ນັກຮ້ອງແຣັບດັງ ລົງທຶນກວ່າ 24ລ້ານໂດລາ ເພື່ອຝັງເພັດໃສ່ກາງໜ້າຜາກ

ບໍ່ເຊື່ອກໍຕ້ອງເຊື່ອ!! ລິວ ອູຊີ່ ເວີສທ໌ (Lil Uzi Vert) ນັກຮ້ອງແຣັບຊື່ດັງ ຊາວອາເມຣິກັນ ໄດ້ໂພສຮູບຕົວເອງທີ່ມີເພັດສີບົວເມັດໃຫຍ່ 11 ກະຣັດ.

ມູນຄ່າ 24 ລ້ານໂດລາ ສະຫະລັດ ຝັງຢູ່ກາງໜ້າຜາກຄ້າຍຄືກັບ ວິຊັ່ນ ໃນໜັງ ເອເວັນເຈີ ຈົນເປັນກະແສໂດ່ງດັງໄປທົ່ວໂລກ.

ນອກຈາກນີ້ລາວຍັງໂພສອີກວ່າ “ຖ້າຂ້ອຍເອົາອອກແບບຜິດວິທີຂ້ອຍອາດຈະຕາຍໄດ້”

-ທີ່ມາ: The Sun.

Related Posts

Leave a Reply

Your email address will not be published. Required fields are marked *