ຂ່າວດ່ວນ
ຮສ.ປອ.ອຸທັນ ໄຕລິດທິ ຖືກຖອດຖອນອອກຈາກຜູ້ລົງຮັບສະໝັກເລືອກຕັ້ງ ເນື່ອງຈາກບໍ່ຄົບຖ້ວນຕາມມາດຖານ


ວັນທີ 12 ກຸມພາ 2021 ຄະນະກຳມະການເລືອກຕັ້ງລະດັບຊາດອອກໜັງສືແຈ້ງການສະເໜີໃຫ້ພິຈາລະນາຖອນລາຍຊື່ ຮສ.ປອ.ອຸທັນ ໄຕລິດທິ ຜູ້ລົງສະໝັກເລືອກຕັ້ງນໍ້າເບີ 6 ເຂດເລືອກຕັ້ງເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ອອກຈາກບັນຊີ ຜູ້ຮັບສະໝັກເລືອກຕັ້ງ ສະມາຊິກສິພາປະຊາຊົນນະຄອນຫຼວງວຽງຈັນເນື່ອງຈາກມີການລາຍງານຂອງກະຊວງປ້ອງກັນຄວາມສະຫງົບກ່ຽວກັບຜູ້ສະໝັກວັນທີ 12 ກຸມພາ.2021ເລກທີ 256/ປກສ ແລະການທັກທ້ວງຈຶ່ງເຫັນວ່າຜູ່ກ່ຽວບໍ່ຄົບຖ້ວນຕາມມາດຖານເງື່ອນໄຂ.



