

ຈາກຜູ້ໃຊ້ເຟສບຸກທ່ານຫນຶ່ງເໄດ້ໂພສເລົ່າເຫດການໃນຊີວິດຄູ່ຂອງຕົນລົງເຟສບຸກສ່ວນຕົວວ່າ: ມື້ນີ້ຂໍອອກມາເວົ້າແນ່ເຖາະແນວໃດກະວ່າຂ້ອຍນິບໍ່ດີຢູ່ແລ້ວບໍ່ແມ່ນວ່າປະຈານໂຕເອງຫຼືແນວໃດແຕ່ຂໍເວົ້າອົດຕໍ່ໄປບໍ່ໄດ້ອີກແລ້ວເປັນຝ່າຍອົດທົນມາຕະຫລອດ(ຂໍເວົ້າຂໍລະບາຍ)ຢາກຖາມຜົວຕີເມຍຖືພາຄາທ້ອງບັກໃຫຍ່ໆຕີຈົນລູກອອກປາດລູກອອກບໍ່ຮອດ2ອາທິດຜົວກິນເບຍເມົາມາຕົບເຕະເມຍທຸກເທື່ອທີ່ເມົາມາກະຫາແຕ່ເລື່ອງຕີເມຍຊຸກເມຍທ້ອງນິຕົກຕຽງບໍ່ພໍໃຈຫຍັງໃຊ້ແຕ່ອາລົມໃຊ້ແຕ່ກໍາລັງ ແຕ່ຂ້ອຍກະຄືບໍ່ແທ້ງແຕ່ລະເທື່ອຖືກຜົວຕີຊໍ່າຫມາຈົນນອນຢູ່ພື້ນ ຜົວຕີນິນັບເທື່ອບໍ່ໄດ້ກະທົນໆຍ້ອນຊ່າງເມົາມາຜົວກະຂໍໂທດກະດີນໍາຍ້ອນວ່າຮັກແຮງ
ທຸກຄົນອາດສິຄິດວ່າຂ້ອຍວ່າຜົວບໍ່ດີຜົວຕົບຜົວຕີເປັນຫຍັງຄຶຍັງທົນສາເຫດມີຢູ່ວ່າ(ຮັກ .ຢາກໃຫ້ລູກມີພໍ່ຢາກມີຄອບຄົວທີ່ສົມບູນ ຫວັງແຕ່ວ່າຈັກມື້ຜົວສິປ່ຽນ ຄຶຄໍາເວົ້າທີ່ເວົ້າ ແຕ່ບໍ່ເຄີຍປ່ຽນ)ບໍ່ໄດ້ເຮັດຫຍັງໃຫ້ກະມາຫາເລື່ອງ(ຈາກຕອນແລກຮູ້ວ່າຖືພາແຮງຮັກໆແທ້ຮັກວ່າຮັກເຮົາ ຮັກຄືສິເປັນສິຕາຍແທນໄດ້ພໍຫລັງແຕ່ງງານກັນກະເລີ່ມປ່ຽນໄປຕອນນີ້ຈາກຝາມືປ່ຽນເປັນຝາຕີນ)ພາໄປຝາກທ້ອງແຕ່ທໍາອິດພໍທ້ອງຫລາຍເດືອນໄປພັດໃຫ້ຂັບລົດໄປຫາຫມໍເອງແຕ່ລ່ະເດືອນ!!!ເມຍນອນເຈັບຍ່າງບໍ່ໄດ້ຢູ່ໂຮງຫມໍ ຜົວກະຢູ່ເຝົ້າແລ້ວຂໍເງີນເມຍໄປຊື້ເຂົ້າກັບສິເມືອເຮືອນເອົາຜ້າເອົາຫມອນມາໃຫ້ແຕ່5ໂມງແລງ ຈົນມື້ໃຫມ່.


ເວລາ14:35ຜົວມາຜູ້ເມຍນອນຖ້າກິນເຂົ້າຈົນກະເພາະຂື້ນປວດຂີ້ປວດຍ່ຽວບໍ່ມີຄົນພາໄປ(ແມ່ຢູ່ເຮືອນຜູ້ເອົາລູກໃຫ້ໂທມາຖາມຜົວກະຢູ່ນໍາບໍ່=ຂ້ອຍກະຕອບວ່າຢູ່ຍ້ອນບໍ່ຢາກໃຫ້ມີປັນຫາ .ມີຜູ້ເຖົ້ານອນເຈັບຢູ່ທາງຄ້າງຮ້ອງຖາມຂ້ອຍອີກວ່າ”ນາງຜົວເຈົ້ານະຄືບໍ່ມາເລີຍບໍ່ນາງ”ຕອນນັ້ນບອກໄດ້ເລີຍວ່າຖຶກສະກິດຈຸດໄຫ້ຈົນວ່າຄົນໄຂ້ຕຽງທາງຂ້າງແນມສິປິດຫນ້າໄວ້ກະປິດບໍ່ໄດ້ຜົວວ່າເມືອຊື້ເຂົ້າສິເມືອແວ່ເອົາຫມອນເອົາຜ້າຫົ່ມມາໃຫ້ສຸດທ້າຍຂ້ອຍນອນຫນາວຫມອນກະບໍ່ມີໄດ້ນອນຫມູນກະດາດຊິດຊູ້ປຽກພໍມາມື້ໃຫມ່ເງີນທີ່ຜົວເອົາໄປກະບໍ່ຫລາຍດອກແຕ່ເງີນມີຊໍ່ານັ້ນໄວ້ຈ່າຍຄ່າຢາໄວ້ຊື້ກິນນັ້ນນີ້ແຕ່ເງີນບໍ່ເຫລືອຈັກກີບ


ສຸດທ້າຍຕ້ອງໄດ້ຢືມເງີນລຸ່ນເອື້ອຍທີ່ຮູ້ຈັກມາຈ່າຍຄ່າຢາເວົ້າກະບໍ່ອອກຕ້ອງຊົ່ວຊໍ່າໃດຈັ່ງເຮັດໄດ້ຫລາຍເລື່ອງຫລາຍຢ່າງຈັບໄດ້ຮອດວ່ານອກໃຈນອກກາຍແຕ່ອົດເກັບໄວ້ມາຕະຫລອດກະຍ້ອນວ່າຮັກແຮງມາມື້ນີ້ຜົວໄລ່ຂ້ອຍກັບລູກຫນີ ຢາກປະຂ້ອຍກັບລູກໂອເຄຂ້ອຍກະປະໃຫ້ ພໍແຕ່ຂ້ອຍເກັບເຄື່ອງອອກມາໃນວັນທີ8ຜົວກະໄປຫຼິ້ນປາຕີ້ເສຍບໍ່ເຄີຍຕິດຕໍ່ຫາຂ້ອຍຫຼືຖາມຂ່າວຂາວຫຍັງກ່ຽວກັບຂ້ອຍແລະລູກເລຍຈາກທີ່ເຄີຍເວົ້າກັບຂ້ອຍວ່າຕໍ່ໃຫ້ບໍ່ມີຫຍັງຂ້ອຍກະສິຢູ່ກັບເຈົ້າກັບລູກບໍ່ຖິ້ມໄປໃສດອກຄຶ?


(ອັນນີ້ເນາະໃຈຄົນເຮົາປ່ຽນໄປທຸກນາທີໂຄ້ດເປັນຕາຢ້ານ)ຂ້ອຍຄິດມາຕະຫລອດວ່າລູກອອກມາຜົວຕ້ອງຄິດໄດ້ຮັກເຮົາຮັກລູກແຕ່ຂ້ອຍຄິດຜິດສິ່ງທີ່ຂ້ອຍອົດທົນມາບໍ່ມີຄວາມຫມາຍຫຍັງ(ເທື່ອຫນ້າຄັນໃຈຂອງເຈົ້າບໍ່ຫນັກແຫນ້ນພໍ.ເຈົ້າບໍ່ມີຄວາມຮັບຜິດຊອບພໍ.

