ຈະຕິດຕັ້ງປ້າຍສັນຍະລັກການຮ່ວມມືລາວ-ຈີນ ໃສ່ເສົາໄຟເຍືອງທາງ


ຕາມແຫຼ່ງຂ່າວຂອງ ໜັງສືພິມວຽງຈັນໃໝ່ ແຈ້ງວ່າ: ພະແນກພະລັງງານ ແລະ ບໍ່ແຮ່ນະຄອນຫຼວງວຽງຈັນ (ນວ) ໃນນາມຜູ້ຮັບຜິດຊອບໂຄງການຍົກລະດັບໄຟແສງສະຫວ່າງໃນເທສະບານໃຈກາງຕົວເມືອງ ນວ.


ແຈ້ງມາຍັງສັງຄົມ ກໍຄືປະຊາຊົນບັນດາເຜົ່າ ເວົ້າລວມ ເວົ້າສະເພາະຊາວ ນວ ຊາບກັນວ່າ:ໂຄງການຍົກລະດັບໄຟແສງສະຫວ່າງໃນເຂດເທສະບານຕົວເມືອງ ນວ ດ້ວຍທຶນຊ່ວຍເຫຼືອລ້າຂອງລັດຖະບານ ສປ ຈີນ ມູນຄ່າ 300 ລ້ານຢວນ ໂຄງການເລີ່ມລົງມືຈັດຕັ້ງວັນທີ 12 ກັນຍາ ແລະ ສຳເລັດໂດຍພື້ນຖານ ສາມາດເປີດນຳໃຊ້ຢ່າງເປັນທາງການວັນທີ 27 ພະຈິກ 2020
ເພື່ອເປັນຂອງຂວັນໃຫ້ແກ່ລັດຖະບານລາວໂອກາດສະເຫຼີມສະຫຼອງວັນຊາດລາວຄົບຮອບ 45 ປີ ແລະ ກອງປະຊຸມໃຫຍ່ຂອງພັກຄັ້ງທີ XI ແຕ່ໂຄງການດັ່ງກ່າວຈະສຳເລັດ100% ວັນທີ 25 ກຸມພາ 2021 ແລະ ມີແຜນຈັດພິທີມອບຮັບວັນທີ 26 ມີນາ 2021.ໃນໄລຍະສະເຫຼີມສະຫຼອງຜົນສຳເລັດໂຄງການດັ່ງກ່າວລະຫວ່າງວັນທີ 25 ກຸມພາ ຫາວັນທີ 26 ມີນາ 2021 ສອງຝ່າຍລາວ-ຈີນ.


ມີຄວາມຈຳເປັນຕ້ອງໄດ້ຕິດຕັ້ງປ້າຍສັນຍະລັກການຮ່ວມມືລາວ-ຈີນໃສ່ເສັ້ນທາງໃດໜຶ່ງໃນ 7ເສັ້ນທາງຂອງໂຄງການ ແລະ ໄດ້ເຫັນດີເລືອກເອົາຖະໜົນເຈົ້າຟ້າງຸ່ມ ແຕ່ໂຮງໝໍມະໂຫສົດ ຫາສາມແຍກປາກປ່າສັກໂດຍຕິດຕັ້ງໃສ່ເສົາໄຟເຍືອງທາງ 50 ຕົ້ນເຊິ່ງການຕິດຕັ້ງສັນຍະລັກດັ່ງກ່າວ ຈະບໍ່ແມ່ນເປັນການຕິດຕັ້ງແບບຖາວອນອາດຈະມີການປັບປ່ຽນໄປຕາມຮູບແບບ ໄປຕາມແຕ່ລະໄລຍະຂອງເທສະການ ແລະ ວັນບຸນສຳຄັນຕ່າງໆ.ໂດຍສັນຍະລັກການຮ່ວມມືນີ້