ບາງຄົນ…ບໍ່ຮູ້ຊໍ້າວ່າ
ມື້ອື່ນເຊົ້າຈະເອົາເງິນຢູ່ໃສ ໃຫ້ລູກໄປໂຮງຮຽນ
ບາງຄົນ…ບໍ່ເຄີຍຮູ້ເລີຍວ່າ
ລົດຊາດຂອງການນອນລັບເທິງຕຽງນຸ້ມໆໃນຫ້ອງແອມັນເປັນແບບໃດ
ບາງຄົນ…ລູກຮ້ອງໄຫ້ເພາະຍາກກິນເຂົ້າໜົມ ຍັງຕິດລູກເປັນປີໆ
ສ່ວນບາງຄົນ…ບໍ່ຕ້ອງເຮັດອັນໃດ
ມີໜ້າທີ່ຮຽນຢ່າງດຽວ ພໍ່ແມ່ສົ່ງເງິນໃຫ້ໃຊ້
ກັບໂພສລົງເຟສບຸກວ່າ…ຮຽນຫຼາຍເມື່ອຍເດ້
ບາງຄົນ…ພໍ່ແມ່ປູທາງປະເຄນໃຫ້ທຸກຢ່າງ
ກັບຈົ່ມວ່າ ຊີວິດເປັນຫຍັງມັນລຳບາກຂະໜາດນີ້
ບາງຄົນ…ນັ່ງເຮັດວຽກໃນຫ້ອງແອແທ້ໆ ແຕ່ຈົ່ມທຸກຄັ້ງທີ່ພົບວ່າ..ວຽກໜັກ
ເດັກບາງຄົນສະໄໝນີ້ ພຽງແບັດໂທລະສັບຈະໝົດ ກໍ່ເໝືອນໃຈຈະຂາດຕາຍ
ບໍ່ມີwifi…..ຊີວິດເໝືອນຕາຍໄປແລ້ວເຄິ່ງຕົວ!
ລອງຫຼຽວໄປຮອບຕົວເຈົ້າເບິ່ງ
ມີຄົນທີ່ເຂົາລຳບາກກວ່າເຮົາຫຼາຍ
ມີຄົນທີ່ເຂົາທຸກກວ່າເຮົາອີກຫຼວງຫຼາຍ
ມີຄົນທີ່ເຂົາມີຕົ້ນທຶນຕໍ່າຈົນຕິດລົບກວ່າເຮົາອີກຫຼາຍໆຄົນ
ຂັບລົດເກງໄປມະຫາໄລ ນອນຫ້ອງແອ ຮຽນຫ້ອງແອ
ແລ້ວໂພສລົງເຟສບຸກວ່າ ເມື່ອຍກັບການຮຽນ
ມັນຟ້ອງວ່າຕົວຂອງເຈົ້າ “ກະຈອກຂະໜາດໃດ”
ເຮັດວຽກໃນຫ້ອງແອແລ້ວຈົ່ມວ່າຊີວິດແສນລຳບາກ
ມັນຄືການດູຖູກຕົວເອງຢ່າງຮຸນແຮງ
ເຮົາຈົ່ມວ່າຊີວິດຂອງເຮົາບໍ່ດີ…ແລ້ວຄົນເຫຼົ່ານີ້ ຈະມີສິ່ງໃດໃຫ້ຈົ່ມ?
ຈົ່ງຈົດຈຳເອົາໄວ້ວ່າໃນຂະນະທີ່ເຈົ້າບໍ່ພໍ່ໃຈຊີວິດຕົວເອງ
ຍັງມີຄົນອີກບໍ່ໜ້ອຍ ຢາກທີ່ຈະມີຊີວິດແບບເຈົ້າ!
ສຸກໄດ້ ຖ້າຮູ້ວ່າ ສິ່ງໃດທີ່ຄວນຖື ສິ່ງໃດທີ່ຄວນປ່ອຍວາງ