ຂ່າວດ່ວນ

ແຈ້ງເຕືອນໄລຍະ 18 ຫາ 21 ກຸມພານີ້ ອາກາດຈະໜາວເຢັນລົງ 1 ຫາ 3 ອົງສາ ພ້ອມມີຝົນຕົກ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດໃນໄລຍະວັນທີ 15 ຫາ 21 ກຸມພາ 2021 ວ່າ: ໃນໄລຍະວັນທີ 15 -17 ກຸມພານີ້ ຄວາມກົດດັນສູງຂອງອາກາດໜາວທີ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ ຫາ ປານກາງ,

ສົມທົບກັບກະແສລົມຕາເວັນອອກ – ຕາເວັນອອກສ່ຽງໃຕ້ພັດປົກຄຸມ ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຫາ ຕົກປານກາງ ພ້ອມລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖີ່ນ ແລະ ອາກາດໜາວເຢັນ ຫາ ໜາວຫຼາຍ ຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລິເວນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ.

ສ່ວນຢູ່ແຂວງພາກກາງ ແລະ ພາກໃຕ້ ອາກາດເຢັນໃນຕອນກາງຄືນຫາ ຕອນເຊົ້າ ແລະ ໃນຕອນບ່າຍອາກາດຈະຮ້ອນຂຶ້ນ.ຈາກນັ້ນໃນໄລຍະວັນທີ 18 ຫາ 21 ກຸມພາ 2011 ມວນອາກາດໜາວເຢັນຈາກປະເທດຈີນຈະມີກຳລັງແຮງເພີ່ມຂຶ້ນແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວອີກເທື່ອໃໝ່ ເຊິ່ງຈະເຮັດໃຫ້ອາກາດໜາວເຢັນລົງ 1 ຫາ 3 ອົງສາ.

ພ້ອມມີໜອກບາງປົກຫຸ້ມຢູ່ທົ່ວໄປໃນແຕ່ລະພາກ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍເປັນບາງໂອກາດຢູ່ບາງທ້ອງຖິ່ນຕື່ມອີກໃນແຂວງພາກເໜືອ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button