

ການນຳໃຊ້: ຊາວບ້ານໃຊ້ຜັກອີຕູ່ລົມແດງປຸງກິ່ນໃນອາຫານໃຫ້ຫອມ ແລະ ຊ່ວຍລົດກິ່ນຄາວ. ນອກຈາກນີ້ແລ້ວຍັງນຳໃຊ້ເປັນຢາຄື: ໃຊ້ເປັນຢາບຳລັງ ແລະ ສ້າງພູມຕ້ານທານໃຫ້ຮ່າງກາຍ.


ໃບ: ເຮັດໃຫ້ຮ່າງກາຍອົບອຸ່ນ, ປ້ອງກັນຫວັດໄດ້, ບຳລຸງທາດໄຟ, ແກ້ອາການປ່ວນທ້ອງ-ປວດຮາກ, ແກ້ອາການເຈັບທ້ອງ, ຊ່ວຍຂັບລົມແກ້ອາການຂັບລົມໃນກະເພາະ, ແກ້ລົມພິດ,
ແກ້ອາການຈຸກສຽບແໜ້ນທ້ອງ, ເປັນຢາຮັກສາຂີ້ກາກຂີ້ກ້ຽນ, ຮັກສາຂີ້ກະຕອດ, ຊ່ວຍແກ້ພິດຈາກແມງໄມ້ກັດ, ຊ່ວຍເພີ່ມນ້ຳນົມໃຫ້ແມ່ຍິງຫຼັງຄອດລູກ, ຊ່ວຍດັບກິ່ນປາກໄດ້, ໄລ່ຍຸງ ແລະ ລໍ້ແມງວັນ.
ເມັດ: ໃຊ້ແຊ່ນ້ຳໃຫ້ເປັນເໝີອກຂາວໃຊ້ພອກບໍລິເວນຕາເມື່ອມີຝຸ່ນ ຫຼື ຂີ້ເຫຍື່ອເຂົ້າຕາ


ນ້ຳສະກັດຈາກອີ່ຕູ່ລົມແດງ: ຊ່ວຍລົດອາການບີບຕົວຂອງລຳໄສ້, ຍ່ອຍໄຂມັນ, ຮັກສາແຜໃນກະເພາະອາຫານ, ຊ່ວຍຂັບນ້ຳບີ, ຢັບຢັ້ງການຈະເລີນເຕີບໂຕຂອງເຊື້ອພະຍາດ ແລະ
ຂ້າເຊື້ອຈຸລິນຊີບາງຊະນິດ, ຢັບຢັ້ງທາດ ອານຟາທອກຊິນທີ່ເປັນສານກໍມະເຮັງ, ຂັບໄຂ່ມັນ ແລະ ນ້ຳຕານສ່ວນເກີນອອກຈາກຮ່າງກາຍ, ລົດນ້ຳຕານໃນເລືຶອດ, ປ້ອງກັນພະຍາດເບົາຫວານ.
ໃຊ້ເປັນສິນຄ້າ: ນຳມາສະກັດເປັນຢາ ແລະ ນ້ຳມັນຫອມລະເຫີຍ


ລັກສະນະພືດສາດ: ເປັນໄມ້ລົ້ມລຸກ. ລໍາຕົ້ນສູງ 30-60 ຊມ, ພາກສ່ວນອ່ອນມີສີແດງອົມຂຽວ, ມີຂົນອ່ອນນຸ່ມກະຈາຍຢ່າງໜາແໜ້ນ, ສີຂາວ.
ລຳຕົ້ນແກ່ສີແດງເຂັ້ມ ຫຼື ສີນ້ຳຕານ, ຜິວກ້ຽງ. ໃບດ່ຽວ ຈັບກົງກັນຂ້າມສອງແຜ່ນພຽງສະຫຼັບຕັ້ງສາກ, ຮູບຮີ, ໂຄນໃບ ແຫຼມ, ຂອບໃບເປັນຄື້ນ ຫຼື ແສກແຂ້ວເລື່ອຍ, ປາຍແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ, ມີຂົນສີຂາວ, ກະຈາຍຢ່າງໜາ ແໜ້ນ.
ຊໍ່ດອກແບບຫາງກະຫອກ ອອກຕາມປາຍຍອດ. ດອກຍ່ອຍມີຈຳນວນຫຼາຍ, ສີຂາວປົນສີມ່ວງ. ກາບດອກເຊື່ອມ ຕິດກັນເປັນຫຼອດ, ຮູບຊົງກະບອກ, ປາຍຮຽວແຫຼມ, ສີແດງອົມຂຽວ. ກີບດອກແບ່ງອອກເປັນ 2 ກີບຄື: ກີບປາກເທິງມີ 4 ແສກ, ຮູບໄຂ່, ຂອບລຽບ, ປາຍແຫຼມ, ປາກລຸ່ມມີ 1 ແສກ ຍາວກ່ວາປາກເທິງ, ມີຂົນ.
ເກສອນເພດຜູ້ມີ 4 ອັນຈັບຢູ່ກີບ ດອກ, ກ້ານຊູຖົງລະອອງສີຂາວ, ຍາວ 3-4 ຊມ, ຖົງລະອ່ອງຈັບຢູ່ປາຍກ້ານຊູຖົງລະອອງ, ຮູບໝາກໄຂ່ຫຼັງ, ສີນ້ຳຕານ. ເຕົ້າໄຂ່ຮູບກົມ, ຄໍເຕົ້າໄຂ່ຍາວ 3-6 ມມ, ຮວງຮັບແຍກອອກເປັນສອງແສກ. ໝາກແຫ້ງແລ້ວແຕກ, ຮູບກົມ. ແກ່ນຮູບໄຂ່, ສີນ້ຳຕານ.


ຂອບໃຈທີ່ມາ: phakhaolao.com