ຕົ້ນມູກຂາວ ເປັນຢາດີ ຂັບພະຍາດແມ່ທ້ອງ, ຢາແກ້ເບົາຫວານ


ຕົ້ນມູກຂາວ ມີສັບພະຄຸນທີ່ຫລາກຫລາຍທີ່ທ່ານຍັງຄິດບໍ່ເຖິງ,ສະນັ້ນ,ມື້ນີ້ພວກເຮົາມາອ່ານໃຫ້ຮູ້ສັບພະຄຸນຂອງຕົ້ນມູກໃຫນ່:


ຮາກ: ຕົ້ມດື່ມແກ້ອາການຖອກທ້ອງ, ເຈັບທ້ອງບິດ, ຊ່ວຍຂັບເລືອດ, ຂັບເລືອດປະຈຳເດືອນຂອງແມ່ຍິງ ແລະ ຊ່ວຍຂັບເລືອດເສຍ.
ເປືອກຕົ້ນ: ຊ່ວຍແກ້ອາການທ້ອງຂີ້ຮາກ (ເປືອກ, ນ້ຳມັນຈາກເມັດ), ຊ່ວຍຈະເລີນອາຫານ, ບຳລຸງທາດທັງ 4 , ເປັນຢາແກ້ເບົາຫວານ, ປຸງເປັນຢາແກ້ໄຂ້ສັ່ນ, ແກ້ໄຂ້ເນື່ອງຈາກລົມ, ແກ້ໄຂ້ເນື່ອງຈາກເລືອດ, ແກ້ໄຂ້ພິດ, ຊ່ວຍຂັບເສມຫະເປັນພິດ, ແກ້ພະຍາດລຳໄສ້, ແກ້ທ້ອງບິດ, ແກ້ທ້ອງບິດມູກເລືອດ, ເປືອກແຫ້ງນຳມາທາຕົວແກ້ທ້ອງໃຫຍ່ໄດ້, ແກ້ດີພິການ, ຊ່ວຍຂັບນ້ຳເຫຼືອງເສຍ, ນຳມາຕົ້ມດື່ມຊ່ວຍແກ້ອາການເຈັບກ້າມເນື້ອ ແລະ ຊ່ວຍຟອກເລືອດ.


ເນື້ອໄມ້ ຫຼື ແກ່ນໄມ້: ເປັນຢາແກ້ພະຍາດຜິວໜັງ ແລະ ກາກເກື້ອນ.ໃບ: ຊ່ວຍຮັກສາຫຼອດລົມອັກເສບ, ຂັບພະຍາດພິດໃນທ້ອງ, ຂັບພະຍາດແມ່ທ້ອງ, ນຳມາຕົ້ມອາບຮັກສາພະຍາດຫິດ (ເປຶອກ, ໃບ), ຊ່ວຍຮັກສາແຜ່ພຸພອງ, ຮັກສາຝີ, ຊ່ວຍແກ້ອາການເຈັບກ້າມເນື້ອ ແລະ ຊ່ວຍຂັບນ້ຳນົມຂອງແມ່ຍິງ.
ດອກ: ເປັນຢາຂັບພະຍາດພິ ແລະ ຖ່າຍພະຍາດພິດ.ໝາກ: ເປັນຢາແກ້ສັນນິບາດ, ຊ່ວຍແກ້ວັນນະໂຣກຂອງແມ່ຍິງເວລາຢູ່ໄຟ ແລະ ຊ່ວຍຂັບເລືອດ.
ແກ່ນ: ເຮັດໃຫ້ແຂ້ວແຂງແຮງ, ເປັນຢາແກ້ໄຂ້, ແກ້ຖອກທ້ອງ, ແກ້ໄຂ້ເພື່ອເກີດສານໂຣກ, ຊ່ວຍຂັບລົມ, ຊ່ວຍໃນການຂັບຖ່າຍ, ແກ້ທ້ອງເສຍ, ແກ້ທ້ອງບິດ, ຊ່ວຍຖາຍພະຍາດພິດໃນລຳໄສ້, ຮັກສາແຜ່, ຮັກສາແຜ່ໃນລຳໄສ້, ຊ່ວຍແກ້ຕານເຕັ້ນ ແລະ ຊ່ວຍຮັກສາພະຍາດຜິວໜັງ.


ພືດປະດັບ: ນິຍົມນຳມາປູກເປັນໄມ້ປະດັບ. ນອກນີ້ເນື້ອໄມ້ຍັງສາມາດນຳມາປະດິດເປັນເຄື່ອງໃຊ້ສອຍໃນເຮືອນ.
ສານສຳຄັນທີ່ພົບ: ສານ ອັນຄາລອຍປະມານ 4,5% ເຊິ່ງປະກອບໄປດ້ວຍ Conessine, Kurchine ແລະ Kurchicine. ສ່ວນໃນໃບພົບສານ kurchamine ແລະ kurchessine. ເປືອກຕົ້ນພົບສານ Conessine ຈຳນວນ 0,4% ສາມາດນຳມາຮັກສາພະຍາດບິດໄດ້ແຕ່ບໍ່ນິຍົມເນື່ອງຈາກມີຜົນຂ້າງຄຽງຕໍ່ລະບົບປະສາດ.


ລັກສະນະພືດສາດ: ຈັດເປັນໄມ້ຢືນຕົ້ນຂະໜາດນ້ອຍ ຫຼື ໄມ້ຢືນຕົ້ນະໜາດກາງ. ລຳຕົ້ນສູງ 3-15 ມ, ຮູບກົມ, ເປືືອກຕົ້ນທາງນອກເປັນສີເທົ່າອ່ອນ ຫຼື ສີນ້ຳຕານ, ແຕກອອກເປັນເກັດ, ກົມບໍ່ສະເໝີກັນ, ເປືອກຂັ້ນໃນເປັນສີຈືດ, ທຸກສ່ວນຂອງຕົ້ນມີຢາງສີຂາວຂຸ້ນ.
ໃບດ່ຽວ, ອອກຮຽງກົງກັນຂ້າມສອງແຜ່ນພຽງສະຫຼັບຕັ້ງສາກ, ຮູບຮີ, ຮູບໄຂ່, ຮູບຂອບຂະໜານ ຫຼື ຮູບໄຂ່ປີ້ນ, ກ້ວາງ 4-12 ຊມ, ຍາວ 10-27 ຊມ, ໂຄນໃບແຫຼມ ຫຼື ມົນ, ຂອບລຽບ, ປາຍຮຽວແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ, ຜິວໃບດ້ານເທິງມີຂົນອ່ອນນຸ້ມປົກຄຸມບາງໆ, ສ່ວນຜິວໃບດ້ານລຸ່ມມີຂົນປົກຄຸມຢ່າງໜາແໜ້ນ, ໃບຫຼົ່ນງ່າຍ.
ກ້ານໃບຍາວ 0.2-0.6 ຊມ. ຊໍ່ດອກແບບກະຈຸກ, ອອກບໍລິເວນໃກ້ກັບປາຍກິ່ງ, ຊໍ່ດອກຫ້ອຍລົງ, ຍາວ 4-10 ຊມ. ກ້ານຊໍ່ດອກຍາວ 0.6-1.7 ຊມ. ດອກຍ່ອຍຈຳນວນຫຼາຍ, ມີຂະໜາດ 2.5-3.5 ຊມ, ສີຂາວ ຫຼື ສີເຫຼືອງອ່ອນ ຫຼື ບາງຄັ້ງອອກສີບົວອ່ອນ, ມີກິ່ນຫອມ. ກາບດອກໂຄນເຊື່ອມກັນເລັກນ້ອຍ, ປາຍແຍກເປັນ 5 ແສກ, ຂະໜາດ 2-4 ມມ, ລັກສະນະແຄບ ແລະ ແຫຼມ, ມີຕ່ອມກະຈາຍຢູ່ທົ່ວ, ມີຂົນສີຂາຍກະຈາຍທົ່ວກາບດອກ.


ກີບດອກເຊື່ອມຕິດກັນເປັນຫຼອດ, ຍາວ 9-11.5 ມມ, ປາຍເປັນ 5 ແສກ, ຊ້ອນເຫຼືອມກັນ, ວຽນຊ້າຍ, ຜິວດ້ານນອກມີຂົນສີຂາວ. ເກສອນເພດຜູ້ມີ 5 ອັນ, ກ້ານຊູເຊື່ອມຕິດກັນໃນຫຼອດກີບດອກ, ໂຄນກ້ານຊູມີຂົນ, ຖົງລະອອງແຄບ, ຮູບລູກສອນ. ເຕົ້າໄຂ່ຈັບເທິງ, ມີ 2 ຫ້ອງແຍກອອກຈາກກັນ, ຄໍເຕົ້າໄຂ່ເຊື່ອມຕິດກັນ, ຍາວ 1.8-2.5 ຊມ.
ໝາກເປັນຝັກຄູ່ຫ້ອຍໂຄ້ງລົງ, ລັກສະນະຮູບຊົງກະບອກແຄບ, ກ້ວາງ 0.3-0.8 ຊມ, ຍາວ 18-43 ຊມ, ໂຄນແປ, ປາຍຝັກແຫຼມ, ໝາກແກ່ແລ້ວແຕກອອກເປັນ 2 ແສກ. ແກ່ນຈຳນວນຫຼາຍ, ລັກສະນະແປ, ຂະໜາດ 1.3-1.7 ມມ, ສີນ້ຳຕານ, ກ້ຽງ, ມີຂົນສີຂາວຈັບແບບກະຈຸກ, ຈັບຢູ່ຍອດແກ່ນສາມາດປິວໄປຕາມລົມໄດ້.
ຂອບໃຈທີ່ມາ: ພາເຂົ້າລາວ