ໃຈດີມາບອກ.! ໝາກຕຳແ ຍ ເປັນສະຫມຸນໄພສຳລັບທ່ານຊາຍ


ໝາກຕໍາແຍ ເປັນພືດຊະນິດໜຶ່ງທີ່ຄ້າຍຄືຖົ່ວລັນເຕົາ ມີຊື່ເອີ້ນທາງວິທະຍາສາດ Mucuna orurienc ທີ່ຂື້ນຊື່ເລື້ອງຄວາມຄັນຄາຍ.


– ລັກຊະນະຂອງຕົ້ນ: ເປັນໄມ້ປະເພດເລື້ອຍຄານ, ມີໃບອ່ອນນຸ້ມ, ມີຂົນອ່ອນ ມັກເລືອຂື້ນຕາມຕົ້ນໄມ້ສູງ.
– ດອກ: ເປັນສີມ່ວງ, ເກີດຂື້ນໃນຊ່ວງທ້າຍລະດູຝົນ, ເປັນຊໍ່ຂະໜາດໃຫ່ຍ ແລະ ເປັນພວງຍ້ອຍລົງມາ.
– ໝາກ: ເມື່ອຕອນອ່ອນຈະເປັນຂົນນ້ອຍໆ, ມີລັກຊະນະຄ້າຍຄືຖົ່ວລັນເຕົາ, ຕອນແກ່ຈະປ່ຽນເປັນສີນໍ້າຕານເຂັ້ມ ແລະ ມີຂົນ ທີ່ມີສານທີ່ເອີ້ນວ່າ ຊີໂຣໄທນີນ ເຮັດໃຫ້ເກີດອາການຄັນເມື່ອຖືກຜີວໜັງ.
– ແກ່ນ: ໃນໝາກຂອງມັນຈະມີແກ່ນ, ປີວໄປຕາມສາຍລົມໄດ້ ເຊິ່ງບໍ່ຮູ້ວ່າຈະໄປເກີດຢູ່ໃສ, ການຂະຫຍາຍພັນກໍ່ເກີດຈາກເມັດນີ້ແລະ.
– ອາການຄັນ: ຈະມີອາການປວດ, ແສບຮ້ອນ ແລະ ຮ້າຍແຮງເຖີງຂັ້ນເຮັດໃຫ້ຫາຍໃຈຍາກອີກດ້ວຍ.
ສັບພະຄຸນທາງຢາຂອງໝາກຕໍາແຍ


1. ແກ່ນ: ເຮັດໃຫ້ສະຖານະທາງເພດດີຂື້ນ, ບໍ່ວ່າຈະເປັນການເພີ້ມຈໍານວນສະເປີມ ແລະ ຊະລໍການຫຼັ່ງໄວຂອງອະສຸຈິ, ຊ່ວຍປ້ອງກັນພະຍາດສະໝອງເຊື່ອມ, ຊ່ວຍບໍາລຸງສະໝອງ ແລະ ເປັນຢາຜ່ອນຄາຍຄວາມຄຽດ, ແກ້ປວດເມື່ອຍ ແລະ ຊ່ວຍໃຫ້ກ້າມຊີ້ນຜ່ອນຄາຍຈາກການເຮັດວຽກໜັກ ດ້ວຍການນໍາມາຕົ້ມນໍ້າດື່ມ
2. ຮາກ: ເອົາມາຕົ້ມນໍ້າດື່ມ ເພື່ອເປັນຢາຂັບປັດສະວະ, ຂີ້ກະເທີ ແລະ ແກ້ອາການໄອ.
3. ໃບ: ນໍາມາຕໍາໃຫ້ລະອຽດ ແລ້ວນໍາມາພອກໃສ່ຕູມຟີ ຈະເຮັດໃຫ້ຫາຍຂາດໄດ້.