ຢາກຮູ້ເລື່ອງລາວຂອງຮູບຖ່າຍນີ້ບໍ? ກົດອ່ານເລີຍ.


ປີ 2010, ນັກຂ່າວສຳນັກຂ່າວຊິນຮວາຂອງຈີນໄດ້ຖ່າຍຮູບ ນາງນີ້ທີ່ຢູ່ເດີ່ນຂອງສະຖານີລົດໄຟແຫ່ງໜຶ່ງ.
ຍ້ອນວ່າບໍ່ມີຂໍ້ມູນຕິດຕໍ່ຂອງນາງ, ຫຼັງຈາກນັ້ນນັກຂ່າວໄດ້ເລີ່ມຄົ້ນຫານາງ. 11 ປີຕໍ່ມາ, ນັກຂ່າວໄດ້ຊອກພົບເຫັນແມ່ຄົນນີ້ໃນບຸນກຸດຈີນປີ 2021.


ນາງ ບໍ່ເຄີຍໄປໂຮງຮຽນ, ແລະ ບໍ່ຮູ້ຕົວອັກສອນຈີນ, ບ້ານທີ່ນາງອາໄສຢູ່ໃນເຮືອນເກົ່າໆດັ່ງຮູບພາບລຸ່ມນີ້. 11 ປີກ່ອນ , ນາງໄດ້ເຮັດວຽກຢູ່ຕົວເມືອງ, ມີລາຍໄດ້ ຫ້າຫົກຮ້ອຍຢວນຕໍ່ເດືອນ, ໃນຄັ້ງນັ້ນ, ນາງ ໄປສະຖານີລົດໄຟນານຊາງເພື່ອກັບໄປເຮືອນພາລູກສາວໄປຫາທ່ານໝໍ, ແຕ່ວ່າເງື່ອນໄຂທາງການແພດໃນບ້ານແມ່ນມີຈຳກັດ, ແລະ ລູກກໍ່ເສຍຊີວິດໃນອີກ 5 ເດືອນຕໍ່ມາ. ຫລັງຈາກນັ້ນ, ນາງບໍ່ເຄີຍອອກໄປເຮັດວຽກອີກເລີຍ.


ປີ 2014, ຄອບຄົວ ນາງ ໄດ້ຖືກຈົດທະບຽນເປັນຄອບຄົວທຸກຍາກ(ໂຄງການການຊ່ວຍເຫຼືອຫຼຸດພົ້ນອອກຈາກຄວາມທຸກຍາກຂອງຈີນ). ພາຍໃຕ້ການແນະນຳຂອງລັດ, ນາງ ກັບຜົວກໍໄປປູກຕົ້ນຢາສູບ. ຜ່ານການຮຽນຮູ້, ຈຳນວນຜົນຜະລິດໃບຢາສູບ ຂອງຄອບຄົວ ກໍເພີ່ມຂຶ້ນ , ລາຍຮັບປະຈຳປີໄດ້ເພີ່ມຈາກຫລາຍພັນຢວນເປັນຫລາຍສິບພັນຢວນ, ແລະ ເນື້ອທີ່ປູກໄດ້ເພີ່ມຈາກ 0,4 ເຮັກຕາເປັນ 1 ເຮັກຕາ.
ປີ 2019, ນາງ ໄດ້ກໍ່ສ້າງເຮືອນຫຼັງໃໝ່ດັ່ງລຸ່ມ. ປີ 2020, ລາຍຮັບປະຈຳປີຂອງຄອບຄົວນາງຈະບັນລຸເຖິງ 100,000 ຢວນ, ສຸດທ້າຍຫຼຸດພົ້ນອອກຈາກຄວາມທຸກຍາກ.


ນັບແຕ່ປີ 2013 ເປັນຕົ້ນມາ, ນາງ ປາມູຢີປູມູ ໄດ້ເກີດລູກ 3 ຄົນ, ເຊິ່ງທັງໝົດເກີດຢູ່ໂຮງໝໍເມືອງ ໂດຍບໍ່ເສຍຄ່າ. ໃນນັ້ນ, ລູກ 4 ຄົນຂອງນາງໃນປະຈຸບັນນີ້, ລູກສາວກົກ ກຳລັງຮຽນຢູ່ມັດທະຍົມຕົ້ນ, ລູກສາວຄົນທີສາມກຳລັງຮຽນຢູ່ຊັ້ນປະຖົມ, ແລະລູກຊາຍ ກຳລັງຮຽນຢູ່ອະນຸບານ.
ຄວາມພະຍາຍາມຢູ່ໃສ ຄວາມສຳເລັດຢູ່ຫັ້ນ ຈາກການເບີກບັ່ນສູ້ຊົນຂອງຕົນ ແລະ ນາໂຍບາຍທີ່ດີ ສຸດທ້າຍ ນາງໄດ້ຕ້ອນຮັບຊີວິດການເປັນຢູ່ອັນດີ.