຊມ, ໂຄນໃບອວບຫຸ້ມກັນໄວ້.


ຊໍ່ດອກແບບກະຈຸກ, ອອກກ່າງກ້ານໃບ. ດອກຍ່ອຍມີ 3-15 ດອກ, ກີບເປັນກີບລວມ, ມີ 6 ກີບ, ແຍກກັນອິດສະຫຼະ, ຮູບຫອກ, ຮູບໄຂ່ ຫຼື ຮູບຮີ, ສີມ່ວງ. ເກສອນເພດຜູ້ມີ 6 ອັນ. ໝາກມີລັກສະນະຄ້າຍກັບແຄັບຊູນ, ຍາວ 1 ຊມ, ສີຂຽວ, ໝາກແກ່ແລ້ວແຕກເປັນສາມແສກ. ແກ່ນຈຳນວນຫຼາຍ, ສີນ້ຳຕານ.
ຂໍ້ມູນຈາກ: ພາເຂົ້າລາວ