ຈີນຈຶ່ງ ຍອມເພີ່ມງົບປະມານປະມານ 16 ຕື້ກີບ ຮັກສາຕົ້ນ 800 ປີ

ລັດຖະບານຈີນ ຕັດສິນໃຈເພີ່ມງົບປະມານອອກແບບທາງໃໝ່ເພື່ອຈະ ບໍ່ຕັດຕົ້ນໄມ້ ອາຍຸຫຼາຍປີ ຖິ້ມ !.

ທີ່ພາກກາງຂອງຈີນ ມົນທົນຫູເປີ່ຍ ໄດ້ມີການສ້າງທາງດ່ວນ ເປົ່າຄັງ-ເສິນໜົງ ງົບປະມານໃນການກໍ່ສ້າງ ຫຼັກ 100 ລ້ານຢວນແຕ່ເພື່ອເປັນການຮັກສາຕົ້ນໄມ້2ຕົ້ນ.

ທີ່ມີອາຍຸ 800 ປີ ແລະ 700 ປີ ລັດຖະບານຈີນຈຶ່ງ ຍອມເພີ່ມງົບປະມານ 10ລ້ານຢວນ ຫຼືປະມານ 16 ຕື້ກີບ ໃນການອອກແບບໃໝ່. ປັດຈຸບັນທາງດ່ວນເສັ້ນນັ້ນແມ່ນໄດ້ເປີດນໍາໃຊ້ແລ້ວ ເຊິ່ງຜູ້ທີ່ນຳໃຊ້ເສັ້ນທາງດ່ວນນີ້ ສາມາດເຫັນຕົ້ນໄມ້ 2 ຕົ້ນນີ້ອີກດ້ວຍ.

ຂໍ້ມູນຈາກ: China Xinhua Newswww.youtube.com/watch?v=VpMK5A9MbjY

Related Posts

Leave a Reply

Your email address will not be published. Required fields are marked *