ພໍ່ປູ່ຄາ ດຕະກໍ າ ລູກໃພ້ຍ້ອນຢືມເງິນບໍ່ໄດ້ ແບບນີ້ກໍມີຫວາ


ໃນວັນທີ 17 ກຸມພາ 2021, ພະແນກຕໍາຫຼວດສືບສວນ-ສອບສວນ ປກສ ແຂວງຫົວພັນ ໄດ້ນຳເອົາຕົວ ທ້າວ ບຸນມີ ອາຍຸ 59 ປີ ປະຊາຊົນຢູ່ບ້ານບໍ່ ເມືອງຊ່ອນ ແຂວງຫົວພັນ ທີ່ກໍ່ ເ ຫ ດ ຄ າ ດ ຕ ະ ກຳ ລູກໃພ້ ພາຍຫຼັງຜູ້ເສຍຊີວິດປະຕິເສດບໍ່ໃຫ້ຢືມເງິນຊື້ຢາເສບຕິດ ລົງ ທົ ດ ສ ະ ກຳ ທຳເຮັດແຜນຮັບຄຳປະກອບສາລະພາບ ເພື່ອປະກອບໃສ່ສຳນວນຄະດີສົ່ງໄອຍະການຟ້ອງສານຕັດສິນ.
ທ້າວ ບຸນມີ ໃຫ້ການຕໍ່ເຈົ້າໜ້າທີ່ວ່າ: ໃນວັນທີ 6 ມິຖຸນາ 2020, ໄດ້ໄປເສຍຫຍ້າໄຮ່ສາລີ ກັບຄອບຄົວ ປະກອບມີ: ລູກຊາຍ, ລູກໃພ້ ແລະ ຫຼານສາວ. ຮອດເວລາ 9:00 ໂມງ ໄດ້ພ້ອມກັນພັກຜ່ອນເອົາແຮງ.


ຈາກນັ້ນ, ຜູ້ກ່ຽວຈຶ່ງໄດ້ຖາມຢືມເງິນນຳ ນາງ ຫວາງ (ຜູ້ເສຍຊີວິດ) ອາຍຸ 31 ປີ ຜູ້ເປັນລູກໃພ້ເພື່ອຈະເອົາໄປຊື້ ຢ ແລະ ຢ ຝິ່ ນ ມ າ ສູ ບ ຈຳນວນ 1.000.000 ກີບ.
ແຕ່ຖືກລູກໃພ້ຕອບປະຕິເສດວ່າ ບໍ່ມີເງິນໃຫ້ຢືມ ຜູ້ກ່ຽວຈຶ່ງເວົ້າດ້ວຍຄວາມໃຈຮ້າຍວ່າ ຖ້າບໍ່ໃຫ້ເງິນຈະບໍ່ເສຍຫຍ້າໄຮ່ຊ່ວຍ ແຕ່ກໍຖືກລູກໃພ້ດ່າແລ້ວໄລ່ໜີວ່າຈະໄປທາງໃດກໍໄປ ເຮັດໃຫ້ຜູ້ກ່ຽວໂມໂຫຈົນຄິດຫາທາງຄຽດແຄ້ນ;
ຈາກນັ້ນ, ບໍ່ດົນລູກໃພ້ ແລະ ຫຼານສາວ ກໍພາກັນຈັບເອົາຕຸກນ້ຳ ເພື່ອໄປຕັກເອົານ້ຳຢູ່ຫ້ວຍ, ສ່ວນລູກຊາຍ (ຜູ້ເປັນຜົວ) ນັ່ງພັກຜ່ອນຢູ່ຖຽງໄຮ່.