ສັບພະຄຸນພຶດ

ປອມບີກະທິງ ຊ່ວຍທ່ານຊາຍ ຊອກມາບອງເຫລົ້າດື່ມ ເມຍດີໃຈແນ່ນອນ

ການນຳໃຊ້: ປອມບີກະທິງເປັນທີ່ຮູ້ຈັກກັນແຜ່ຫຼາຍໃນຈີນ ແລະ ຫວຽດນາມ, ໃຊ້ເປັນຢາບຳລຸງເລືອດ ເພື່ອໃຫ້ໄຫຼວຽນປົກກະຕິ ແລະ ບຳລຸງຮ່າງກາຍໃຫ້ມີສຸຂະພາບທີ່ແຂງແຮງ.

ຢູ່ຫວຽດນາມໄດ້ມີການເກັບກູ້ຫົວປອມບີກະທິງ ອາຍຸປະມານ 5 ປີ ຈື່ງມີປະສິດທີພາບດີ ເພາະມັນຈະສະສົມສານເຄມີທີ່ເປັນຢາອັນຫຼາກຫຼາຍ, ມັນມີປະສິດທິພາບໃນການບຳລຸງ ແລະເປັນຢາຮັກສາທາດສຳລັບເພດຊາຍ.

ຢູ່ຊຽງຂວາງນຳເອົາມາບອງເຫຼົ້າ, ດື່ມຊູ່ກຳລັງ, ເວລາກິນເຂົ້າໄປແລ້ວຈະຮູ້ສຶກວ່າສະບາຍຕົວ, ດີເຈັບຫຼັງເຈັບແອວ, ສະນັ້ນແລ້ວເຮັດໃຫ້ມີປະຊາຊົນເກັບກູ້ຮາກ ແລະ ເຫງົ້າມາຂາຍໃນຄາລາຂ້ອນຂ້າງສູງໃນປະຈຸບັນ ແລະ ກາຍເປັນພືດທີ່ຫາຍາກໃນປະເທດລາວໄປແລ້ວ.

ນິເວດວິທະຍາ: ປອ ມບີກະທິງເປັນພືດທີ່ເກີດໃນລະດັບສູງຈາກລະດັບໜ້ານຳທະເລຢູ່ລະຫວ່າງ 1200 ຫາ 2100 ແມັດ, ຢູ່ໃນອຸນຫະພູມລະຫວ່າງ 20-25 ອົງສາ, ແລະ ກາງຄືນອຸນຫະພູມປະມານ 15-18 ອົງສາ. ປອມບີກະທິງສ່ວນຫຼາຍຈະເປັນພືດທີ່ມັກເກິດເປັນສຸມຕໍ່ໆກັນ ແລະ ຢູ່ຕິດໆກັນເປັນກຸ່ມໃຫຍ່,

ຢູ່ໃຕ້ປ່າດົງດິບທີ່ມີໃບໄມ້ທັບຖົມຈຳນວນຫຼວງຫຼາຍ ຫຼື ມີຄວາມຊຸ່ມທີ່ໃກ້ກັບຫ້ວຍນ້ຳແຕ່ຢູ່ເທິງພູສູງຈຶ່ງມັກເຫັນ, ຫວຽດນາມໄດ້ລາຍງານວ່າພືດຊະນິດນີ້ໄດ້ມີຄວາມສ່ຽງຕໍ່ການສູນພັນເພາະໃນທຳມະຊາດໃກ້ຈະໜົດແລ້ວ, ເພາະມີການຂຸດຄົ້ນຈຳນວນຫຼວງຫຼາຍໃນຊ່ວງ ສິບປີທີ່ຜ່ານມາ ແລະ ໃນປະຈຸບັນຄົນຫວຽດໄດ້ເຂົ້າມາລາວເພື່ອຊອກຊື່ພືດຊະນິດນີ້ຢູ່ໃນລາວ ເຮັດໃຫ້ພືດຊະນິດມີຄວາມສ່ຽງຕໍ່ການສູນພັນໃນລາວເຊັ່ນດ່ຽວກັນ.

ລັກສະນະພືດສາດ:

ປອມບີກະທິງເປັນພືດລົ້ມລຸກຫຼາຍປີ, ມີຄວາມສູງຕັ້ງແຕ່ 40 ຊັງຕິແມັດ ຫາ 100 ຊັງຕິແມັດ, ຮາກເຫງົ້າຈະເປັນທ່ອນຍາວຕໍ່ໆກັນ, ເປັນສີເທົາອົມເຫຼືອງ, ມີເສັ້ນຜ່າສູນກາງປະມານ 3-7 ຊັງຕີແມັດ.

ໃບມີ 3-5 ໃບ, ເກີດເປັນຈຸ້ມກັນຢູ່ທີ່ປາຍລຳຕົ້ນ, ຈັບເປັນຮູບແບບນິ້ວມື, ກ້ານໃບຈະບໍ່ມີຫູໃບ ຫຼື ແຜ່ນໃບຕິດກ້ານແຜ່ອອກ; ໃບຍ່ອຍ 3-6 ໃບຈະເປັນແຜ່ນບາງ, ດ້ານເທີງແຜ່ນໃບຈະກ້ຽງ, ສີຂຽວເຂັ້ມ, ແລະ ດ້ານລຸ່ມຈະເຕັມໄປດ້ວຍຂົນ, ແຜ່ນໃບຈະເປັນສີຂຽວຈາງໆ.

ໂຄນໃບເປັນຮູູບລີ້ມກວ້າງ, ຂອບໃບເປັນແຂ້ວຖີ່ໆ, ປາຍໃບຮຽວແຫຼມ; ແຜ່ນໃບກາງຈະເປັນຮູບຣີ ຫຼື ຮູບຂອບຂະໜານແກມຮູບຣີ, ຂະໜາດ 7-12 x 3-6 ຊັງຕີແມັດ, ສ່ວນໃບຍ່ອຍອື່ນຈະເປັນຮູບໄຂ່ມົນ, ຂະໜາດ 2-4 x 1.5-3 ຊັງຕິແມັດ.

ຊໍ່ດອກເປັນຊໍ່ດ່ຽວໆ, ເກີດທີ່ປາຍຍອດເປັນຮູບຄ້າຍຄັນຮົ່ມ ມີປະມານ 30-50 ດອກຕໍ່ຊໍ່; ກ້ານຊໍ່ດອກມີຄວາມຍາວ 15-30 ຊັງຕີແມັດ, ໂດຍປົກກະຕິແລ້ວມັນຈະຍາວກວ່າກ້ານໃບ; ກ້ານດອກຍາວ 0.8-1.6 ຊັງຕີແມັດ.

ເຕົ້າໄຂ່ ມີສອງເຕົ້າໄຂ່ຍ່ອຍ; ກ້ານຊູູ່ຮວງຮອງຮັບລະອອງເກສອນ ມີສອງອັນສັງເກດເຫັນໄດ້ຊັດເຈນ, ໝາກເປັນສີແດງ, ໝ່ວຍມົນກົມ, ຂະໜາດ 4-5 x 6-7 ມິນລີແມັດ; ເມັດຈະກົມວ້ຳເລັກນ້ອຍ, ມັກເປັນສີຂາວ

ຂອບໃຈທີ່ມາ: https://www.phakhaolao.la/kb/0000798

Related Articles

Leave a Reply

Your email address will not be published. Required fields are marked *

Back to top button