ຂ່າວດ່ວນ

ຄວາມຮັກຂອງແມ່ໃຫຍ່ສຸດ ຮູ້ວ່າແມ່ຈະເສຍຊິວິດ ກໍຈະຂໍຢູ່ໃຫ້ລູກດົນໆ

ຂໍ 1 ຄວາມເມດຕາຊ່ວຍກົດແຊຣ໌ຊ່ວຍເຫຼືອດ້ວຍເທີດ ຫົວອົກຜູ້ເປັນແມ່ໃຜແນ່ສິເຂົ້າໃຈ ຮູ້ຢູ່ວ່າຕ້ອງຕາຍ ແຕ່ກໍ່ຢາກຂໍມີຊີວິດແລະລົມຫາຍໃຈນຳລູກດົນໆ.

ນາງຄູນສີ ຜົວຊື່ທ້າວອຸ່ນເຮືອນ ມີລູກສອງຄົນ ຄົນໃຫຍ່ອາຍຸ 3 ປີປາຍ ສ່ວນຄົນນ້ອຍແມ່ນຫາກໍ່ເກີດ ດ້ວຍແມ່ເປັນໂລກຄໍກີນເລືອດໃນຂະນະຖືພາຢູ່ດີດີກໍ່ມີອາການກຳເລີ່ມ

ແລະ ຕ້ອງຊ່ວຍລູກນ້ອຍຕ້ອງໄດ້ຜ່າຕັດເອົາລູກນ້ອຍອອກມາແຕ່ທ້ອງແມ່ພຽງ 7 ເດືອນ ແຕ່ລູກກະບໍ່ແຂງແຮງຫົວໃຈມີບັນຫາ ສ່ວນແມ່ໂຄມ້າຕ້ອງໃຊ້ເຄື່ອງຊ່ວຍຫາຍໃຈ.

ຕອນນີ້ນາງຄູນສີ ໄດ້ນອນຕິດເຄື່ອງຊ່ວຍຫາຍໃຈເປັນເວລາ 49 ມື້ແລ້ວ ແລະ ຕິດໜີ້ຄ່າໂຮງໝໍ ເກືອບ 40 ລ້ານແລ້ວ ແຕ່ໂຊກດີທີ່ເພີ່ນໃຫ້ຕິດ ແລະ ຊ່ວຍເຫຼືອຫຼາຍ ດ້ານໃນໂຮງໝໍມະໂຫສົດ ICU ເພີ່ນກໍ່ຊ່ວຍຄອບຄົວນີ້ ເປັນຢ່າງດີ ສ່ວນພໍ່ທັງປົວແມ່ທັງສີເບີ່ງລູກ.

ຄອບຄົວກະບໍ່ມີ ແຕ່ກໍ່ຢາກເຮັດທຸກວິທີທາງເພື່ອເມຍນັ້ນຈະໄດ້ມີຊີວີດຕໍ່ບາງເທື່ອກໍ່ທໍ້ຢາກເອົາເມຍກັບບ້ານ ແຕ່ເມຍກໍ່ຍັງບໍ່ຢາກຕາຍທຸກມື້ນີ້ຢູ່ໄດ້ເພາະເຄື່ອງຊ່ວຍຊ່ວຍຫາຍໃຈກັບຢາ

ຖ້າປົດເຄື່ອງຊ່ວຍນັ້ນກໍ່ຫມາຍຄວາມວ່າຕາຍຢ່າງດຽວທັງທີ່ລາວກໍ່ຍັງເໜັງຕີງໄດ້ເວົ້າໄດ້ລົມໄດ້ຕ່າງແຕ່ຕ້ອງໃສ່ເຄື່ອງຊ່ວຍເນື່ອງຈາກເຈາະຄໍ

ລາວຈະໄດ້ຢູ່ເເບບນີ້ອີກດົນຈົນກ່ວາຈະຫາຍໃຈເອງໄດ້ ສະນັ້ນຈື່ງຂໍຄວາມເຫັນໃຈຊ່ວຍຄອບຄົວລາວດ້ວຍເທີດທຸກມື້ນີ້ໝໍໄດ້ຊ່ວຍອອກເງີນກັນຊື້ເຂົ້າໃຫ້ກິນເເພັມເພີດກະອາໃສເລາະຂໍເລາະຢືມນຳຕຽງຂ້າງ ຫຼື ຄົນແຖວນັ້ນ.

ໃຜມີກໍ່ຊ່ວຍເຂົາເຈົ້າດ້ວຍເຖີດ ເຖືງບໍ່ຊ່ວຍເງີນຄຳກະຊ່ວຍເປັນອາຫານການກີນແລະເພັມເພີດ ເພື່ອຕໍ່ລົມໃຫ້ໃຈຫນ່ອຍ1ກໍ່ຖືວ່າບຸນມະຫາສານຂອງຄົນທີ່ຢາກສູ້ຕໍ່ເພື່ອລູກສອງຄົນແລ້ວ

ສາມາດບໍລິຈາກໃນການຊ່ວຍເຫຼືອຜ່ານບັນຊີ

THE ASS OCIATION OF ASSISTANCE AND RELIEF VIENTIANE CAPITAL.

010 12 00 01940404 001

ສຳລັບທ່ານໃດມີໃຈປະສົງຊ່ວຍກໍ່ສາມາດໄປບໍລິຈາກໄດ້ທີ່ຫ້ອງ ICU ໂຮງໝໍມະໂຫສົດ

ຕຽງເບີ06.

ຫຼືສອບຖາມຂໍ້ມູນທາງສະມາຄົມ ທີ່ເລກໂທລະສັບ.

ໂທລະສັບ02096117110

020 55508987 020 54000089

ຂໍ1 ແຊຣ໌ ສຳລັບເປີດການມອງເຫັນຊ່ວຍຊີວີດເຂົາເຈົ້າດ້ວຍ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button