ລາວວ່າພໍ່ແມ່ລາວປະກັນແຕ່ນ້ອຍ ບໍ່ຈື່ຮອດໜ້າພໍ່ແມ່ເຮັດໃຫ້ຕ້ອງໄດ້ຫາລຽ້ງຕົນເອງ

ຫລັງຈາກເລີກຈາກໂຮງຮຽນ ຂ້ອຍກັບມາຮອດເຮືອນ ເຫັນລາວນອນຢູ່ຂ້າງໆເຮືອນ ເລີຍຍ່າງໄປຖາມວ່າ: ເຈົ້າມາແຕ່ໃສອ້າຍ?ລາວຫີບລຸກຂຶ້ນແລ້ວບອກວ່າ: ຂໍໂທດຫລາຍໆອ້າຍ ເຮົາສິໄປແລ້ວ~ ຂ້ອຍກະເລີຍບອກໄປວ່າ: ບໍ່ເປັນຫຍັງເຈົ້ານອນໂລດ.

ຂ້ອຍກະເຂົ້າບ້ານ ໄປເຮັດເຝີ ແລະ ເອົານໍ້າມາໃຫ້ລາວກິນ ເພາະເຫັນລາວຊົງເມື່ອຍໆ ຄືສິເປັນວິນແດດ. ຫລັງຈາກນັ້ນ ກໍໄດ້ນັ່ງລົມກັນດົນເຕີບ ຖາມຊີວິດທຸກສຸກຂອງລາວວ່າມາແຕ່ໃສ ລາວບອກວ່າ: ພໍ່ແມ່ລາວປະກັນແຕ່ນ້ອຍ ບໍ່ຈື່ຮອດໜ້າພໍ່ແມ່, ບໍ່ມີບ່ອນຢູ່ເປັນຫລັກແຫລ່ງ ຮອດໃສກໍນອນຫັ້ນ ຫາເຊົ້າກິນຄໍ່າ ຊອກເກັບເຫລັກເສດຂາຍ ບາງມື້ກະໄດ້ປະມານ 40-50ພັນ ພໍຢູ່ໄປມື້ໆ,

ລາວເວົ້າກັບຂ້ອຍອີກວ່າ: ເຈົ້າກະໃຈດີເນາະ ຄົນອື່ນເຂົາເຫັນເຮົານອນໃກ້ບ້ານເຂົາ ເຂົາລະໄລ່ເຮົາໜີ ທັງດ່າ ທັງປ້ອຍ ຂ້ອຍຖາມລາວຄືນວ່າ: ເປັນຫຍັງຄືເວົ້າແນວນັ້ນ? ລາວກະຕອບວ່າ: ຂ້ອຍໄປໃສ ເຂົາກະໄລ່ຂ້ອຍໜີ ວ່າຂ້ອຍເປັນຂີ້ລັກແນວນັ້ນແນວນີ້ ທັງໆທີ່ເຮົາກະຫາກິນບໍ່ໄດ້ໄປລັກຂອງໃຜ ເຫັນເຮົາເປັນແນວນິເຮົາກະບໍ່ຄິດຊິລັກຂອງໃຜດອກ..

ຂ້ອຍກະໄດ້ແຕ່ປອບໃຈລາວໃຫ້ສູ້ຕໍ່ໄປ. ລາວຂອບໃຈ ລະກະເວົ້າຄໍາວ່າ: ສູ້ຢູ່ແລ້ວອ້າຍ ເຮົານະຍອມຕາຍ ບໍ່ຍອມແພ້ດອກ (ພ້ອມສຽງຫົວ)..ຂ້ອຍສະຕັ້ນໄປດົນເຕີບ ກັບຄໍາເວົ້າລາວ (ຖ້າຂ້ອຍເປັນລາວ ຄົງຈະຍອມແພ້ໄປດົນແລ້ວ) ແຕ່ກະດີໃຈ ທີ່ລາວຄິດແບບນີ້.

ເຮົາຕັດສິນຄົນຈາກພາຍນອກບໍ່ໄດ້ອີ່ຫລີ ວ່າໃຜດີ, ໃຜບໍ່ດີ ການເຄົາລົບຄົນອື່ນເປັນສິ່ງທີ່ສໍາຄັນທີ່ສຸດ, ຢ່າຟ້າວທີ່ຈະຕັດສິນຄົນພຽງຈາກພາຍນອກ ຫລື ຈາກຄວາມຮູ້ສຶກຂອງເຮົາ ບໍ່ວ່າຈະທຸກ, ລວຍ ຫລື ອີ່ຫຍັງກໍຕາມ ທຸກຄົນມີກຽດສັກສີເທົ່າທຽມກັນ.

ຢ່າຖ້າຈົນມີພ້ອມທຸກຢ່າງ ທີ່ຈະຊ່ວຍເຫລືອຄົນອື່ນ ບາງຄັ້ງການເສຍສະຫລະສິ່ງເລັກໆນ້ອຍໆຂອງເຮົາ ອາດເປັນສິ່ງທີ່ຍິ່ງໃຫ່ຍສໍາລັບໃຜບາງຄົນ.

ຄົນໃນບຸນຍັງມີ.

Related Posts

Leave a Reply

Your email address will not be published. Required fields are marked *