ຂ່າວດ່ວນ

ຂ່າວດີ.! ແຂວງຈຳປາສັກ ແຈ້ງການຈັ ດງ ານຕາມຮີ ດຄອງຕ່າງໆ

ແຂວງຈຳປາສັກ ມີ​ແຈ້ງ​ການ ເລື່ອງ ການ​ຈັກ​ງານ​ບຸນ​ປະ​ເພ​ນີ ງານດອງ, ງານດອງ, ງານ​ບຸນ, ງານ​ຊາ​ປະ​ນະ​ກິດ​ສົບ ແລະ ງານ​ສ້າງ​ສັນ​ອື່ນໆ ຢູ່​ແຂວງ​ຈຳ​ປາ​ສັກ

ເຫັນ​ດີ​ໃຫ້​ຈັດ​ງານ​ບຸນ​ຕາມ​​ຮີດ​ຄອງປະ​ເພ​ນີ​ຕ່າງໆ ແຕ່​ໃຫ້​ຈັດ​ແບບ​ກະ​ທັດ​ຮັດ ບົນ​ຈິດ​ໃຈ​ມັດ​ທະ​ຍັດ ບໍ່​ໃຫ້​ມີ​ການ​ວາງ​ສະ​ແດງ​ສິນ​ຄ້າ, ບໍ່​ໃຫ້​ຂາຍ​ເຄື່ອງ​ດື່ມ​ມືນ​ເມົາ, ບໍ່​ເຮັດ​ງານ​ບັນ​ເທີງ​ຕ່າງໆ ພ້ອມ​ກັນ​ນັ້ນ​ຕ້ອງ​ຮັບ​ປະ​ກັນ ການ​ຕິ​ເຊື້ອ​ໂຄວິດ-19 ຕາມ​ສະ​ເພາະ​ກິດ​ວາງ​ອອກ​ຢ່າງ​ເຂັ້ມ​ງວດ.

ໃຫ້​ບັນ​ດາ​ຫ້ອງ​ການ​ຖະ​ແຫຼງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ 9 ເມືອງ ແລະ ນະ​ຄອນ​ປາກ​ເຊ ເອົາ​ໃຈ​ໃສ່ ແລະ ເພີ່​ມ​ທະ​ວີ​ຕິດ​ຕາມກວດ​ກາ ການ​ຈັດ​ງານ​ບຸນ​ປະ​ເພ​ນີ, ງານດອງ, ງານ​ສ້າງ​ສັນ, ພິ​ທີ​ກຳ, ປະ​ເພ​ນີ​ຊາ​ປະ​ນະ​ກິດ​ສົບ ແລະ ກິດ​ຈະ​ກຳ​ອື່ນໆ
ທີ່​ເຫັນ​ວ່າ​ມີ​ຄົນ​ຈຳ​ນວນ​ຫຼາຍ ແອ​ອັດ ເຊິ່ງ​ມີ​ຄວາມ​ສ່ຽງ ໃນ​ການ​ແຜ່​ເຊື້ອ​ພະ​ຍາດ​ໃນ​ຊຸມ​ຊົນ, ກໍ​ລະ​ນີ​ພົບ​ເຫັນ ມີ​ການ​ຈັດ​ງານ ບໍ່​ຖືກ​ຕ້ອງ​ຕາມ​ແຈ້ງ​ການ​ສະ​ບັບ​ນີ້ ກໍ່​ໃຫ້​ສະ​ກັດ​ກັ້ນ​ຢ່າງ​ທັນ​ການ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button