ນັກວິຊາການອະທິບາຍເຖິງສາເຫດທີ່ແມ່ນໍ້າຂອງໃສຈົນເບິ່ງເຫັນເປັນສີຟ້າ ມັນເກີດຂຶ້ນຈາກມະນຸດ ຊຶ່ງເປັນບັນຫາທີ່ອັນຕະລາຍ ຫາກບໍ່ໄດ້ຮັບການແກ້ໄຂ ອາດມີຜົນກະທົບກັບ ລະບົບນິເວດໃນໄລຍະຍາວແມ່ນໍ້າຂອງຢູ່ແຖວພາກອີສານ ຈັງຫວັດນະຄອນພະນົມ (ປະເທດໄທ) ກົງກັນຂ້າມກັບແຂວງ ຄຳມ່ວນ ສປປ ລາວ, ເກີດມີການປ່ຽນແປງໂດຍ ມີລະດັບນໍ້າລົດລົງຢ່າງໄວວາ ລະດັບນໍ້າຕໍ່າສຸດ ສະເລ່ຍປະມານ 1 ແມັດ ເຮັດໃຫ້ບາງບ່ອນກາຍເປັນດອນຊາຍທີ່ກວ້າງ ນໍ້າໃນນໍ້າຂອງກໍ່ໄຫຼບໍ່ແຮງ ຈົນເຮັດໃຫ້ນໍ້າເປັນສີຟ້າ ຄ້າຍຄືກັບສີນໍ້າທະເລ, ປະຊາຊົນ ແລະ ນັກທ່ອງທ່ຽວ ຕ່າງກໍ່ພາກັນໄປເບິ່ງຄວາມງາມຂອງແມ້ນໍ້າຂອງໃນຄັ້ງນີ້ຈຳນວນຫຼາຍ.

ທັງນີ້ ຜູ້ຊ່ວຍສາສະດາຈານ ດຣ. ນັດ ມາແຈ້ງ ພາກວິຊາ ວິສະວະກຳຊັບພະຍາກອນນໍ້າ ຄະນະວິທະຍາສາດ ມະຫາວິທະຍາໄລ ກະເສດສາດ ( ປະເທດໄທ ) ໄດ້ອະທິບາຍປາກົດການດັ່ງກ່າວວ່າ ສາເຫດທີ່ນໍ້າໃນແມ່ນໍ້າຂອງມີຄວາມໃສ ຈົນເຫັນເປັນສີຟ້າໃນ ຍ້ອນເກີດຈາກການຍົກລະດັບຂອງນໍ້າໜ້າເຂື່ອນ ຂອງແຂວງໄຊຍະບູລີ ເພື່ອຜະລິດກະແສໄຟຟ້າ ຫຼັງຈາກເຂື່ອນກໍ່ສ້າງສຳເລັດໃນປີ 2019 ທີ່ ສປປ ລາວ, ເຂື່ອນແຂວງໄຊຍະບູລີ ບໍ່ໄດ້ສ້າງຂຶ້ນມາເພື່ອຄວບຄຸມປະລິມານນໍ້າ ແຕ່ມີໜ້າທີ່ຫຼັກຄືການກັ້ນແມ່ນໍ້າຂອງ ຍົກລະດັບນໍ້າໃຫ້ສູງຂຶ້ນ ໃຫ້ກາຍເຂື່ອນເພື່ອຜະລິດກະແສໄຟຟ້າ ໄດ້ຫຼາຍຂຶ້ນ.

ດັ່ງນັ້ນປະລິມານນໍ້າໄຫຼລົງອ່າງຈຶ່ງມີໜ້ອຍ ຕະກອນໜັກຕົກຄ້າງລົງຂອບອ່າງ ເຮັດໃຫ້ນໍ້າທີ່ປ່ອຍຜ່ານເຄື່ອງຜະລິດໄຟຟ້າຈຶ່ງໃສ ບໍ່ມີຕະກອນ ນໍ້າທີ່ໄຫຼລົງມາແຕ່ ຈັງຫວັດເລີຍ ລົງໄປຮອດ ຈັງຫວັດ ອຸບົນຣາດຊະທານີ ( ປະເທດໄທ ) ຈຶ່ງມີຄວາມໃສເປັນສີຟ້າຂະນະທີ່ ໜ່ວຍງານປະມົງ ຈັງຫວັດນະຄອນພະນົມ ( ປະເທດໄທ ) ໄດ້ບອກເຖິງສາເຫດວ່າ ທີ່ນໍ້າຂອງເປັນສີຟ້າແບບນີ້ມັນເປັນແນວເບິ່ງບອກເຖິງ ວິກິດຂອງແມ່ນໍ້າຂອງ ທີ່ສົ່ງຜົນກະທົບຕໍ່ລະບົບນິເວດ ຈະເກີດຄວາມເສຍຫາຍໃນອະນາຄົດ ເນື່ອງຈາກແມ່ນໍ້າຂອງ ບໍ່ໄຫຼ ແລະ ຕົກຕະກອນ,

ຈາກຜົນກະທົບໃນການສ້າງເຂື່ອນຂອງ ສປປ ລາວ ແລະ ຈະສົ່ງຜົນກະທົບຕໍ່ປາແມ່ນໍ້າຂອງທີ່ຈະສູນພັນໃນອະນາຄົດ ລະບົບນິເວດຈະຖືກທຳລາຍຫາກບໍ່ມີການແກ້ໄຂ ເພາະປົກກະຕິແລ້ວແມ່ນໍ້າຂອງຕ້ອງໄຫຼແຮງ ແລະ ເປັນສີຄຸ້ນ ຈຶ່ງຈະມີຄວາມອຸດົມສົມບູນຈາກແພງຕັອນໃນນໍ້າແລະ ຈະເຮັດໃຫ້ຊາວປະມົງໃນແມ່ນໍ້າຂອງ ລວມທັງຜູ້ລ້ຽງປາໃນກະຊັງໄດ້ຮັບຜົນກະທົບ ເນື່ອງຈາກແມ່ນໍ້າຂອງຈະມີປະລິມານອອກຊີເຈນຕໍ່າ ສ່ຽງຕໍ່ບັນຫານ໋ອກນໍ້າຕາຍ ແລະ ຫາປາຍາກຂຶ້ນ ຍ້ອນການສູນພັນ ເພາະປາບໍ່ສາມາດໄປວາງໄຂ່ຕົ້ນນໍ້າໄດ້ ຊຶ່ງປັດຈຸບັນປາເລີ່ມສູນພັນໄປແລ້ວ 100 ກວ່າຊະນິດ