ສູນສາທິດ ແລະ ບໍລິການເຕັກນິກກະສິກຳ ຮ່ວມມືລາວ-ຈີນ ເນັ້ນຜະລິດຜະລິດແນວພັນພຶດ ສັດ ທີ່ມີຄຸນນະພາບສູ່ສັງຄົມ.


ສູນສາທິດ ແລະ ບໍລິການເຕັກນິກກະສິກຳຮ່ວມມືລາວ-ຈີນ ໄດ້ດຳເນີນການກໍ່ສ້າງ ເລີ່ມແຕ່ເດືອນ ທັນວາ 2009 ແລະ ມີມູນຄ່າການກໍ່ສ້າງທັງໝົດ 41,9 ລ້ານຢວນ ຫຼື ປະມານ 6,3 ລ້ານໂດລາສະຫະລັດ ໄດ້ເປີດນໍາໃຊ້ເປັນທາງການ ແຕ່ວັນທີ 14 ສິງຫາ 2013 ສູນແມ່ນ ເຊິ່ງເອີ້ນໄດ້ວ່າ ແມ່ນສັນຍາລັກການຮ່ວມມືລາວ -ຈີນ ແມ່ນຂອງຂອງຂວັນອັນລ້ຳ ຄ່າຂອງອາດີດສະຫາຍປະທານປະເທດ ສປຈີນ ມອບໃຫ້ ປະທານປະເທດ ສປປລາວ ເຮົາ


ທີ່ມີເປົ້າໝາຍ ແນ່ໃສ່ຍົກສູງສາຍພົວພັນ ຮ່ວມມືກັບປະເທດຄູ່ຮ່ວມຊະຕາກໍາສອງຊາຕລາວ-ຈີນ ເເລະ ຜັນຂະຫຍາຍຍຸດທະສາດກະສິກໍາຮອດປີ 2025 ແລະ ວິໄສທັດຮອດປີ 2010 ໂດຍສະເພາະການພັດທະນາການປູກຝັງ ແລະ ລ້ຽງສັດ ເພື່ອເປັນສິນຄ້າ, ຢູ່ໃນ 10 ແຂວງພາກເໜືອ ແລະ ພາກກາງທີ່ສູນມີພາລະບົດບາດໃນການລົງຊຸກຍູ້ສົ່ງເສີມ ໃຫ້ປະກົດຜົນເປັນຈິງ.ທ່ານ ພັນທະວົງ ວົງສຳພັນ


ຫົວໜ້າສູນສາທິດ ແລະ ບໍລິການເຕັກນິກກະສິກຳ ຮ່ວມມືລາວ-ຈີນ ໄດ້ລາຍງານໃຫ້ຮູ້ວ່າ: ສູນດັ່ງກ່າວ ແມ່ນມີເນື້ອທີ່ກ້ວາງຂວາງ ມີໂຄງລ່າງພື້ນຖານ, ພາຫະນະ ແລະ ເຄື່ອງມືອຸບປະກອນທີ່ຮັບໃຊ້ການຜະລິດ ຈໍານວນໜຶ່ງ, ນອກຈາກນີ້ຍັງມີ ມີຫ້ອງປະຊຸມ ສຳລັບການຈັດສໍມະນາ, ຝຶກອົບຮົມ, ມີຫໍພັກນັກສໍາມະນາກອນ ແລະ ສະຖານທີ່ລົງຝືກຫັດໂຕຈິງຕື່ມອີກ.


ການພັດທະນາສູນໃນໄລຍະຜ່ານມາແມ່ນພົບບັນຫາຫຼາຍດ້ານທີ່ເປັນສີ່ງທ້າທາຍ ແລະ ເປັນສີ່ງທີ່ຄະນະນຳຂອງສູນຈະຕ້ອງໄດ້ສຸມໃສ່ແກ້ໄຂ ໂດຍສະເພາະແມ່ນບັນຫາທີ່ທົ່ວໂລກພວມປະເຊີນໜ້າຢູ່ນັ້ນ ກໍ່ຄື ພະຍາດໂຄວິດ 19 ທີ່ເຮັດໃຫ້ວຽກງານການຮ່ວມມືກັບ ສປຈີນ ຖືກຜົນກະທົບ ການເດີນທາງເຂົ້າມາເຮັດວຽກຂອງຊ່ຽວຊານຈີນ ແລະ ນຳເຂົ້າເຄື່ອງມືອຸບປະກອນຖືກຢຸດ ຊະງັກໄປ ແຕ່ຢ່າງໃດກໍ່ຕາມໃນໄລຍະ 1 ປີ 2020 ຜ່ານມາ ພາຍໃຕ້ການຊີ້ນຳ-ນຳພາຢ່າງໃກ້ຊິດຮອບດ້ານ ຂອງການນຳ ກະຊວງ, ການນຳກົມປູກຝັງ ແລະ ການສະໜັບສະໜູນອູ້ມຊູຂອງການນໍາແຂວງ, ຂອງພະແນກກະສິກຳ ແລະ ປ່າໄມ້ແຂວງ ອຸດົມໄຊ ໄດ້ເຮັດໃຫ້ຄະນະສູນ ແລະ ພະນັກງານວິຊາການ ໄດ້ສູ້ໄດ້ສູ້ຊົນຕັ້ງໜ້າ ແລະ ຍາດແຍ່ງໄດ້ 4 ວຽກຈຸດສຸມ ພັດທະນາ ທີ່ໄດ້ຮັບມອບໝາຍຈາກຂັ້ນເທີງ.


ວຽກງານຜະລິດ ແລະ ຂະຫຍາຍແນວພັນພຶດ- ແນວພັນສັດທີດີ ມີຄຸນນະພາບ ຕິດພັນກັບຄວາມຕ້ອງການຂອງຕະຫຼາດ ເພື່ອສະໜອງໃຫ້ແກ່ຊາວກະສິກອນ, ການພັດທະນາ ແລະ ບໍລິການເຕັກນິກ ການຜະລິດກະສິກຳ ໂດຍສ້າງສູນເປັນບ່ອນຮຽນຮູ້ ດ້ານເຕັກນິກ ວິຊາການໃໝທີ່ ຢຶດຖືການຜະລິດໄປຕາມມາດຕະຖານການກະສິກຳສະອາດ ແລະ ກະສິກຳທີດີ ແລະ ມາດຖານຟາມລ້ຽງສັດທີ່ດີ ເປັນສິນຄ້າ. ສ້າງ ແລະ ຂະຫຍາຍ ຕາຫນ່າງ ການປູກ -ການລ້ຽງ ແບບຜູກພັນສອງສົ້ນ ກັບຊາວກະສິກອນ ແລະ ຜູ້ປະກອບການ ເພື່ອແນ່ໃສ່ ການຫລຸດຜ່ອນຕົ້ນທຶນ ເພີ້ມມູນຄ່າການຜະລິດ ຕາມທິດທີ່ລັດຖະບານວາງອອກ ແລະ ຕອບສະໜອງການ ຈັດຝຶກອົບຮົມ, ທັດສະນະສຶກສາ ແລະ ເອື້ອອໍານວຍຄວາມ ສະດວກໃນການຈັດກອງປະຊຸມສຳມະນາດ້ານວິຊາການໃຫ້ແກ່ພາຍນອກນອກຈາກ,


ການສົ່ງເສີມການຜະລິດ ແນວພັນ ແລະ ບໍລິການດ້ານເຕັກນິກ ແລ້ວ ທາງສູນ ຍັງໄດ້ເນັ້ນໃນການສ້າງບຸກຄະລາກອນ ໂດຍສະເພາະແມ່ນການ ຮັບເອົານັກສຶກສາມາຝຶກງານ ເພື່ອຮຽນຮູ້ທິດສະດີ ພ້ອມທັງປະຕິບັດຕົວຈີງໄປພ້ອມ ເຊັ່ນ: ຈາກໂຮງຮຽນເຕັກນິກວິຊາຊີບແບບປະສົມແຂວງອຸດົມໄຊ , ແຂວງ ຫຼວງນ້ຳທາ ແລະ ໂຮງຮຽນວິທະຍາໄລກະສິກໍາແລະປ່າໄມ້ ພາກເໜືອ ແຂວງຫລວງພະບາງ.


ນອກນີ້ ກໍ່ຍັງໄດ້ ຮ່ວມ ມືກັບໂຮງຮຽນວິຊາຊີບແຂວງອຸດົມໄຊ ໃນວຽກງານການສ້າງຄວາມເຂັ້ມແຂງໃຫ້ແກ່ນັກຮຽນ-ນັກສຶກສາ ໂດຍການ ຖືເອົາ ແຜນກິດຈະກຳ ການປູກ -ການລ້ຽງ ພາຍໃນສູນໃນແຕ່ລະເດືອນເປັນບ່ອນອິງ ເພື່ອໃຫ້ນັກສຶກສາ ພາກວິຊາ ປູກຝັງ ແລະ ລ້ຽງສັດ ລົງມາຈັດຕັ້ງປະຕິບັດໂຕຈິງ ເພື່ອເປັນການເພີ້ມທັກສະ ແລະ ຄວາມສໍານານງານໃຫ້ແກ່ເຂົາເຈົ້າ ການຈັດຕັ້ງປະຕິບັດ ວຽກງານຂອງສູນໃນໄລຍະຜ່ານມາ ແມ່ນມີຜົນສຳເລັດຫຼາຍດ້ານ ມີການພັດທະນາທີ່ດີຂື້ນ, ສາມາດເຮັດໃຫ້ ສູນຫັນປ່ຽນເປັນບາດລ້ຽວໃໝ່ ແລະ ມີປັດໃຈໃໝ່ທີ່ຍອມຮັບຂອງຮາກຖານການຜະລິດໃນບັນດາແຂວງ, ເປັນທີ່ຍອມຮັບຂອງການນຳຂັ້ນຕ່າງໆໂດຍສະເພາະແມ່ນການນຳແຂວງອຸດົມໄຊ


ມາຮອດປະຈຸບັນມີບັນດາໂຄງການ ບັນດາກົມກອງອ້ອມຂ້າງກະຊວງ ອົງການປົກຄອງທ່ອງຖີ່ນ ຕະຫຼອດຮອດຜູ້ປະກອບການໄດ້ຫັນໜ້າເຂົ້າມາຮ່ວມມືກັບສູນ ນັບມື້ນັບຫຼາຍຂື້ນ. ແລະ ເພື່ອໃຫ້ວຽກງານພາຍໃນສູນ ໄດ້ມີການພັດທະນາໃນຕໍ່ໜ້າ ຄະນະສູນແມ່ນ ໄດ້ຖືເອົາ ວຽກງານການສືກສາອົບຮົມ ການເມືອງແນວຄິດ, ສ້າງຄວາມເປັນແບບຢ່າງໃນການຊີ້ນໍາ-ນໍາພາ, ມີແບບແຜນວິທີເຮັດວຽກຕາມຫລັກການລວມສູນປະຊາທິປະໄຕ, ຄົ້ນຄວ້າເຊື່ອມຊຶມ ແນວທາງນະໂຍບາຍ ແລະ ທິດທາງແຜນພັດທະນາສູນ ທີ່ຂັ້ນເທິງວາງອອກ ຢ່າງເລີກເຊີ່ງເຖີງຖອງ ແມ່ນສິ່ງຈຳເປັນ ແລະ ເປັນປັດໄຈຕັດສິນຜົນສຳເລັດໄປຕາມເປົ້າໝາຍທີ່ວາງໄວ້.


ມາຮອດປະຈຸບັນ ສູນດັ່ງກ່າວ ມີຮ້ານຄ້າຈຳໜ່າຍຜົນຜະລິດທີ່ຜະລິດໄດ້ຈາກສູນ ໂດຍສະເພາະແມ່ນ ຜັກ ປາ ເປັດ ໄກ່ ໄຂ່ໄກ່ ແລະ ພືດສະໜິດອື່ນໆຕາມລະດູການ ເພື່ອມາວາງຈຳໜ່າຍໃຫ້ແກ່ພໍ່່ແມ່ນປະຊາຊົນໄດ້ບໍລິໂພກຢ່າງທົ່ວເຖີງ.

