ຂ່າວດ່ວນ

ແຊຣ໌ເຕືອນ!. ເພື່ອບໍ່ໃຫ້ຄົນຕົກເປັນເຫຍື່ອ ຂອງພວກຫຼອກຫຼວງ

ສະບາຍດີ​ ມື້ນີ້​ ມີເລື່ອງມີເລົ່າ ເຕືອນສັງຄົມ ເພື່ອບໍ່ໃຫ້ຕົກເປັນເຫຍື່ອ ເລື່ຶງມີຢູ່ວ່າ: ມື້ວັນ​ທີ​​່​ 13​ ກຸມພາ​ 2021​ ຂ້ອຍໄດ້ສັ່່ງຊື້້ໂມງຈາກເພຈ໌ທີ່ມີຊື່ວ່າ: Star Luxury watches ຢູ່ເຟສ໌ບຸກ.

ກ່ອນຈະຊື້ ຂ້ອຍກະຖາມວ່າໂມງມີຮັບປະກັນ ແລະ​ ກັນນໍ້າບໍ?​ ມັນຕອບວ່າ ມີຮັບປະກັນ 2 ປີ​ ແລະ​ ເຄື່ອງກັນນໍ້າໄດ້ 100% ຂ້ອຍກະເລີຍສັ່ງຊື້.

ຂ້ອຍໄດ້ຮັບເຄື່ອງໃນຕອນເຊົ້າຂອງວັນທີ່ 14 ກຸມພາ​ ແຕ່ຂ້ອຍໃສ່ໂມງອາບນໍ້າເທື່ອດຽວ​ ນໍ້າກະເຂົ້າເຕັມໂມງເລີຍ (ເຂັມກໍ່ຢຸດ)

ຂ້ອຍຈຶງແຊັດກັບໄປຖາມອີກ ພັດຕອບວ່າ: ໂມງກັນນ້ຳ, ແຕ່ເວລາອາບນ້ຳຄວນຖອດໂມງກ່ອນເພື່ອຄົງຄວາມທົນທານຂອງໂມງໄວ້ ແລະ​ ບໍ່ຮັບຜິດຊອບຕາມທີ່ໂຄສະນາ.

ສະນັ້ນ​ ຂ້ອຍຈຶງຢາກເອົາມາເລົ່າເຕືອນສັງຄົມ​ ເພື່ອບໍ່ໃຫ້ຕົກເປັນເຫຍື່ອ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button