ໃຈດີມາບອກ.! ຫົວ ໂສມມັນຂາໄກ່ ເປັນຢາ​ດີ ພະຍາດມະເຮັງ, ບຳລຸງອະໄວຍະວະສ່ວນມ້າມ

ຫົວຂອງມັນຂາໄກ່ຈະໃຊ້ປຸງແຕ່ງເປັນຢາໄດ້ເມື່ອອາຍຸຫົວໄດ້ 3-5 ປີ ແລະ ນິຍົມເກັບກູ້ປະມານເດືອນທັນວາຈະໄດ້ຮາກທີ່ໃຫຍ່ ແລະ ນຳໃຊ້ໃນສູດຢາສະໝູນໄພ, ບ໋ອງໃນເຫຼົ້າ, ເຊື່ອກັນວ່າມີປະສິດທີພາບໃນການບຳລູງກຳລັງ.

ເປັນຢາບຳລຸງອະໄວຍະວະສ່ວນມ້າມ, ປອດ ແລະ ສ້າງພະລັງງານ, ເພີ່ມການສ້າງເລືອດ, ຊ່ວຍລະບົບການຍ່ອຍອາຫານ, ເສີມສ້າງລະບົບພູມຄູ້ມກັນພະຍາດມີຜົນຕໍ່ສະພາວະພູມຕ້ານທານຕໍ່ດ້ານບົກພ່ອງລວມທັງ HIV, ຊ່ວຍບຳລູງລະບົບຕ້ານ

ທານຕໍ່ຮ່າງກາຍ, ໃນທາງເຄນິກຂອງຈີນ ແລະ ຢີ່ປຸ່ນໃຊ້ສ້າງພູມຄູມກັນກັບຜູ້ທີ່ຕິດເຊື້ອພະຍາດມະເຮັງ, ປ້ອງກັນອັນຕະລາຍ ແລະ ລົດພິດຈາກຣັງສີທີ່ໃຊ້ໃນການບຳບັດຜູ້ເປັນພະຍາດມະເຮັງ.

ຮັກສາແຜໃນກະເພາະອາຫານ ນອກຈາກນີ້ຍັງກ່າວວ່າໃນການຮັກສາເມື່ອໄດ້ຮັບການຮັກສາດ້ວຍຢາສະໝູນໄພມັນຂາໄກ່ກັບຄົນເປັນພະຍາດ ຫຼື ໂດຍການບຳບັດຄິໂມ ແລະ ການສາຍຣັງສີ ອາດຈະໃຊ້ສະໝູນໄພນີ້ເພື່ອເສີມສ້າງຮ່າງກາຍ ແລະ ເລ່ງການຟື້ນຟູ. ຜູ້ຖືພາຈະໄດ້ຮັບການເພີ່ມພະລັງງານດ້ວຍຄວາມຊ່ວຍເຫຼືອຂອງພືດຊະນິດນີ້.

ນອກຈາກນີ້ຍັງເໝາະສົມສຳລັບເດັກນ້ອຍ ແລະ ຜູ້ຍີງທີ່ຖືພາ ແລະ ກຳລັງໃຫ້ນຳ້ນົມ. ການສຶກສາທາງດ້ານວິທະຍາສາດ, ຊືື່ງສ່ວນໃຫຍ່ໄດ້ດຳເນີນການໃນປະເທດຈີນໄດ້ພີສູດວ່າ ມັນຂ່າໄກເປັນຢາສະໝຸນໄພທີ່ປະສິດທິພາບສູງໃນການບຳລູງຮັກສາລະບົບທາງເດີນອາຫານ, ຊ່ວຍຈະເລີນອາຫານ, ບຳລຸງທາດ,  adaptogen, galactogogue  ແລະ sialagogue.

ເປັນເວລານານກວ່າ 2000 ປີແລ້ວທີຊາວຈິນໄດ້ໃຊ້ສະໝູນໄພມີປະສິດທີພາບໃນການກະຕູ້ນລະບົບພູມຄູມກັນຂອງຮ່າງກາຍ ແລະ ເພີ່ມຄວາມອົດທົນ, ປັບປຸງຄວາມສາມາດຂອງຮ່າງກາຍໃນການທົນຕໍ່ຄວາມຄຽດ ພ້ອມກັບການໃຊ້ງານທົ່ວໄປເຊັ່ນສະໝູນໄພຍັງໄດ້ຮັບການດຳເນີນການເພື່ອຕໍ່ສູ້ກັບປັນຫາທາງເດີນອາຫານທີ່ມີອາການປວດກະເພາະທາງເດີນອາຫານ, ອາຫານຍ່ອຍຍາກ, ອາການປວດຮາກຖອກທ້ອງເນື່ອງຈາກສູນເສຍນ້ຳໃນຮ່າງກາຍ.

ລັກສະນະ​: ເປັນພືດທີ່ມີເຫງົ້າໃຕ້ດິນ, ຫົວຄ້າຍຄືຫົວແຄລອດ ຫຼື ເປັນຫົວຊົງກົມຍາວ, ຂະໜາດ 15-30 x 1-3 ຊັງຕິແມັດ, ສ່ວນຫຼາຍຈະມີຮາກນ້ອຍແຕກອອກຈາກເຫງົ້າໃຫຍ່ຈໍານວນຫຼາຍ.

ລໍາເປັນເຄືອຍາວປະມານ 1-3 ແມັດ, ແຕກກິ່ງກ້ານ, ກິ່ງແຕກທາງຂ້າງລຳຈະຍາວປະມານ 15-30 ຊັງຕິແມັດ, ກິ່ງງ່ານ້ອຍຍາວ 1-5 ຊັງຕິແມັດ (ກີ່ງທີ່ມີດອກ ຫຼື ບໍ່ມີດອກ).

ໃບຈັບຢູ່ຕາມເຄືອໃຫຍ່ ແລະ ກິ່ງງ່າ ແບບສະລັບກັນ, ຢູ່ຕາມກິ່ງງ່ານ້ອຍຈັບແບບກົງກັນຂ້າມກັນ; ກ້ານໃບຍາວປະມານ 0.5-2.5 ຊັງຕິແມັດ, ມີຂົນແຂງກະຈາຍຢູ່ຕາມເຄືອ; ແຜ່ນໃບດ້ານລຸ່ມມີຂົນສີຂີ້ເທົາອົມຂຽວ, ແຜ່ນໃບດ້ານເທີງເປັນສີຂຽວ, ແຜ່ນໃບຮູບໄຂ່ ຫຼື ຮູບໄຂ່ແຂບ, ຂະໜາດ 1-9 x 0.6-5 ຊັງຕິແມັດ, ດ້ານເທິງຈະມີຂົນໜານຸ່ມ, ກົກໃບຮູບຫົວໃຈ ຫຼື ມົນ ແລະ ຮູບຕັດ, ຂອບໃບແຂ້ວມົນ, ປາຍໃບແຫຼມ.

ດອກເກິດເປັນດອກດ່ຽວ ແລະ ມັກເກີດຢູ່ຕາມປາຍກີ່ງງ່າ, ກາບດອກຕິດກັນຈົນຮອດເຄີ່ງໜື່ງຂອງເຕົ່າໄຂ່; ແສກຮູບໄຂ່ກວ້າງ ຫຼື ຮູບໃບຫອກ, ຂະໜາດ 10-23 x 6-8 ມິນລີແມັດ, ຂອບກິບເປັນຄື້ນເລັກນ້ອຍ, ປາຍແຫຼມ, ມີຕ່ອມເດືອຍລະຫວ່າງແສກ; ຫຼອດກິບດອກສີເຫຼືອງອ່ອນອົມຂຽວ, ແລະ ມີຈຸດສີມ່ວງທາງດ້ານໃນ, ເປັນຫຼອດຮູບແບບລະຄັງ, ຂະໜາດ 1.8-2.3 x 1.8-2.5 ຊັງຕິແມັດ.

ເກສອນເພດຜູ້ມີກ້ານຍາວ 5 ມິນລີແມັດ, ຖົງລະອອງເກສອນຍາວ 5-6 ຊັງຕິແມັດ, ຮ່ວງຮອງຮັບເກສອນເພດຜູ້ມີຂົນ. ໝາກເປັນໜ່ວຍມົນກົມ, ປາຍຮຽວແຫຼມເລັກນ້ອຍ. ຂະໜາດ 1-2.4 ຊັງຕິແມັດ. ເມັດຈຳນວນຫຼາຍ, ສີແດງ ຫຼື ສີນ້ຳຕານເຂັ້ມ. ຮູບຂອບຂະໜາດ ຫຼື ຮູບຮີ ຂະໜາດ 1 ມິນລີແມັດ, ກ້ຽງ. ດອກມັກອອກປະເມານເດືອນມິຖຸນາ.

ນິເວດວິທະຍາ: ເປັນພືດທີ່ມັກເກີດບ່ອນທີ່ມີແສງສະຫວ່າງທີ່ພຽງພໍ ແລະ ທາດອາຫານທີ່ອຸດົມສົມເພື່ອວ່າຫົວຂອງມັນຈະສະສົມທາດທີ່ສາມາດນຳໃຊ້ເປັນຢາໄດ້.

ມັກພົບເຫັນບ່ອນທີ່ມີອາກາດໂລ່ງແຈ້ງ. ຕາມຕິນພຸ ຫຼື ທົ່ງທີ່ປ່າແປກເຂດພູສູງ, ມັນຂ່າໄກຈະເລີນເຕິບໂຕໄດ້ດີໃນປ່າທີ່ມີຕົ້ນໄມ້ຕໍ່າທີ່ມີແສງສະຫວ່າງສອງພຽງພໍ.ບັນຍາຍການນຳໃຊ້

ທີ່ມາ: ພາ​ເຂົ້າ​ລາວ

Related Posts

Leave a Reply

Your email address will not be published.