ສັບພະຄຸນທາງຢາ: ຮາກ: ເປັນຢາບຳລຸງກຳລັງ (ຕົ້ມກັບເຄືອຮໍສະພານຄວາຍ ແລະ ດູ່ເຄືອ), ປຸງເປັນຢາຖອນພິດໄຂ້, ດັບພິດໄຂ້ທຸກຊະນິດ, ແກ້ໄອ, ຕົ້ມດື່ມແກ້ຮ້ອນໃນເນື່ອງ ຈາກຂາດນ້ຳ, ດັບພິດຮ້ອນ, ຊ່ວຍຫຼຸດພິດຮ້ອນໃນຮ່າງກາຍ, ຕົ້ມດື່ມແກ້ເລືອດດັງໄຫຼ ແລະ ຊ່ວຍຂັບນ້ຳຄາວປາຫຼັງເກິດລູກຂອງຜູ້ຍິງ (ຕົ້ມກັບຮາກຂິ້ເຫຼັກບ້ານ ຫຼື ຮາກຕົ້ນກ້າງປາແດງ).
ໃບ: ແກ້ໄຂ້ຫວັດໃຫຍ່, ແກ້ເລືອດດັງອອກ, ແກ້ອາການຄໍອັກເສບ, ຕ່ອມທອນຊິນອັກເສບ ແລະ ຮັກສາວັນນະໂຣກປອດໄດ້ອີກດ້ວຍ.ທັງ
ຕົ້ນ: ຕົ້ມດື່ມເປັນຢາບຳລຸງກຳລັງ, ແກ້ອາການໄອເປັນເລືອດ ແລະ ດອງເຫຼົ້າດື່ມເປັນຢາບຳລຸງນ້ຳໜັກ.

ນອກນັ້ນແລ້ວຍັງມິສັບພະຄຸນ: ແກ້ໄຂ້ສັ່ນ, ຊ່ວຍຂັບປັດສະວະ ແລະ ແກ້ປັດສະວະຂັດ.

ລັກສະນະພືດສາດ: ຈັດເປັນໄມ້ຟຸ່ມຂະໜາດນ້ອຍ. ລຳຕົ້ນແຕກກິ່ງກ້ານສາຂາຈຳນວນຫຼາຍ, ສູງ 60-120 ຊມ, ລຳຕົ້ນມີໜາມ, ມີຂໍ້, ກິ່ງອ່ອນມີຂົນສີນ້ຳຕານປົກຄຸມຢູ່. ໃບດ່ຽວ, ອອກຮຽງກົງກັນຂ້າມ ສອງແຜ່ນພຽງສະຫຼັບຕັ້ງສາກ, ອອກຕາມຂໍ້ຂອງລຳຕົ້ນ, ຮູບໄຂ່ ຫຼື ຮູບຮີ, ກ້ວາງ 4-7 ຊມ, ຍາວ 10-15 ຊມ, ໂຄນໃບແຫຼມ ຫຼື ຮຽວແຫຼມ, ຂອບລຽບ, ປາຍແຫຼມ ຫຼື ມີຕິ່ງໜາມ, ສີຂຽວເຂັ້ມ, ແຜ່ນໃບດ້ານລຸ່ມມີຂົນກະຈາຍຕາມເສັ້ນກ່າງກາງໃບ, ແຜ່ນໃບດ້ານເທິງມີຂົນກະຈາຍຫ່າງໆ. ກ້ານໃບແປ, ຍາວ 0.2-0.5 ຊມ.
ຊໍ່ດອກແບບກະຈະແໜ້ນ, ອອກຕາມງ່າມໃບ ແລະ ປາຍຍອດ. ດອກຍ່ອຍມີ 10 ດອກ, ເມື່ອບານເຕັມທີມີເສັ້ນຜ່າສູນກາງປະມານ 4 ຊມ, ຮູບປາກເປີດ. ກ້ານດອກຍ່ອຍຍາວປະມານ 5 ມມ. ໃບປະດັບມີ 2 ໃບຫຸ້ມໂຄນດອກໄວ້, ຮູບຮີ ຫຼື ຮູບຫອກ, ກ້ວາງປະມານ 4 ມມ, ຍາວປະມານ 10 ຊມ, ຂອບແສກແຂ້ວ, ປາຍແຫຼມ.

ກາບດອກມີ 2 ຄູ່, ໂຄນເຊື່ອມຕິດກັບ, ປາຍແຍກອອກເປັນ 2 ແສກ, ຮຽງກົງກັນຂ້າມກັນ, ຄູ່ນອກຮູບໄຂ່, ກ້ວາງປະມານ 1.6 ຊມ, ຍາວປະມານ 2.5 ຊມ, ຂອບແສກແຂ້ວ, ປາຍແຫຼມ, ຄູ່ດ້ານໃນເປັນຮູບຫອກ, ກ້ວາງປະມານ 2 ມມ, ຍາວປະມານ 10 ມມ, ຂອບມີຕ່ອມ, ປາຍຮຽວແຫຼມ. ກີບດອກເຊື່ອມຕິດກັນເປັນຫຼອດ, ຍາວປະມານ 2.5 ຊມ, ປາຍແຍກອອກເປັນ 4 ແສກ, ຮູບໄຂ່, ກ້ວາງ ປະມານ 2 ຊມ, ຍາວ 1.5 ຊມ, ຂອບລຽບ, ປາຍມົນ, ກີບປາກລຸ່ມມີ 1 ກີບ, ຮູບໄຂ່ປີ້ນ, ກ້ວາງປະມານ 1.5 ຊມ, ຍາວປະມານ 2 ຊມ, ກີບດອກດ້ານນອກລຽບ, ດ້ານໃນມີຂົນ, ສີມ່ວງ.
ເກສອນເພດຜູ້ມີ 5 ອັນ, ຕິດຢູ່ໂຄນຫຼອດກີບດອກ, ແບ່ງອອກເປັນ 2 ຄູ່, ກ້ານເກສອນຍາວປະມານ 2 ຊມ, ໂຄນມີຂົນສັ້ນ, ຖົງລະອອງຮູບຂອບຂະໜານ, ກ້ວາງປະມານ 1.5 ມ, ຍາວປະມານ 4 ມມ, ແຕກຕາມລວງຍາວ, ສີມ່ວງ, ເກສອນເພດຜູ້ຄູ່ຍາວປະມານ 4 ມມ, ມີຂົົນປົກຄຸມຢູ່ທົ່ວ, ຖົງລະອອງກ້ວາງ 0.5, ຍາວປະມານ 1 ມມ ແລະ ມີເກສອນເພດຜູ້ເປັນໝັນອີກ 1 ອັນ.

ເຕົ້າໄຂ່ຈັບເທິງ, ຮູບຂອບຂະໜານ, ກ້ວາງປະມານ 1.5 ຊມ, ຜິວລຽບ, ມີ 2 ຫ້ອງ, ແຕ່ລະຫ້ອງມີ 2 ເມັດໄຂ່, ເຕົ້າໄຂ່ສູງປະມານ 2 ມມ, ຄໍເຕົ້າໄຂ່ຍາວ 4-5 ຊມ, ປາຍຮວງຮັບແຍກອອກເປັນ 2 ແສກ, ຍາວປະມານ 5 ມມ. ໝາກເປັນຝັກແປ, ກ້ຽງ, ສີນ້ຳຕານ, ໝາກແຫ້ງແຕກໄດ້. ແກ່ນມີ 4 ແກ່ນ, ຮູບກົມ, ແປ.
ຂອບໃຈທີ່ມາ: phakhaolao.com