ຮັກແລະຈິງໃຈເປັນຂອງມີຄ່າ ແຕ່ມີຄ່າຍິ່ງກວ່ານັ້ນຄື ການໃຫ້ໂອກາດ ແລະ ໃຫ້ອະໄພ ສຸດທ້າຍພາລະກີດທີ່ລໍຄ່ອຍກໍ່ສຳເລັດລົງດ້ວຍດີ


(ທີມງານ: ເມດຕາທັມ ນຳຊີວິດ) ຊ່ວຍເຫຼືອສັງຄົມປຸກເຮືອນຫຼັງໃໝ່ໃຫ້ (ບຸກຄົນ ຂາດທີ່ຢູ່ອາໃສ) ເພື່ອແບ່ງເບົາທາງດ້ານທີ່ຢູ່ອາໃສ ແລະ ອຳນວຍຄວາມສະດວກໃຫ້ແກ່ຄອບຄົວ ທ້າວ ຈັນທາ ນາງບຸນ ແລະ ລູກຊື່ນາງ ພຽນ ຢູ່ບ້ານໂງ່ນ ເມືອງຊ່ອນ ແຂວງຫົວພັນ ເຊິ່ງເປັນຄອບຄົວໜຶ່ງທີ່ຂາດທີ່ຢູ່ອາໃສ ເຊັ່ນ.


ບໍ່ມີເຮືອນຢູ່ຖາວອນ ບໍ່ມີໄຟຟ້າ ບໍ່ມີຫ້ອງນໍ້າ ຍ້ອນວ່າ(ພໍ່ ແມ່ ສະຕິບໍ່ສົມປະກອບທັ້ງ 2 ຄົນ ໃນການໃຊ້ຊີວິດການເປັນຢູ່ກໍ່ຍາກລຳບາກ.


ດັ່ງນັ້ນ ໃນວັນທີ 16/01/2021 ທາງທີມງານ ເມດຕາທັມ ນຳຊີວິດ ຈິ່ງໄດ້ເປີດຮັບຈາກ ຂໍຄວາມຊ່ວຍເຫຼືອວັດຖຸປັດໃຈ ເປັນເວລາ 10 ມື້.


ນັບແຕ່ວັນທີ 16/01/2021 - 25/01/2021 ຫຼັງຈາກນັ້ນ ໃນວັນທີ 25/01/2021 ທາງທີມງານກໍ່ໄດ້ອອກເດີນທາງ ເພື່ອນຳເອົາວັດຖຸປັດໃຈດັ່ງກ່າວໄປສ້າງເຮືອນຫຼັງໃໝ່ ສ້າງເຮືອນຄົວ ແລະ ສ້າງຫ້ອງນໍ້າໃຫ້ຄອບຄົວ ການສ້າງເຮືອນຫຼັງໃໝ່ມີ ຂະໜາດ 7 X 9 ແມັດ ມຸ້ງດ້ວຍກະເປື້ອງ ສ້າງເຮືອນຄົວ ແລະສ້າງຫ້ອງນໍ້າ 1 ຫ້ອງ.


ເຊິ່ງວັດຖຸອຸປະກອນທີ່ນຳມາປຸກເຮືອນ ໃນຄັ້ງນີ້ ໄດ້ລະດົມ ຂໍຄວາມຊ່ວຍເຫຼືອຜ່ານທາງເຟສບຸກ ນຳບັນດານັກທຸກລະກີດ, ຜູ້ປະກອບການ ແລະ ພໍ່ຄ້າ - ຊາວຂາຍ ແລະອື່ນໆ.


ເຊິ່ງມີລາຍລະອຽດຕາມດັ່ງນີ້
1. ຍອດເງີນບໍລິຈາກທັງໝົດ 48,350,000ກີບ (ສີ່ສີບແປດລ້ານສາມແສນຫ້າສີບພັນກີບ)


2. ລາຍຈ່າຍໃນການຊື້ວັດຖຸອຸປະກອນກໍ່ສ້າງ = 29,981,000ກີບ (ຊາວເກົ້າລ້ານເກົ້າແສນແປດສີບເອັດພັນກີບ


3. ຄ່າແຮງງານນາຍຊ່າງ = 6,000,000 ກີບ(ຫົກລ້ານກີບ)


4. ຊື້ເຄື່ອງເຮັດພິທີມອບເຮືອນໃຫ້ຄອບຄົວ = 1,000,000ກີບ (ໜື່ງລ້ານກີບ)


5. ຊື້ອາຫານການກິນລ້ຽງອ້າຍນ້ອງທີມງານເຮັດວຽກ = 3,000,000 ກີບ (ສາມລ້ານກີບ)


6. ຊື້ອຸປະກອນການຮຽນ ແລະ ຊື້ເຄື່ອງໃຊ້ເຮືອນ = 1,019,000 ກີບ(ໜື່ງລ້ານສີບເກົ້າພັນກີບ)


7. ທຶນການສຶກສາຂອງນາງພຽນ ສອງປີຕໍ່ໜ້າ = 2,350,000 ກີບ(ສອງລ້ານສາມແສນຫ້າສີບພັນກີບ)


8. ແມ່ Thi Ngoc Vo ອຸປະຖຳເຊົ່າລົດໃຫ້ທີມງານງານ 1 ຄັນເພື່ອອຳນວຍຄວາມສະດວກໃນການເດີນທາງ ມູນຄ່າທັງໝົດ 6,000,000 ກີບ.


9. ລາຍລະອຽດການໃຊ້ຈ່າຍຊື້ວັດຖຸອຸປະກອນກໍ່ສ້າງແມ່ນເບິ່ງໃບບິນຮັບເງີນ ໃນໂພສນີ້ ເລື່ອນລົງອ່ານເອງເພື່ອຄວາມລະອຽດ.


#ພິເສດຂໍສະແດງຄວາມຂອບໃຈມາຍັງທີມງານ. ເມດຕາທັມ ນຳຊີວິດ (ຢູ່ຕ່າງປະເທດ, ຝຣັ່ງ) ສົມທົບທຶນໃນການຊ່ວຍເຫຼືອລວມມູ່ນຄ່າທັງໝົດ 23.600.000 ກີບ #ຂໍສະແດງຄວາມຂອບໃຈມາຍັງ ທ່ານ ໂຊກໄຊ ສຸຂະວົງ ປະທ່ານ ບໍລິສັດ Skv group ສົມທົບທຶນຊ່ວຍເຫຼືອຊື້ວັດຖຸອຸປະກອນການກໍ່ສ້າງ ລວມມູນຄ່າທັງໝົດ 10.000.000 ກີບ.


#ຂໍສະແດງຄວາມຂອບໃຈມາຍັງທີມງານ. ອະດີດ ນັກສຶກສາ ວິທະຍາໄລ ສະຫວັນນະເຂດ ທີ່ຢູ່ຕ່າງປະເທດ(USA and French) ສົມທົບທຶນຊ່ວຍເຫຼືອ ລວມມູນຄ່າທັງໝົດ 4.350.000 ກີບ ໃນນັ້ນເຂົ້າໃນການຊື້ວັດຖຸອຸປະກອນການກໍ່ສ້າງ 2.000.000 ກີບ ແລະ ທຶນການສຶກສາຂອງນາງ ພຽນ ສອງປີຕໍ່ໜ້າ 2.350.000 ກີບ
#ຂໍສະແດງຄວາມຂອບໃຈມາຍັງ LAO Skyway ສົມທົບທຶນຊ່ວຍເຫຼືອນາງ ພຽນ ລວມທັງໝົດແມ່ນ 400.000 ກີບ ແລະ ຂໍຂອບໃຈນຳທຸກພາກສ່ວນທາງພາຍໃນ ແລະ ຕ່າງປະເທດທີ່ສົມທົບທຶນຊ່ວຍເຫຼືອສ້າງເຮືອນໃຫ້ຄອບຄົວ ທ້າວ ຈັນທາ, ນາງ ບຸນ ລູກຊື່ ນາງ ພຽນ ໃນຄັ້ງນີ້.


ສຸດທ້າຍນີ້ຂໍສະແດງຄວາມຂອບໃຈທີມງານອາສາ (ເມດຕາທັມ ນຳຊີວິດ) ທຸກໆທ່ານ ທີ່ເອົາໃຈໃສ່ໃນການຊ່ວຍເຫຼືອຄັ້ງນີ້ ຂໍໃຫ້ທຸກທ່ານ ຈົ່ງມີສຸຂະພາບແຂງແຮງ ປະສົບຜົນສຳເລັດໃນໜ້າທີ່ການງານ ປາດຖະໜາສີ່ງໃດໃຫ້ໄດ້ສີ່ງນັ້ນ ມີຄວາມພາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ຂໍຂອບໃຈ.