ການເກີດມາເປັນເພດແມ່ນີ້ກໍອາດຈະລຳບາກກວ່າຜູ້ຊາຍຫຼາຍຢ່າງ ບໍ່ຈະເປັນທາງເພດ ທາງເຫື່ອແຮງ ທາງກຳລັງ ແລະ ທັງສັກສີ ເຊີ່ງແຕ່ລະຄົນຈະຕ້ອງປະເຊີນກັບຫາເລື່ອງຈິງໃນຊີວິດທີ່ແຕກຕ່າງກັນດັ່ງຕໍ່ໄປນີ້ :
ໃຈ ເປັນຂອງພໍ່ແມ່ ຮ່າງກາຍເປັນຂອງສາມີ (ຜົວ) ເວລາເປັນຂອງລູກ ມີພຽງບາດແຜ ຮອຍແຜທີ່ເປັນຂອງຕົວເອງ ງາມກໍຖືກນິນທາ ຂີ້ລ້າຍບໍ່ມີໃຜສົນໃຈ ພໍເຮັດຕົວສະນຸກສະໜານເຮຮາ ກະຖືກວ່າກະເເດະ ບ້າ ,ບໍ່ໝັ່ນຮ່ຳຮຽນກະວ່າຂີ້ຄ້ານ ຖ້າເປັນຜົວໃຫ້ແຕ່ຜົວລ້ຽງ, ເວົ້ານ້ອຍກະວ່າຂີ້ຄຸຍ ເວົ້ານຳຍາກ.
ພໍໂສດດົນ ກະຖືກວ່າເລືອກຫຼາຍ ຫຼີ້ນກິນຫຼາຍ ຫຼື ບໍ່ມິໃຜເອົາ , ເມື່ອສ້າງຄອບຄົວໄວ ກະຖືກວ່າບໍ່ເບີ່ງອາຍຸປ້ອນນົມໃຫ້ລູກຈັກເປັນຫຼືບໍ່ , ກໍເມື່ອແຕງງານແລ້ວເລິກໆຢ້ານບໍ່ມີອິດສະຫຼະພາບ , ໄດ້ຜົວຫຼໍ່ ເຂົາກໍນອກໃຈງ່າຍ , ໄດ້ຜົວຂີ້ລ້າຍ ກະຖືກວ່າຕາບໍ່ເຖີງ , ບໍ່ຢາກມີລູກກະຖືກວ່າຄ້ານເອົາລູກ , ຢາກມີລູກແຕ່ກໍຢ້ານຈະເມື່ອຍຄົນດຽວຢ້ານຜົວບໍ່ໃສ່ໃຈນຳ ,
ເຮັດວຽກງານຫຼາຍ ເຂົາກະວ່າບໍ່ສົນນຳລູກ , ພໍບໍ່ມີວຽກເຮັດກໍຖືກວ່າສະບາຍມີຜົວລ້ຽງ , ພໍມີຜົວດຸເຮັດວຽນເຮືອນຊານ ກະຖືກວ່າຂີ້ຄ້ານປະເເຕ່ຜົວເຮັດໃຊ້ອຳນາດກັບຜົວ , ພໍເສີມສວຍເລັກນ້ອຍ ກະຫາວ່າຈະໄປໃສ , ພໍບໍ່ແຕ່ງໜ້າຕາ ກະວ່າສົກກະປົກ ບໍ່ຮູ້ຮັກສາຕົວເອງ , ມີໝູ່ຫຼາຍກະຖືກວ່າໄປນັ້ນມານີ້ເຮັດແຕ່ແນວບໍ່ດີ ຖ້າບໍ່ມີໝູ່ເວລາທຸກໃຈ ຈະໄປປຶກສາໃຜ .ຊີວິດຂອງລູກຜູ້ຍິງເກືອບບໍ່ມີເວລາເປັນຂອງຕົວເອງ ດັ່ງຄຳເພິ່ນວ່າ “ເກີດເປັນລູກຜູ້ຍິງ ແທ້ຈິງແສນລຳບາກ”
ບົດຄວາມນີ້ມອບແດ່ຜູ້ຍິງທັງຫຼາຍ ທີ່ກຳລັງປະເຊີນກັບຫາຊີວິດຫຼາຍຮູບແບບ ແລະ ແຮງກົດດັນຢ່າງຫຼວງຫຼາຍ ຂໍໃຫ້ອົດທົນໄວ້.